ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ປະນາມ ການຖິ້ມລະເບີດ ໃສ່ບໍ່ນໍ້າມັນ ຊູດານໃຕ້


ບໍ່ນໍ້າມັນຂອງຊູດານແລະຊູດານໃຕ້
ບໍ່ນໍ້າມັນຂອງຊູດານແລະຊູດານໃຕ້

ສະຫະລັດ​ໄດ້​ປະນາມ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ບໍ່​ນໍ້າມັນ​ຂອງຊູ​ດານ​ໃຕ້ທີ່​
ມີ​ການຖິ້ມ​ໂທດ​ໃສ່ປະ​ເທດ​ເພື່ອນ​ບ້ານ​ຊູ​ດານ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່ ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ນາງ Victoria
Nuland ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ ການ​ໂ​ຈມຕີ​ຕໍ່​ເປົ້າໝາຍ​ທາງ​
ພົນລະ​ເຮືອນ​ແບບ​ນີ້ແມ່ນ​ເປັນ​ທີ່​ໜ້າ​ຕິຕຽນ​ທີີ່​ສຸດ. ທ່ານນາງ​ເວົ້າວ່າ ສະຫະລັດ​ທວງ​ໃຫ້
ລັດຖະບານ​ຊູ​ດານ​ຢຸດ​ເຊົາ​ການ​ໂຈມ​ຕີ​ທາງ​ອາກາດທີ່​ສະຫະລັດ​ເວົ້າວ່າ ລະ​ເມີດ​ຕໍ່ກົດໝາຍ​
ນາໆຊາດ​ນັ້ນ.

ທ່ານ Sawarmi Khaled Saad ​ໂຄສົກ​ຂອງ​ກອງທັບ​ຊູ​ດານໄດ້​ປະຕິ​ເສດວ່າ​ປະ​ເທດ​ຂອງ
ທ່ານ​ບໍ່​ໄດ້​ຢູ່​ເບື້ອງຫຼັງການ​ໂຈມ​ຕີ​ທາງ​ອາກາດ​ໃນ​ຄັ້ງນີ້.

ເຈົ້າໜ້າ​ທີ່​ຊູ​ດານ​ໃຕ້​ກ່າວ​ວ່າ ​ເຮືອບິນ​ຂອງ​ຊູ​ດານໃນ​ມື້ວັນ​ພຸດ​ຜ່ານ​ມານີ້ໄດ້​ຖິ້ມລະ​ເບີດ​ລົງ​ໃສ່​
ບໍລິ​ເວນນຶ່ງໃນລັດ Unity ປະມານ 75 ກິ​ໂລ​ແມັດ ​ຫ່າງ​ຈາກ​ເຂດ​ຊາຍ​ແດນຂອງ​ປະ​ເທດ​
ທັງ​ສອງທີ່​ຍັງ​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ນັ້ນ.

ເຈົ້າໜ້າ​ທີ່​ເວົ້າວ່າ ການຖິ້ມລະ​ເບີດ​ດັ່ງກ່າວ ​ໄດ້​ທຳລາຍ​ບໍ່​ນໍ້າມັນ 2 ແຫ່ງ​ຂອງ​ຊູ​ດານ​ໃຕ້.

ໂຄສົກ​ຂອງ​ລັດຖະບານ​ຊູ​ດານ​ໃຕ້ Barnaba Marial Benjamin ກ່າວ​ວ່າ ການ​ໂຈມ​ຕີ​
ທີ່​ວ່າ​ນີ້ ​ແມ່ນ​ເປັນ​ການລະ​ເມີດ​ຕໍ່​ຂໍ້​ຕົກລົງ​ບໍ່​ຮຸກ​ຮານ​ກັນ ​ລະຫວ່າງ​ຊູດານ​ແລະ​ຊູ​ດານ​ໃຕ້ທີ່
ລົງ​ນາມ​ກັນ​ຢູ່​ເອທິ​ໂອ​ເປຍ​ໃນ​ເດືອນ​ແລ້ວນີ້.

ຊູ​ດານ​ໃຕ້​ໄດ້​ກ່າວ​ຫາ​ຕະຫຼອດມາ​ວ່າ ຊູ​ດານ​ລະ​ເມີດ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຕົນ​ແລະ​ທັງ​ສອງ
ຝ່າຍ​ຕ່າງ​ກໍ​ກ່າວ​ຫາ​ຊຶ່​ງກັນ​ແລະ​ກັນ​ວ່າ ໃຫ້ການ​ສະໜັບສະໜຸນ​ຕໍ່ພວກ​ກະບົດ​ຢູ່​ໃນ​ດິນ​ແດນ
ຂອງ​ຕົນ.

XS
SM
MD
LG