ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

29 ຄົນ​ເສຍ​ຊີວິດ ​ໃນ​ການວາງ ລະ​ເບີດ​ສະລະ​ຊີ​ບ 2 ​ຄັ້ງ​ ໃນ​ກຸງ Baghdad


ວັດຊີໄອທ໌ ບ່ອນຖືກວາງລະເບີດ ຕິດຕໍ່ກັນສອງຄັ້ງ, ວັນທີ 18 ມິຖຸນາ 2013.
ວັດຊີໄອທ໌ ບ່ອນຖືກວາງລະເບີດ ຕິດຕໍ່ກັນສອງຄັ້ງ, ວັນທີ 18 ມິຖຸນາ 2013.

ທາງ​ການ​ອີຣັກກ່າວ​ວ່າ ການວາງລະ​ເບີດ​ສະລະ​ຊີ​ບ 2 ​ຄັ້ງ​ຕິດ​ຕໍ່​ກັນ ຢູ່​ວັດ​ຂອງ​ຊາວ​ Shi’ite ​ໃນ​ກຸງ Baghdad ໄດ້​ສັງຫານ​ຢ່າງ​ນ້ອຍ 29 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ອີກ 52 ຄົນ.

ການວາງລະ​ເບີດສະລະ​ຊີບ​ດັ່ງກ່າວ ​ແມ່ນ​ມີ​ຂຶ້ນ​ໃນວັນອັງຄານ​ວານ​ນີ້​ ​ ​ຫຼັງ​ຈາກ​ການ​ສູດ​ມົນ​ພາ​ວັນນາ ຕອນ​ທ່ຽງວັນ ໃນ​ເຂດ al-Qahira ​ທາງພາກເໜືອຂອງນະຄອນ​ຫຼວງແບກ​ແດດ​. ຄົນ​ວາງລະ​ເບີດ​ຜູ້​ທໍາ​ອິດ​ ​ໄດ້​ຈຸດ​ຂະ​ນວນລະ​ເບີດ​ຕົນ​ເອງ ​ຢູ່​ປ້ອມ​ກວດ​ຄົນ​ເຂົ້າ​ອອກ ​ໃກ້ໆ​ກັບ​ວັດ ​ແລະ​ໃນ​ບໍ່​ເທົ່າ​ໃດນາທີ​ຕໍ່​ມາ ​ກໍໄດ້​ມີ​ອີກ​ຜູ້​ນຶ່ງ​ລະ​ເບີດ​ຕົວ​ເອງ​ຕາຍ ຢູ່ພາຍໃນວັດ​.

ອີຣັກໄດ້​ປະສົບ​ກັບ​ການ​ເພີ້​ມທະວີ​ຂຶ້ນໃນ​ການ​ກໍ່ຄວາມ​ຮຸນ​ແຮງ ທີ່​ທາງ​ການ​ຖິ້ມ​ໂທດ ​ໃສ່​ພວກກະບົດຊາວ Sunni ທີ່​ເປັນພາຄີ​ຂອງ​ກຸ່​ມ al-Qaida ​ໃນ​ອີຣັກ. ຄວາມ​ຮຸນ​ແຮງທີ່ ເພີ້​ມທະວີຂຶ້ນ​ນີ້​ ໄດ້ສ້າງ​ຄວາມ​ວິຕົກ​ກັງວົນ​ວ່າ​ ປະ​ເທດ​ຊາດ​ຈະ​ກັບ​ຄືນ​ໄປ​ສູ່​ສະພາບ​ການ​ທີ່​ມີການ​ກໍ່​ຄວາມ​ຮຸນ​ແຮງ ລະຫວ່າງ​ກຸ່ມ​ສາສະໜາ​ ຢ່າງ​ແຜ່​ຫຼາຍ ນັ້ນອີກ.​


ແຜ່ນທີ່ຈຸດຕ່າງໆ ບ່ອນມີການໂຈມຕີໃນວັນທີ 18 ມິຖຸນາ 2013.

Iraq Violence
please wait
Embed

No media source currently available

0:00 0:00:51 0:00


XS
SM
MD
LG