ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີສະລະຊີບ ຢູ່ຄາບູລ ແນເປົ້າໝາຍໃສ່ ໜ່ວຍເຝິກແອບຕຳຫຼວດ ຂອງ ອີຢູ


ທະຫານສະຫະລັດຄົນນຶ່ງ (ກາງ) ຢືນຖ່າຍຮູບ ເອົາບ່ອນທີ່ ມີການວາງລະເບີດສະລະຊີບ ຢູ່ໃກ້ໆກັບສຳນັກງານໃຫຍ່ ຂອງໜ່ວຍເຝິກແອບຕຳຫຼວດຢູໂຣບ ທີ່ນະຄອນຫລວງຄາບູລ ຂອງອັຟການິສຖານ, ວັນທີ 5 ມັງກອນ 2015.
ທະຫານສະຫະລັດຄົນນຶ່ງ (ກາງ) ຢືນຖ່າຍຮູບ ເອົາບ່ອນທີ່ ມີການວາງລະເບີດສະລະຊີບ ຢູ່ໃກ້ໆກັບສຳນັກງານໃຫຍ່ ຂອງໜ່ວຍເຝິກແອບຕຳຫຼວດຢູໂຣບ ທີ່ນະຄອນຫລວງຄາບູລ ຂອງອັຟການິສຖານ, ວັນທີ 5 ມັງກອນ 2015.

ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ໃນ​ລົດ​ຄັນ​ນຶ່ງ ​ໄດ້​ທຳ​ການ​ໂຈມ​ຕີລົດ
​ຂອງ​ຕຳຫຼວດ​ສະຫະພາບ​ຢູ​ໂຣບຄັນ​ນຶ່ງ ​ໃນ​ນະຄອນຫລວງ​
ຄາ​ບູລ ​ເຮັດ​ໃຫ້​ຄົນ​ຍ່າງ​ຕາມ​ຖະໜົນ​ຄົນນຶ່ງ​ເສຍ​ຊີວິດ ​ແຕ່​ບໍ່
​ໄດ້​ເຮັດ​ໃຫ້​ພວກ​ຄົນ​ໃນ​ລົດ​ໄດ້​ຮັບບາດ​ເຈັບ​ໃດໆ. ​ເຖິງ​ຢ່າງ​
ໃດ​ກໍ​ດີ ປະຊາຊົນ 5 ຄົນ​ທີ່ຢູ່​ໃກ້ໆນັ້ນ ໄດ້​ຮັບ​ບາດ​ເຈັບ.

ກຸ່ມ​ຕາ​ລີ​ບັນ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​
ຄັ້ງ​ນີ້.

ໜ່ວຍ​ເຝິກ​ແອບ​ຕຳຫຼວດຂອງ​ສະຫະພາບ​ຢູ​ໂຣບ ກ່າວ​ວ່າ
ຜູ້ວາງ​ລະ​ເບີດ​ໄດ້​ທຳ​ການ​ໂຈມ​ຕີ ​ຢູ່​ໃກ້ໆ​ກັບ​ສຳນັກງານ​
ໃຫຍ່​ຂອງ​ຕົນ​ໃນ​ເຂດ​ຊານ​ເມືອງ​ທາງ​ກໍ້າາ​ຕາເວັນ​ອອກ​ຂອງນະຄອນຫຼວງ​ຄາ​ບູລ ​ໃນ​ຕອນ​ບ່າຍ​ວັນ​ຈັນ​ມື້​ນີ້ ຕາມ​ເວລາ​ໃນທ້ອງ​ຖິນ.

ນະຄອນ​ຄາ​ບູລ ​ໄດ້​ປະເຊີນ​ກັບ​ການ​ໂຈມ​ຕີຫລາຍໆ​ບັ້ນ ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​
ຜ່ານ​ມາ​ນີ້ ​ຈາກ​ພວກ​ກະບົດ​ກຸ່ມ​ຕາ​ລ​ລີບັນ ທີ່​ແນ​ເປົ້າ​ໃສ່​ພວກ​ຕຶກ​ອາຄານ​ຂອງ​ລັດຖະ
ບານພ້ອມ​ທັງ​ດ້ານ​ທະຫານ​ແລະ​ຂອງຕ່າງປະ​ເທດ​ນັນ.

ການ​ໂຈມ​ຕີ​ດັ່ງກ່າວ ມີ​ຂຶ້ນ ​ໃນ​ຂະນະ​ທີ່ກອງທັບ​ຂອງ​ອັຟກາ​ນິສຖານ​ຮັບ​ເອົາ​ຄວາມ​ຮັບ
ຜິດ​ຊອບ​ທັງ​ໝົດ ​ໃນ​ການ​ຮັກສາຄວາມ​ປອດ​ໄພ​ແຫ່ງ​ຊາດ ​ຊຶ່ງ​ເປັນ​ຂີດ​ໝາຍ​ການ​ສິ້ນ​ສຸດ
​ລົງ​ຢ່າງ​ເປັນ​ທາງ​ການ ຂອງການ​ດຳ​ເນີນ​ພາລະກິດສູ້​ລົບ​ມາ​ເປັນ​ເວລາ 13 ປີ ​ຢູ່​ໃນ​ອັຟກາ​ນິສຖານ ຂອງ​ສະຫະລັດ ​ແລະ​ກຸ່ມ​ເນ​ໂຕ້ ທີ່​ແນ​ໃສ່ໂຈມ​ຕີ​ພວກກະບົດ​ກຸ່ມ​ຕາ​ລີ​ບັນ​ນັ້ນ.

afghanistanblast5january15
please wait

No media source currently available

0:00 0:00:56 0:00

XS
SM
MD
LG