ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ຊູດານ ແລະຊູດານໃຕ້ ຮັກສາໄວ້ ຊຶ່ງສັນຕິພາບ (ເບິ່ງວີດີໂອ)


ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້ຮຽກຮ້ອງຜ່ານ​ທາງ​ວີ​ດີ​ໂອເທັບ​ໄປ​ຍັງ​
ປະຊາຊົນ​ຊາວ​ຊູ​ດານ ແລະ​ຊູ​ດານ​ໃຕ້ ທີ່​ອອກ​ອາກາດ​ໃນ​ວັນ​ເສົາ​ມື້ນີ້ ກ່າວ​ວ່າ ບັນຫາ​ຂັດ​
ແຍ້​ງ​ບໍ່ແມ່ນ​ຫຼີກລ້ຽງ​ບໍ່​ໄດ້ ແລະ​ພວກ​ຜູ້ນຳ​ຂອງ​ເຂົາ​ເຈົ້າມີ​ໂອກາດ​ທີ່​ຈະ​ບໍ່​ແກ່​ດຶງ​ເອົາເຂົາ​ເຈົ້າ
ເຂົ້າສູ່​ສົງຄາມ.

ໃນ​ຄຳ​ຖະ​ແຫຼງ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດ ​ໂດຍ​ຜ່ານ YouTube ນັ້ນ ທ່ານ​ໂອ​
ບາ​ມາ​ຮຽກຮ້ອງ​ໃຫ້​ປະ​ເທດ​ທັງ​ສອງ ​ຍຸຕິ​ການ​ປະຕິບັດ​ງານ​ທາງ​ທະຫານໂຈມ​ຕີກັນ. ທ່ານ
ເວົ້າວ່າ ປະທານາທິບໍດີ​ຂອງ​ປະ​ເທດ​ທັງ​ສອງ​ຕ້ອງ​ມີ​ຄວາມກ້າຫານ ເປີດ​ການ​ເຈລະຈາ​ຄືນ
ໃໝ່​ເພື່ອ​ຊອກ​ຫາ​ການ​ແກ້​ໄຂແບບ​ສັນຕິ​ຕໍ່​ບັນຫາຂັດ​ແຍ້​ງດັ່ງກ່າວ.

ຄຳ​ຮຽກຮ້ອງ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ​ມີ​ຂຶ້ນນຶ່ງ​ມື້ ຫຼັງຈາກ​ໄດ້​ມີ​ການສະ​ເຫຼີມສະຫຼອງ
ທີ່​ປະ​ເທດ​ຊູ​ດານບ່ອນທີ່​ປະຊາຊົນ​ແລະ​ພວກ​ຜູ້ນໍາ​ຂອງ​ປະ​ເທດ​ດັ່ງກ່າວຊົມ​ເຊີຍ​ການ​ກ່າວ
ອ້າງ​ຂອງ​ລັດຖະບານ​ທີ່​ວ່າ ກອງທັບຊູ​ດານ​ ໄດ້​ເຂົ້າຢຶດ​ຄືນເອົາບໍ່ນໍ້າມັນ Heglig ຈາກ​ຊູ​
ດານ​ໃຕ້​.

ປະທານາທິບໍດີ​ຊູ​ດານ ທ່ານ Omar al-Bashir ​ເປັນ​ຜູ້ນຳ​ພາ​ໃນ​ການ​ໂຮມ​ຊຸມນຸມສະ​
ເຫຼີມສະຫຼອງ​ໄຊຊະນະ ​ຢ່າງ​ຟົດຟື້ນ ທີ່​ນະຄອນຫຼວງຄາ​ທູມ ​ໃນ​ມື້ວັນ​ສຸກ​ວານ​ນີ້ ຂະນະ​
ທີ່​ພວກ​ທະຫານ ​ທີ່ມີຄວາມ​ດີ​ອົກ​ດີ​ໃຈ​ກໍພາກັນ​ສະຫຼອງ​ທີ່​ບໍ່​ນໍ້າມັນ Heglig ທີ່​ມີການ​ຂັດ
ແຍ້ງ. ການສະ​ເຫຼີມສະຫຼອງທີ່​ວ່າ​ນີ້​ແມ່ນ​ກົງກັນຂ້າມ​ກັບ​ຄຳ​ກ່າວ​ອ້າງ​ຂອງ​ເອກ​ອັກຄະລັດ
ຖະທູດ​ຊູ​ດານ​ໃຕ້​ປະຈຳ​ອົງການ​ສະຫະ​ປະຊາ​ຊາດທ່ານ ນາງ Agnes Oswaha.

ຊາວຊູດານພາກັນສະຫຼອງ ໂດຍໂບກທຸງຊາດ
ຊາວຊູດານພາກັນສະຫຼອງ ໂດຍໂບກທຸງຊາດ

ທ່ານ​ນາງ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​
ສຳນັກງານ​ໃຫຍ່ ອົງການ​ສະຫະ
ປະຊາ​ຊາດ ​ທີ່ນະຄອນ​ນິວຢອກ
ໃນ​ມື້ວັນ​ສຸກວານ​ນີ້ວ່າກຳລັງ​ຂອງ
ຊູ​ດານ​ໃຕ້​ ຍັງ​ຄວບ​ຄຸມ​ບໍ່​ນໍ້າມັນ
Heglig ຢ່າງ​ເຕັມທີ່. ທ່ານ​ນາງ​
ໃຫ້ການ​ຢືນຢັນ​ວ່າ ກຳລັງ​ຂອງ​ຊູ
ດານ​ໃຕ້​ທັງໝົດ ຈະ​ຖອນ​ອອກ
ຈາກ​ບໍ່ນໍ້າມັນ​ Heglig ພາຍ​ໃນ
ເວລາ 3 ມື້.

ຊູ​ດານ​ໃຕ້​ໄດ້​ເຂົ້າຢຶດ​ເອົາ​ບໍ່​ນໍ້າມັນ Heglig ​ໃນ​ວັນ​ທີ 10 ​ເມສາ​ຜ່ານ​ມາທີ່​ພາໃຫ້​ມີ​ຄວາມ
ຢ້ານ​ກົວ​ວ່າສົງຄາມ​ເຕັມ​ອັດຕາ​ຈະ​ລະ​ເບີດ​ຂຶ້ນລະຫວ່າງ​ປະ​ເທດ​ທັງສອງ. ​ໃນ​ຄຳ​ປາ​ໄສ​ໃນ​
ມື້ວັນ​ພຸດ​ຜ່ານ​ມານີ້ ປະທານາທິບໍດີ​ຊູ​ດານທ່ານ Bashir ​ໄດ້​ຂູ່​ວ່າຈະ​ທັບ​ມ້າງ​ລັດຖະບານ​
ຊູ​ດານ​ໃຕ້​ໃຫ້​ມຸ່ນ​ທະລາ​ຍ.

ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ​ຂອງ​ຊູ​ດານ​ໃຕ້​ ກ່າວ​ໃນ​ມື້ວານນີ້ວ່າ ຈູບາ​ຍັງ​ຖື​ວ່າ​ບໍ່​ນໍ້າ
ມັນ Heglig ​ເປັນ​ພາກ​ສ່ວນນຶ່ງ​ຂອງ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຕົນ ​ແລະ​ຢາກ​ໃຫ້​ຖານະ​ຂອງ
ເຂດ​ດັ່ງກ່າວ​ແລະ​ເຂດ​ທີ່​ຍັງ​ມີ​ການ​ຂັດ​ແຍ້​ງອື່ນໆ​ໄດ້​ຮັບ​ການ​ພິຈາລະນາ​ໂດຍ​ການໄກ່​ເກ່ຍ
ຂອງ​ນາໆ​ຊາດ.

ຊູ​ດານ​ແລະ​ຊູ​ດານ​ໃຕ້​ ບໍ່​ສາມາດ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ​ກ່ຽວ​ກັບ​ເລື່ອງ​ຊາຍ​ແດນ ນໍ້າມັນ
ແລະສິດທິ​ໃນການ​ເປັນ​ພົນລະ​ເມືອງ​ ທີ່​ເກີດ​ມາ​ຈາກ​ ການ​ປະກາດ​ເອກ​ກະລາດ ຂອງ​ຊູ​
ດານ​ໃຕ້ ​ໃນ​ເດືອນ​ກໍລະກົດ​ປີ​ກາຍນີ້.

ກ່ອນ​ຈະ​ແຍກ​ອອກຈາກ​ກັນນັ້ນ ຊູ​ດານ​ແລະ​ຊູ​ດານ​ໃຕ້​ ໄດ້​ສູ້​ລົບ​ກັນ​ໃນ​ສົງຄາມກາງເມືອງ​
ເປັນ​ເວລາ 21 ປີ ຊຶ່ງໃນທີ່ສຸດ ໄດ້​ນຳ​ໄປ​ສູ່​ການ​ປົກຄອງ​ຕົນ​ເອງ​ ແລະການ​ເປັນ​ເອກກະ
ລາດ​ຂອງຊູດານໃຕ້​.

XS
SM
MD
LG