ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດສະຫຼະຊີບ ໄດ້ສັງຫານ 45 ຄົນໃນ ເຢເມນ


ທະຫານ ແລະ ປະຊາຊົນ ເຕົ້າໂຮມກັນຢູ່ຈຸດເກີດເຫດ
ລະເບີດແຕກ ຫຼັງຈາກມືລະເບີດສະຫຼະຊີບຄົນໜຶ່ງ ໄດ້ຂັບ
ລົດທີ່ເຕັມໄປດ້ວຍລະເບີດເຂົ້າໃສ່ບໍລິເວນຂອງ ທະຫານ
ບ້ານໃນທ້ອງຖິ່ນຢູ່ເມືອງ Aden, ປະເທດ ເຢເມນ, 29
ສິງຫາ, 2016.
ທະຫານ ແລະ ປະຊາຊົນ ເຕົ້າໂຮມກັນຢູ່ຈຸດເກີດເຫດ ລະເບີດແຕກ ຫຼັງຈາກມືລະເບີດສະຫຼະຊີບຄົນໜຶ່ງ ໄດ້ຂັບ ລົດທີ່ເຕັມໄປດ້ວຍລະເບີດເຂົ້າໃສ່ບໍລິເວນຂອງ ທະຫານ ບ້ານໃນທ້ອງຖິ່ນຢູ່ເມືອງ Aden, ປະເທດ ເຢເມນ, 29 ສິງຫາ, 2016.

ບັນດາເຈົ້າໜ້າທີ່ກ່າວວ່າ ການໂຈມຕີດ້ວຍລະເບີດສະຫຼະຊີບໃນເມືອງ Aden ທີ່ຕັ້ງຢູ່ ພາກໃຕ້ຂອງປະເທດ ເຢເມນ ໄດ້ຂ້າຢ່າງໜ້ອຍ 25 ຄົນ ແລະ ອີກຫຼາຍຄົນໄດ້ຮັບບາດ ເຈັບ.

ພວກເຈົ້າໜ້າທີ່ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງໄດ້ຂັບລົດທີ່ເຕັມໄປດ້ວຍລະເບີດ ຕຳເຂົ້າໃສ່ອາຄານທີ່ຖືກໃຊ້ໂດຍກອງກຳລັງທີ່ສະໜັບສະໜູນລັດຖະບານໃນວັນຈັນມື້ນີ້.

ເຢເມນ ໄດ້ມີສ່ວນຮ່ວມໃນສົງຄາມທີ່ຕໍ່ສູ້ກັບລັດຖະບານຂອງປະທານາທິບໍດີທີ່ຖືກຮັບຮູ້ ໂດຍສາກົນ ທ່ານ Abdu Rabu Mansour Hadi ແລະ ປະເທດ ຊາອູດີ ອາເຣຍ ທີ່ເປັນ ພັນທະມິດ ຂອງທ່ານ ກັບພວກ Houthi ທີ່ໄດ້ຮັບການໜູນຫຼັງໂດຍ ອີີຣ່ານ, ຜູ້ທີ່ໄດ້ອ້າງ ວ່າພວກ ເຂົາເຈົ້າໄດ້ຖືກແບ່ງແຍກໂດຍລັດຖະບານເປັນເວລາຫຼາຍປີ.

ອົງການສະຫະປະຊາຊາດ ກ່າວວ່າ ປະຊາຊົນຫຼາຍກວ່າ 6,500 ຄົນ, ຢ່າງໜ້ອຍເຄິ່ງໜຶ່ງ ໃນນັ້ນ ແມ່ນພວກພົນລະເຮືອນ, ໄດ້ຖືກຂ້າຕາຍໃນຄວາມຂັດແຍ້ງດັ່ງກ່າວ.

ພ້ອມກັນນັ້ນ, ພວກຫົວຮຸນແຮງ al-Qaida ແລະ ພວກ ຈີຮາດ ລັດອິສລາມ ໄດ້ເປີດສາກ ໂຈມຕີຢ່າງເປັນປະຈຳ ໃນພາກພື້ນຕອນໃຕ້ ແລະ ຕາເວັນອອກສຽງໃຕ້ຂອງປະເທດ ເຢເມນ ທີ່ມີຄວາມວຸ່ນວາຍນີ້.

ແນວໃດກໍຕາມ, ເທົ່າເຖິງດຽວນີ້ກໍບໍ່ໄດ້ມີການອ້າງເອົາຄວາມຮັບຜິດຊອບຈາກຜູ້ໃດເທື່ອ ສຳລັບການໂຈມຕີໃນວັນຈັນມື້ນີ້.

Yemen Suicide Attack
please wait
Embed

No media source currently available

0:00 0:00:53 0:00

Authorities say a suicide attack in Yemen's southern city of Aden has killed at least 25 people and scores of others.

Officials say a suicide bomber drove his explosives-laden car Monday into a building used by pro-government troops.

Yemen is embroiled in a war that pits the government of internationally recognized President Abdu Rabu Mansour Hadi and his Saudi coalition against Iran-backed Houthis, who have claimed they have been subjected to years of government discrimination.

The United Nations says more than 6,500 people, at least half of them civilians, have been killed in the conflict.

In addition, al-Qaida and Islamic State jihadists often launch attacks in chaotic Yemen's southern and southeastern regions.

However, there has been no immediate claim of responsibility for the attack on Monday.

XS
SM
MD
LG