ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມືລະເບີດສະຫຼະຊີບ ສັງຫານ 6 ຄົນ ໃນພາກໃຕ້ ອີຣັກ


ແຜນທີ່ສະແດງໃຫ້ເຫັນເມືອງຕ່າງໆໃນປະເທດ ອີຣັກ.
ແຜນທີ່ສະແດງໃຫ້ເຫັນເມືອງຕ່າງໆໃນປະເທດ ອີຣັກ.

ມືລະເບີດສະຫຼະຊີບຄົນໜຶ່ງໄດ້ຂ້າປະຊາຊົນ 6 ຄົນ ແລະ ເຮັດໃຫ້ບາດເຈັບອີກ 6 ຄົນໃນ ເມືອງ Karbala ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ ອີຣັກ.

ກະຊວງພາຍໃນຂອງປະເທດໄດ້ກ່າວວ່າ ກອງກຳລັງຮັກສາຄວາມປອດໄພ ໄດ້ສັງຫານ ພວກໂຈມຕີຄົນອື່ນໆ 6 ຄົນ. ແລະ ວ່າມືລະເບີດສະຫຼະຊີບໄດ້ຂ້າຕົວເອງຕາຍຢູ່ໃນເຮືອນ ຫຼັງໜຶ່ງ ຫຼັງຈາກຖືກປິດລ້ອມໄວ້.

ບໍ່ມີການອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດສຳລັບການໂຈມຕີດັ່ງກ່າວ. ມັນໄດ້ ເກີດຂຶ້ນໃນເມືອງ Ain al-Tamer ທີ່ຕັ້ງຢູ່ຫ່າງຈາກເມືອງ Karbala ປະມານ 50 ກິໂລ ແມັດ. ເມືອງດັ່ງກ່າວແມ່ນບ້ານຂອງສານເຈົ້າທີ່ສຳຄັນທີ່ມີຢູ່ຢ່າງກວ້າງຂວາງ ສຳລັບຊາວ ມຸສລິມນິກາຍ Shi’ite, ຜູ້ທີ່ຖືກບົ່ງວ່າເປັນຄົນນອກສາສະໜາໂດຍກຸ່ມລັດອິສລາມ ທີ່ຮັບ ຜິດຊອບສຳລັບການໂຈມຕີທີ່ຄ້າຍຄືກັນຫຼາຍຄັ້ງ.

ນອກນີ້ ການລະເບີດດັ່ງກ່າວ ຍັງໄດ້ເກີດຂຶ້ນໃນຂະນະທີ່ຊາວ Shi’ite ໄດ້ກະກຽມທີ່ຈະ ສະເຫຼີມສະຫຼອງວັນ Arbaeen, ການສິ້ນສຸດຂອງໄລຍະໄວ້ອາໄລ 40 ມື້, ເຊິ່ງເປັນການ ລະນຶກເຖິງການສິ້ນພະຊົນຂອງຫຼານຊາຍພະເຈົ້າ Mohammad, ພະອົງ Imam Hussein ໃນສັດຕະວັດທີ 7.

ໃນຂະນະທີ່ການລະເບີດໄດ້ເກີດຂຶ້ນຢ່າງເປັນປະຈຳໃນ ອີຣັກ ນັ້ນ, ມັນເປັນງານທີ່ຂ້ອນ ຂ້າງຈະບໍ່ຄ່ອຍຖືກຈັດຂຶ້ນໃນພາກໃຕ້ຂອງນະຄອນຫຼວງ ແບກແດັດ, ເຊິ່ງເປັນເຫດຜົນສຳ ລັບການມີຜູ້ບາດເຈັບ ແລະ ເສຍຊີວິດຈຳນວນຫຼາຍ ເຊື່ອມໂຍງກັບການກະທຳຂອງລັດ ທິກໍ່ການຮ້າຍ ແລະ ການຕໍ່ສູ້ປະກອບອາວຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG