ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢ່າງນ້ອຍ 12 ຄົນ ເສຍຊີວິດ ໃນການໂຈມຕີ ສະລະຊີບ ຢູ່ອັຟການິສຖານ (ສະໄລດ໌)


ບັນດາທະຫານຝຣັ່ງ ໄດ້ມາເຖິງທີ່ເກີດເຫດ ຢູ່ເມືອງຫລວງກາບູລ ຂອງອັຟການິສຖານ, ວັນທີ 18 ກັນຍາ 2012.
ບັນດາທະຫານຝຣັ່ງ ໄດ້ມາເຖິງທີ່ເກີດເຫດ ຢູ່ເມືອງຫລວງກາບູລ ຂອງອັຟການິສຖານ, ວັນທີ 18 ກັນຍາ 2012.
ທີ່ອັຟການິສຖານ ຄົນວາງລະເບີດສະລະຊີບຄົນນຶ່ງໄດ້ໂຈມຕີ
ລົດຕູ້ຂະໜາດນ້ອຍຄັນນຶ່ງ ທີ່ບັນທຸກຊາວຕ່າງຊາດ ຢູ່ໃກ້ໆກັບ
ເມືອງຫຼວງຂອງປະເທດ ຊຶ່ງໄດ້ສັງຫານຢ່າງນ້ອຍ 12 ຄົນ.

ຕໍາຫຼວດກ່າວວ່າ ມີພະນັກງານຕ່າງຊາດ ຢ່າງນ້ອຍ 9 ຄົນ ກັບ
ຄົນຂັບລົດແລະຊາວອັຟການີສຖານ ອີກ 2 ຄົນ ເສຍຊີວິດໃນ
ການໂຈມຕີໃນວັນອັງຄານມື້ນີ້ ໃກ້ໆກັບສະໜາມບິນ ເມືອງ
ຫລວງ Kabul.

ຄົນຮ້າຍໄດ້ຈຸດຂະນວນລະເບີດ ທີ່ຫ້າງໄວ້ເຕັມ ລົດທີ່ຕົນຂັບມາ
ຢູ່ໃກ້ໆກັບລົດຕູ້ຂະໜາດນ້ອຍນັ້ນ ຢູ່ຖະໜົນໃຫຍ່ທາງໄປສະໜາມ
ບິນ. ທາງການອັຟການີສຖານກ່າວວ່າ ຊາວຕ່າງຊາດ ອັນມີຮວມ
ທັງຊາວອາຟຣິກາໃຕ້ແລະຣັດເຊຍ ເຮັດວຽກໃຫ້ບໍລິສັດເອກະຊົນ
ທີ່ມີສໍານັກງານຢູ່ໃນສະໜາມບິນ.

ກຸ່ມກະບົດ Hezb-e-Islami ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້
ແລະກ່າວວ່າ ຄົນວາງລະເບີດສະລະຊີບແມ່ນແມ່ຍິງ ເພື່ອຕອບໂຕ້ຕໍ່ຮູບເງົາທີ່ ຕໍ່ຕ້ານສາສະ
ໜາອິສລາມ. ຮູບເງົາວີດີໂອແບບຫຍາບໆທີ່ຄົນອາເມຣິກັນເປັນຜູ້ສ້າງນັ້ນ ໄດ້ໝິ່ນປະມາດຕໍ່
ພະເຈົ້າ Muhammad ແລະພາໃຫ້ມີການລຸກຮືຂຶ້ນປະທ້ວງ ໃນທົ່ວໂລກ ຮວມທັງໃນອັຟກາ
ນີສຖານນໍາ.



ພ້ອມດຽວກັນ ອົງການເນໂຕ ໄດ້ຢືນຢັນກັບ VOA ໃນວັນອັງຄານມື້ນີ້ວ່າ ຕົນໄດ້ລຸດຜ່ອນ
ການປະຕິບັດງານຮ່ວມມືກັນກັບກອງກໍາລັງຮັກສາຄວາມປອດໄພ ຂອງອັຟການີສຖານນັ້ນລົງ
ທ່າມກາງທີ່ມີການໂຈມຕີພາຍໃນຂຶ້ນຢູ່ເລື້ອຍໆໃນຫວ່າງມໍ່ໆມານີ້ແລະການປະທ້ວງຮູບເງົາ
ວີດີໂອທີ່ຕໍ່ຕ້ານກັບສາສໜາມຸສລິມນັ້ນ.
XS
SM
MD
LG