ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ຈາກເຫດລະເບີດແຕກ ໃນ ເຢເມນ ເພີ່ມສູງຂຶ້ນ


ທະຫານ ແລະ ປະຊາຊົນ ເຕົ້າໂຮມກັນ ຢູ່ຈຸດເກີດເຫດ ລະເບີດແຕກ ຫຼັງຈາກມືລະເບີດສະຫຼະຊີບຄົນໜຶ່ງ ໄດ້ຂັບ ລົດທີ່ເຕັມໄປດ້ວຍລະເບີດ ເຂົ້າໃສ່ຕຶກອາຄານ ຂອງທະຫານ ບ້ານໃນທ້ອງຖິ່ນ ຢູ່ນະຄອນ Aden, ປະເທດ ເຢເມນ, 29 ສິງຫາ, 2016.
ທະຫານ ແລະ ປະຊາຊົນ ເຕົ້າໂຮມກັນ ຢູ່ຈຸດເກີດເຫດ ລະເບີດແຕກ ຫຼັງຈາກມືລະເບີດສະຫຼະຊີບຄົນໜຶ່ງ ໄດ້ຂັບ ລົດທີ່ເຕັມໄປດ້ວຍລະເບີດ ເຂົ້າໃສ່ຕຶກອາຄານ ຂອງທະຫານ ບ້ານໃນທ້ອງຖິ່ນ ຢູ່ນະຄອນ Aden, ປະເທດ ເຢເມນ, 29 ສິງຫາ, 2016.

ຈຳນວນຜູ້ເສຍຊີວິດທັງໝົດຈາກລະເຫດເບີດແຕກໃນນະຄອນ Aden ທີ່ເປັນເມືອງທ່າ ຂອງ ເຢເມນ ໄດ້ສືບຕໍ່ເພີ່ມຂຶ້ນໃນວັນຈັນວານນີ້, ໃນຂະນະທີ່ບັນດານັກກູ້ໄພໄດ້ຄົ້ນຢູ່​ຕາມຊາກຫັກພັງ ຂອງສູນກາງເກນທະຫານ ທີ່ໄດ້ພັງລົງ​ມາ ໂດຍຜູ້ຕ້ອງສົງໄສ​ເປັນມືລະ ເບີດສະຫຼະຊີບຂອງພວກ ລັດອິສລາມ.

ມາຮອດຕອນແລງວານ​ນີ້ ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ສະມາຊິກທະຫານໃໝ່ ທີ່ສະໜັບ ສະໜູນລັດຖະບານ 54 ຄົນໄດ້ເສຍຊີວິດ ແລະ ຄົນອື່ນອີກປະມານ 70 ຄົນໄດ້ຮັບບາດ ເຈັບ, ໃນການໂຈມຕີຄັ້ງດຽວ ທີ່ຮ້າຍແຮງທີ່ສຸດ ໃນປະ​ເທດ ​ເຢ​ເມນ ສຳລັບປີນີ້. ອົງການ ຂ່າວຂອງ ຝຣັ່ງ ໄດ້ກ່າວເນັ້ນຄຳເວົ້າຂອງແຫຼ່ງຂ່າວການແພດ ໃນທ້ອງຖິ່ນວ່າ, ຈຳນວນຜູ້ ເສຍຊີວິດທັງໝົດມີ 71 ຄົນ ແລະ ບາດເຈັບ 98 ຄົນ.

ບັນດາເຈົ້າໜ້າທີ່ກ່າວວ່າ ລະເບີດໄດ້ແນເປົ້າໃສ່ພວກອາຄານໂຮງຮຽນ ບ່ອນທີ່ພວກທະ ຫານໃໝ່ ທີ່ຈົງຮັກພັກດີຕໍ່ລັດຖະບານຂອງປະທານາທິ ບໍດີ Abdu Rabbu Mansour Hadi ໄດ້ລົງທະບຽນ​ເຂົ້າຮັບການຝຶກຊ້ອມທະຫານ.

ຜູ້ເຫັນເຫດການກ່າວວ່າ ມືລະເບີດໄດ້ຍ່າງເຂົ້າປະຕູຂອງຄ້າຍຝຶກນຳຫຼັງລົດບັນທຸກຄັນ ໜຶ່ງທີ່ຂົນສົ່ງອາຫານເຊົ້າ​ໃຫ້ພວກທະຫານໃໝ່. ຜູ້ທີ່ໄດ້ຮັບບາດເຈັບສ່ວນໃຫຍ່ໄດ້ຖືກສົ່ງ ໄປໂຮງໝໍໃນທ້ອງຖິ່ນ ທີ່ປະຕິບັດການໂດຍອົງການແພດບໍ່ມີພົມແດນ ຫຼື MSF ເຊິ່ງສະ ຖານທີ່ຂອງພວກເຂົາເຈົ້າແມ່ນເຕັມໄປດ້ວຍສົບຂອງຜູ້ທີ່ເສຍຊີວິດ.

ບໍ່ດົນຫຼັງຈາກລະເບີດໄດ້ແຕກ, ພວກລັດອິສລາມໄດ້ອອກຖະແຫຼງການສະບັບໜຶ່ງອ້າງ ເອົາຄວາມຮັບຜິດຊອບ​ໂດຍອອກອາກາດທາງອົງການຂ່າວ Amaq ຂອງພວກເຂົາ.

ເຢເມນ ແມ່ນໄດ້ເກີດ​ຄວາມ​ວຸ້ນວາຍ​ຍ້ອນສົງຄາມກາງເມືອງທີ່ມີມາໄດ້ 18 ເດືອນ ​ໂດຍ​ທີ່​ຝ່າຍລັດຖະບານ ຂອງປະທານາທິບໍດີ ທີ່ຖືກຮັບຮູ້ໂດຍສາກົນ ທ່ານ Hadi ແລະ ພັນທະ ມິດ ຊາອູດີ ອາເຣເບຍ ​ໄດ້​ຕໍ່ສູ້ກັບພວກກະບົດ Houthi ທີ່ໄດ້ຮັບການໜູນຫຼັງຈາກ ອີຣ່ານ, ຜູ້ທີ່ໄດ້ລຸກຂຶ້ນຕໍ່ສູ້ໃນປີ 2014 ຫຼັງຈາກ​ໃນສິ່ງທີ່ພວກເຂົາເຈົ້າໄດ້ອະທິບາຍວ່າ​ເປັນການ ແບ່ງແຍກຂອງລັດຖະບານທີ່ມີມາ​ເປັນ​ເວລາຫຼາຍປີ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ຫລາຍ​ກວ່າ 6,500 ຄົນ​ໄດ້ເສຍ​ຊີວິດ​ໃນ​ບັນຫາ​ຂັດ​ແຍ້​ງນີ້ ​ແລະ​ເຄິ່ງນຶ່ງ​ແມ່ນ​ພົນລະ​ເຮືອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Yemen Suicide Attack
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG