ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

9 ຄົນ ເສຍຊີວິດ ຍ້ອນການໂຈມ​ຕີ ສະລະຊີບ ຢູ່ ປາກິສຖານ (ວີດີໂອ/ສະໄລດ໌)


ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ພາກ​ເໜືອ​ຂອງປາ​ກິ​ສຖານ ກ່າວ​ວ່າ ຜູ້​ວາງ​
ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້ໂຈມ​ຕີຕະຫລາດ​ແຫ່ງ​ນຶ່ງ ​ໃກ້ໆ​ກັບ​
ກອງ​ບັນຊາ​ການ​ທະຫານ​ຂອງ​ປະ​ເທດ ​ໂດຍ​ໄດ້ສັງຫານ​ຢ່າງ
​ໜ້ອຍ 9 ຄົນ.

ກຸ່ມ​ກໍ່​ການ​ຮ້າຍ​ ຕາ​ລິ​ບານ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສໍາ
ລັບ​ການ​ໂຈມ​ຕີ​ໃນ​ວັນ​ຈັນ ມື້​ນີ້ ທີ່​ເມືອງ Rawalpindi ບໍ່​ຫ່າງໄກ
​ເທົ່າ​ໃດຈາກ​ເມືອງ​ຫລວງ Islamabad. ການວາງລະ​ເບີດ​ດັ່ງ
ກ່າວ ທີ່ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 14 ຄົນ ​ເກີດ​ຂື້ນ​ຢູ່​ໃນ​ເຂ​ດທີ່​
ຖືກັນ​ວ່າ ​ເປັນເຂດນຶ່ງ​ທີ່​ປອດ​ໄພ​ທີ່​ສຸດ​ຂອງ​ເມືອງ.

​ເຈົ້າ​ໜ້າທີ່​ກ່າວ​ວ່າ ພວກ​ເສຍ​ຊີວິດແມ່ນ​ຮວມທັງ​ທະຫານ ຢ່າງ​ໜ້ອຍ 5 ຄົນ.

​ໃນ​ວັນ​ອາທິດວານ​ນີ້ ກຸ່ມ​ຕາ​ລີ​ບານ​ກໍໄດ້​ກ່າວ​ວ່າ ​ຕົນ​ຢູ່​ເບື້ອງ​ຫລັງ​ການ​ໂຕມຕີ​ສະລະ​ຊີບ ທີ່​
ຮ້າຍ​ແຮງ​ເພື່ອ​ແນ່​ເປົ້າໃສ່ຂະ​ບວນລົດ​ທະຫານ​ຢູ່​ໃນ​ເມືອງ Bannu. ​ເຫດລະ​ເບີດ​ໄດ້​ສັງຫານ
​ທະຫານ ປາ​ກິ​ສຖານ ຢ່າງ​ໜ້ອຍ 20 ຄົນ ​ແລະ​ໂຄສົກ ຕາລີ​ບານ ​ໄດ້​ເຕືອນ​ວ່າ ກຸ່ມ​ຂອງ​ຕົນ
“ຈະ​ທໍາ​ການ​ໂຈມ​ຕີແບບ​ນີ້ເພີ້​ມຂື້ນອີກ​ໃນ​ອານາ​ຄົດ.”

ພາກ​ຕາ​ລິ​ບານ ​ໄດ້​ປະຕິ​ບັງານກໍ່​ການ​ຮ້າຍຕ້ານ ປະ​ເທດປາ​ກິ​ສຖານ ຕັ້ງ​ແຕ່​ປີ 2007​. ການ
ວາງ​ລ​ະ​ເບີດ​ໃນ​ວັນ​ອາທິດ ​ໄດ້​ເປັນ​ຄັ້ງ​ໃຫຍ່​ທີ່​ສຸດ ​ຕໍ່​ຕ້ານ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພປາ​ກິ​ສ
ຖານ ​ໃນ​ຫລາຍ​ເດືອນ​ທີ່​ຜ່ານ​ມາ.

ນາຍົກລັດຖະມົນຕີ ທ່ານ Nawaz Sharif ​ໄດ້​ປະນາມ​ການ​ວາງ​ລ​ະ​ເບີດ​ໃນ​ວັນ​ອາທິດ ​ແລະ​
ໄດ້​ລົບ​ລ້າງ​ການ​ເດີນທາງ​ຂອງ​ທ່ານ​ໃນ​ອາທິດ​ນີ້ ເພື່ອໄປຮ່ວມກອງ​ປະຊຸມ​ເສດຖະກິດ​ໂລກ ​ທີ່ ເມືອງ Davos ​ປະ​ເທດ Switzerland ນັ້ນ.

Pakistan
please wait
Embed

No media source currently available

0:00 0:00:01 0:00
XS
SM
MD
LG