ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງຊູດານ ທີ່ລໍຖ້າ ການປະຫານຊີວິດ ຈະຖືກປ່ອຍ ໄວໆນີ້ (ວີດີໂອ )


ແຜນທີ່ຊູດານ
ແຜນທີ່ຊູດານ
ກະຊວງ​ການ​ຕ່າງປະ​ເທດ​ຊູ​ດານ​ກ່າວ​ວ່າ ​ແມ່ຍິງ​ຊູ​ດານ​ຄົນ​ນຶ່ງ​
ຖືກ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​ດ້ວຍ​ການ​ແຂວນ​ຄໍ​ ທີ່​ຢັ້ງຢືນ​
ຕົນ​ເອງ​ວ່າ ​ເປັນ​ຄົນ​ຖື​ສາສະໜາ​ຄຣິສນັ້ນ ຈະ​ຖືກ​ປ່ອຍ​ໂຕ ໃຫ້​
ເປັນ​ອິດ​ສະລະ” ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້” ລຸນ​ຫຼັງ​ເກີດ
​ສຽງ​ວຸ້ນວາຍ​ ຢ່າງ​ຟົດ​ຟື້ນ​ຂອງ​ນາໆ​ຊາດ​ ກ່ຽວ​ກັບ​ການ​ຕັດສິນ
​ລົງ​ໂທດ​ຍ້ອນ​ການ​ອອກ​ຈາກ​ສາ​ສະໜາ​ຂອງ​ນາງ​ນັ້ນ.

​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງ​ປະ​ເທດ​ຊູ​ດານ ທ່ານ Abdullah
al- Azraq ປະກາດ​ກ່ຽວກັບເລື່ອງ​ດັ່ງກ່າວ ​ໃນ​ແລງ​ວັນ​ເສົາ​ວານ
​ນີ້ ທີ່​ນະຄອນ Khartoum ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກນາງ
Mariam Yahya Ibrahim ​ໄວ 27 ປີ ອອກລູກ​ຢູ່​ໃນ​ຄຸກ ​ໃນ​ຂະ
ນະ​ທີ່​ພວມ​ລໍຖ້າ​ການ​ປະຫານ​ຊີວິດ​ນາງ​ນັ້ນ.

ນາງ Ibrahim ທີ່​ເປັນ​ແມ່​ເດັກນ້ອຍ​ຜູ້​ຊາຍ​ອີກ​ຄົນ​ນຶ່ງ ​ໄວ​ປີ​ນຶ່ງ​ກັບ 8 ​ເດືອນ​ເຊັ່ນ​ກັນ
ນັ້ນ ​ໄດ້​ເກີດ​ນຳ​ແມ່​ທີ່​ເປັນ​ຊາວ​ຄຣິສຕຽນ​ແລະ​ພໍ່​ເປັນ​ມຸສລິ​ມ ​ແລະ​ຖືກ​ລ້ຽງ​ໃຫຍ່​ຂຶ້ນ​
ມາ​ໃນ​ຖານະ​ເປັນ​ຊາວ​ຄຣິສຕຽນ ຫຼັງ​ຈາກ​ພໍ່​ໄດ້ພັດ​ພາກ​ຈາກ​ຄອບຄົວ​ໄປ. ນາງ
Ibrahim ກ່າວ​ວ່າ ລາວ​ບໍ່​ເຄີຍ​ຖື​ວ່າ ລາວ​ເປັນ​ຊາວ​ມຸສລິ​ມຈັກ​ເທື່ອ ​ເຖິງ​ແມ່ນ​ກົດ
ໝາຍ​ຂອງ​ຊູ​ດານ​ຕີ​ຄວາມ​ໝາຍ​ພວກ​ເດັກນ້ອຍ​ທີ່​ມີ​ພໍ່​ເປັນ​ຄົນ​ມຸສລິ​ມນັ້ນ​ວ່າ ລູກກໍ​
ຕ້ອງ​ເປັນ​ມຸສລິ​ມນັ້ນ​ກໍ​ຕາມ.

​ໃນ​ຕົ້ນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້ ສານ​ໄດ້​ໃຫ້​ເວລາ​ນາງ Mariam ​4 ມື້ ​ໃຫ້​ອອກ​
​ຫຼື​ເຊົາ​ເຊື່ອ​ຖື​ສາສະໜາ​ຄຣິສ ​ແລະ​ໄດ້​ຕັດສິນ​ໂທດ​ປະຫານ​ຊີວິດ​ນາງ ​ເວລາ​ນາງ​
ບໍ່​ຍອມ​ປະຫຼືອອກ​ຈາກ​ສາສະໜາ​ຄຣິສນັ້ນ.
SUDAN DEATH SENTENCE VO
please wait

No media source currently available

0:00 0:00:32 0:00
XS
SM
MD
LG