ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການໂຈມ​ຕີ ສະລະຊີບ ຕໍ່ດ່ານກວດ ທະຫານມາລີ (ສະໄລດ໌)


ຜູ້​​ໂຈມ​ຕີສະລະ​ຊີບ​ຄົນ​ນຶ່ງ ​​ບີບ​ຄະ​ນວນລະ​ເບີດ​​ແຕກ​ຂຶ້ນ​ໃກ້​ກັບ​ທ​ະຫານ ກຸ່ມ​ນຶ່ງ ເປັນ​ຄັ້ງ​ທໍາ​ອິດ​ທີ່ພວກ​ກະບົດ​ໄດ້​ໃຊ້​ກົນລະຍຸດ​ແບບ​ນີ້
ຜູ້​​ໂຈມ​ຕີສະລະ​ຊີບ​ຄົນ​ນຶ່ງ ​​ບີບ​ຄະ​ນວນລະ​ເບີດ​​ແຕກ​ຂຶ້ນ​ໃກ້​ກັບ​ທ​ະຫານ ກຸ່ມ​ນຶ່ງ ເປັນ​ຄັ້ງ​ທໍາ​ອິດ​ທີ່ພວກ​ກະບົດ​ໄດ້​ໃຊ້​ກົນລະຍຸດ​ແບບ​ນີ້
ບັນດາ​ເຈົ້າ​ໜ້າ​ທີ່​ທະຫານມາລີກ່າວ​ວ່າ ຜູ້ໂຈມ​ຕີສະລະ​ຊີບ​ຄົນ​
ນຶ່ງ ​ໄດ້​ບີບ​ຄະ​ນວນລະ​ເບີດໃຫ້​ແຕກ​ຂຶ້ນ​ໃກ້​ກັບ​ທ​ະຫານກຸ່ມ​ນຶ່ງ
ຊຶ່ງ​ເປັນ​ຄັ້ງ​ທໍາ​ອິດ​ທີ່ພວກ​ກະບົດ​ໄດ້​ໃຊ້​ກົນລະຍຸດ​ແບບ​ນີ້ ນັບ​ຕັ້ງ​
ແຕ່​ທະຫານ​ຝຣັ່ງ​ໄດ້​ເລີ້​ມ​ທໍາ​ການ​ປະຕິບັດ​ງານ ຕໍ່ຕ້ານ​ການ​ບຸກ​
ໂຈມ​ຕີ​ຂອງ​ພວກ​ກະບົດໃນ​ປະ​ເທດ​ດັ່ງກ່າວ​ ​ເມື່ອ​ເດືອນ​ແລ້ວ​ນີ້.

​ພວກເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີທະຫານ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ​ເວ
ລາ​ຜູ້ໂຈມ​ຕີສະລະ​ຊີບ​ຂີ່​ລົດຈັກ​ເຂົ້າໄປ​ໃກ້ໆ​ແລະ​ບີບ​ຄະ​ນວນ
​ລະ​ເບີດ​ໃຫ້​ແຕກ​ຂຶ້ນ ຢູ່ທີ່ດ່ານ​ກວດ​ແຫ່ງ​ນຶ່ງຂອງ ທະຫານມາລີ ​
ໃກ້​ໆ​ເມືອງ Gao ທາງ​ພາກ ​ເໜືອ​ຂອງ​ປະ​ເທດ ​ໃນ​ວັນ​ສຸກ​ມື້​ນີ້.

ກໍາລັງຂອງ​ມາລີ ທີ່​ໄດ້​ຮັບ​ການ​ໜຸນຫລັງຈາກຝຣັ່ງ ປະ​ເຊີນ​ໜ້າກັບ​ການ​ຕໍ່ຕ້ານ​ຫລາຍ​ຂື້ນ​ຈາກພວກ​ກະບົດອິສລາມ ຢູ່ໃນພາກ​ເໜືອ​ຂອງ ມາລີ ​ໃນ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ ຫລັງ​ຈາກໄດ້​ເຂົ້າ​ຄວບ​ຄຸມ​ຂົງເຂດ​ໃນ​ເດືອນ​ແລ້ວ​ນີ້.


ໃນ​ຕົ້ນ​ອາທິດ​ນີ້ ກໍາລັງ​ທະຫານມາລີ ​ແລະ​ຝຣັ່ງ ​ໄດ້​ຖືກ​ໂຈມ​ຕີ​ດ້ວຍລູກ​ສອນ RPG ​ທີ່​ເມືອງ Gao. ນອກ​ນັ້ນທະຫານມາລີ ສີ່​ຄົນ​ກໍໄດ້​ເສຍ​ຊີ ວິດເວລາ​ລົດ​ຂອງ​ເຂົາ​ເຈົ້າ​ຢຽບ​ລະ​ເບີດ​ຝັງ​ດິນຢູ່​ໃນ​ເຂດດັ່ງກ່າວເມື່ອວັນ ​ພຸດ​ຜ່ານ​ມາ​ນີ້.

ຝຣັ່ງ ກໍ​າລັງ​ຊອກ​ຫາ​ຊ່ອງ​ທາງ​ ທີ່​ຈ​ະ​ເລີ້ມຂັ້ນຕອນ​ໃນ​ການມອບ​ໂອນ ການ​ເຂົ້າໄປ​ຊ່ວຍເປັນ​ເວລາ​ສີ່​ອາທິດ​ຂອງ​ຕົນ ໃຫ້​ແກ່ກຳລັງ​ຮັກສາ​ສັນ ຕິ​ພາບສະຫະ​ປະຊາ​ຊາດ. ​ແຕ່​ເຈົ້າ​ໜ້າທີ່ກ່າວ​ວ່າ ການມອບ​ໂອນໃດໆ ກໍ​ຕາມຈະ​ຕ້ອງ​ໄດ້​ລໍ​ຖ້າ​ຈົນ​ກວ່າສະ​ຖານະ​ການ​ດ້ານ
ຄວາມ​ປອດ​ໄພ​ຂອງ ມາລີ ມີ​ສະຖຽນ​ລະ​ພາບ​ເສຍ​ກ່ອນ.
XS
SM
MD
LG