ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢ່າງນ້ອຍ 45 ຄົນ ຖືກ​ສັງ​ຫານ ໃນ​ການ​ໂຈມ​ຕີ ສະ​ລະ​ຊີບ ຢູ່ ອີຣັກ (ສະໄລດ໌)


ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 45 ຄົນ ​ແລະ​​ເຮັດ​ໃຫ້​ບາດ​ເຈັບອີກ 157 ຄົນ
ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 45 ຄົນ ​ແລະ​​ເຮັດ​ໃຫ້​ບາດ​ເຈັບອີກ 157 ຄົນ
ຕໍາຫລວດ ​ໃນພາກ​ໃຕ້​ຂອງອີຣັກ ກ່າວ​ວ່າ ຄົນ​ວາງ​ລະ​ເບີດ
​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 45 ຄົນ ​ແລະເຮັດ​
ໃຫ້​ບາດ​ເຈັບອີກ 157 ຄົນ ​ເວລາ​ຜູ້ກ່ຽວ ກົດ​ຂະ​ນວນລະ​
ເບີດທີ່ບັນທຸກ​ມາເຕັມລົດ​ບັສນ້ອຍ​ຄັນ​ນຶ່ງ ຢູ່​ດ່ານ​ກວດ​ຮັກ
ສາ​ຄວາມ​ປອດ​ໄພ​ ທີ່​ມີ​ຄົນ​ໜາ​ແໜ້ນ​ແຫ່ງ​ນຶ່ງ.

ການ​ໂຈມຕີ​ໃນ​ວັນ​ອາທິດວານ​ນີ້ ​ໄດ້​ເຮັດໃຫ້​ໄຟ​ໄໝ້​ລົດ 50
ຄັນ ສັງຫານ​ພວກ​ທີ່​ນັ່ງ​ຖ້າ​ຢູ່​ໃນ​ລົດ ຂະນະ​ທີ່ລໍຖ້າ​ໃຫ້ເຈົ້າ
​ໜ້າ​ທີ່​ ມາກ​ວດລົດ​ຂອງ​ເຂົາ​ເຈົ້າ​ ຢູ່​ດ່ານ​ນັ້ນ.

ການວາງ​ລະ​ເບີດ​ໄດ້​ເກີດ​ຂື້ນ​ ຢູ່​ປະຕູ​ເຂົ້າ​ດ້ານ​ເໜືອ​ຂອງເມືອງ
Hillah ທີ່​ມີ​ຊາ​ວ shi’ite ອາ​ໄສຢູ່​ເປັນ​ສ່ວນ​ໃຫຍ່ ປະມານ 100 ກິ​ໂລ​ແມັດຫ່າງ​ຈາກ
ນະຄອນຫລວງແບກ​ແດດ​ ໄປ​ທາງ​ທິດ​ໃຕ້.

ຍັງ​ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ ຄວາມ​ຮັບຜິດຊອບ​ໃນການ​ໂຈມ​ຕີຄັ້ງ​ນີ້​ເທື່ອ.

ອີຣັກ​ໄດ້​ປະສົບ​ກັບ​ ຄວາມຮຸນ​ແຮງໜັກ​ທີ່​ສຸດ ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ ອັນ​ສືບ​ເນື່ອງ​ມາ​
ຈາກ ຄວາມ​ບໍ່ພໍ​ໃຈ​ທີ່ມີ​ຢູ່​ຢ່າງ​ແຜ່​ຫລາຍ ລ​ະຫວ່າງຊົນກຸ່ມ​ນ້ອຍ ຊາວ​ Sunni ອາຣັບ ​ແລະ
ສົງ​ຄາມ​ກາງ​ເມືອງ ​ໃນ​ປະ​ເທດ​ເພື່ອນ​ບ້ານ ຊີ​ເຣຍ. ມີຫລາຍ​ກວ່າ 1,400 ຄົນ​ ໄດ້​ເສຍ​
ຊີວິດ ​ໃນ​ປີ​ນີ້.

XS
SM
MD
LG