ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດ ສະຫຼະຊີບ 2 ຄັ້ງ ເຮັດໃຫ້ 13 ຄົນ ເສຍຊີວິດໃນ ໂຊມາເລຍ


ຕຳຫຼວດຄົນໜຶ່ງຢືນຍາມຢູ່ໃກ້ກັບຫໍຄວບຄຸມການບິນ ຫຼັງຈາກເຫດລະເບີດລົດສະຫຼະຊີບ ໃກ້ກັບຖານທັບໃຫຍ່ ຂອງກອງກຳລັງຮັກສາສັນຕິພາບ ສະຫະພາບ ອາຟຣິກາ ໃນນະຄອນຫຼວງ Mogadishu, ໂຊມາເລຍ,26 ກໍລະກົດ, 2016.
ຕຳຫຼວດຄົນໜຶ່ງຢືນຍາມຢູ່ໃກ້ກັບຫໍຄວບຄຸມການບິນ ຫຼັງຈາກເຫດລະເບີດລົດສະຫຼະຊີບ ໃກ້ກັບຖານທັບໃຫຍ່ ຂອງກອງກຳລັງຮັກສາສັນຕິພາບ ສະຫະພາບ ອາຟຣິກາ ໃນນະຄອນຫຼວງ Mogadishu, ໂຊມາເລຍ,26 ກໍລະກົດ, 2016.

ລະເບີດລົດສອງຄັນ ຂອງພວກ Al-Shabab ໄດ້ແຕກຂຶ້ນຢູ່ນອກທາງເຂົ້າໃຫຍ່ ຂອງສະ ໜາມບິນ ທີ່ນະຄອນຫຼວງ Mogadishu ໃນວັນອັງຄານມື້ນີ້ ໃນລະຫວ່າງຊົ່ວ​ໂມງ​ເຂົ້າ ການຕອນເຊົ້າ ເຮັດໃຫ້ມີຄົນເສຍຊີິວິດ 13 ຄົນ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ຮັກສາຄວາມປອດໄພ ໂຊມາ​ເລຍ.

ກຸ່ມ Al-Shabab ເຊິ່ງ​ເປັນ​ເຄືອ​ຂ່າຍ​ຂອງອົງການກໍ່ການຮ້າຍ al-Qaida ​ໃນໂຊມາ​ເລຍ ໄດ້ອ້າງເອົາຄວາມຮັບຜິດຊອບ​ໃນການໂຈມຕີຜ່ານ​ທາງສະຖານີວິທະຍຸ Andalus ຂອງ ກຸ່ມດັ່ງກ່າວ. ພວກເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ກ່າວວ່າ 7 ຄົນຈາກ 13 ຄົນທີ່ໄດ້ ເສຍຊີວິດນັ້ນ ແມ່ນຍາມຂອງອົງການສະຫະປະຊາຊາດ.

ທາງເຂົ້າສະໜາມບິນ ທີ່​ເປັນ​ເປົ້າຂອງ​ການ​ໂຈມ​ຕີ​ດ້ວຍລະເບີດ ແມ່ນໄດ້ຖືກໃຊ້ໂດຍ ພວກພະນັກງານຜູ້ທີ່ເຮັດວຽກຢູ່ສະໜາມບິນຢ່າງເປັນປະຈຳ ແລະ ໄດ້ຕັ້ງຢູ່ໃກ້ກັບຕຶກ ຂອງອົງການສະຫະປະຊາຊາດ ແລະ ສະຫະພາບ ອາຟຣິກາ ທີ່ຕິດກັບສະໜາມບິນ.

ຕຳຫຼວດຢືນຢູ່ທາງຂ້າງກຳແພງຂອບກັ້ນທີ່ຫັກພັງ ນອກຫ້ອງການຂອງອົງການສະຫະປະຊາຊາດ ໃນນະຄອນຫຼວງ Mogadishu. 26 ກໍລະກົດ, 2016 ຫຼັງຈາກລະເບີດລົດແຕກ 2 ຄັ້ງ.
ຕຳຫຼວດຢືນຢູ່ທາງຂ້າງກຳແພງຂອບກັ້ນທີ່ຫັກພັງ ນອກຫ້ອງການຂອງອົງການສະຫະປະຊາຊາດ ໃນນະຄອນຫຼວງ Mogadishu. 26 ກໍລະກົດ, 2016 ຫຼັງຈາກລະເບີດລົດແຕກ 2 ຄັ້ງ.

ປະຊາຊົນທີ່ອາໄສຢູ່ໃນບໍລິເວນນັ້ນ ໄດ້ລາຍງານວ່າໄດ້ຍິນສຽງລະເບີດແຕກຢ່າງຮຸນແຮງ 2 ຄັ້ງໃນເວລາປະມານ 9 ໂມງເຊົ້າຕາມເວລາໃນທ້ອງຖິ່ນ.

ອີງຕາມການລາຍງານຈາກຜູ້ທີ່ອາໄສຢູ່ໃນບໍລິເວນດັ່ງກ່າວ, ມືລະເບີດສະຫຼະຊີບ ໄດ້ພະ ຍາຍາມທີ່ຈະຂັບລົດທີ່ບັນຈຸລະເບີດເຕັມລົດຜ່ານຈຸດກວດກາຄວາມປອດໄພໂຊມາ​ເລຍ ແລະ ຕໍ່ມາໄດ້ກົດປຸ່ມລະເບີດ ເປັນສາເຫດເຮັດໃຫ້ມີຄົນເສຍຊີວິດ ແລະ ບາດເຈັບ.

ຫຼັງຈາກນັ້ນຕໍ່ມາບໍ່ເທົ່າໃດວິນາທີ ລົດອີກຄັນໜຶ່ງໄດ້ເດີນທາງມາຮອດ ແລະ ເທື່ອນີ້ມືລະ ເບີດສະຫຼະຊີບ ໄດ້ກົດປຸ່ມລະເບີດລົດຢູ່ໃກ້ກັບກອງກຳລັງຮັກສາຄວາມປອດໄພ ແລະ ກອງກຳລັງສະຫະພາບ ອາຟຣິກາ ທີ່ຢູ່ໃກ້ຄຽງກັນ.

ທະຫານ ໂຊມາເລຍ ຍ່າງຜ່ານຊາກຫັກພັງທີ່ເກີດຈາກລະເບີດລົດ ນອກຫ້ອງການອົງການ ສະຫະປະຊາຊາດ ໃນນະຄອນຫຼວງ Mogadishu, 26 ກໍລະກົດ, 2016.
ທະຫານ ໂຊມາເລຍ ຍ່າງຜ່ານຊາກຫັກພັງທີ່ເກີດຈາກລະເບີດລົດ ນອກຫ້ອງການອົງການ ສະຫະປະຊາຊາດ ໃນນະຄອນຫຼວງ Mogadishu, 26 ກໍລະກົດ, 2016.

ແຫຼ່ງຂ່າວຮັກສາຄວາມປອດໄພແຫ່ງໜຶ່ງໄດ້ກ່າວຕໍ່ ວີໂອເອ ວ່າເຈົ້າໜ້າທີ່ຮັກສາຄວາມ ປອດໄພເອກະຊົນ ທີ່ຮັບຜິດຊອບໜ້າທີ່ໃນການປົກປ້ອງເຈົ້າໜ້າທີ່ UN ຢູ່ນອກບໍລິເວນ ຕຶກຂອງສະຫະພາບ ອາຟຣິກາ ກໍໄດ້ຢູ່ທີ່ດ່ານກວດ ໃນເວລາຂອງການໂຈມຕີນັ້ນ.

ຍັງບໍ່ທັນເປັນທີ່ຮູ້ຈັກເທື່ອວ່າມີເຈົ້າໜ້າທີ UN ຄົນໃດກຳລັງກຽມເດີນທາງອອກຈາກສະ ໜາມບິນ ໃນເວລາທີ່​ການໂຈມຕີໄດ້ເກີດຂຶ້ນນັ້ນ. ເຈົ້າໜ້າທີ່ຮັກສາຄວາມປອດໄພເອກະ ຊົນ ໄດ້ຄຸ້ມກັນບັນດາເຈົ້າໜ້າທີ່ UN ແລະ ຍານພາຫະນະຕ່າງໆອອກໄປຈາກເຂດອ້ອມ ແອ້ມສະໜາມບິນ.

ແຫຼ່ງຂ່າວຮັກສາຄວາມປອດໄພກ່າວວ່າ ພວກໂຈມຕີບໍ່ໄດ້ລ່ວງເຂົ້າ​ໄປໃນບໍລິເວນສະ ໜາມບິນ ເຊິ່ງບາງສ່ວນເປັນທີ່ຕັ້ງສຳນັກງານໃຫຍ່ຂອງສະຫະພາບ ອາຟຣິກາ ພ້ອມກັບ ສະຖານທູດຂອງປະເທດຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG