ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຮືອບິນຊູ​ແດນ ຖິ້ມລະເບີດໃສ່ ຊາຍແດນຊູແດນໃຕ້ (ເບິ່ງສະໄລດ໌)


ພວກທີ່ເຫັນເຫດການ ແລະເຈົ້າໜ້າທີ່ຂອງ Sudan ​ໃຕ້ ທ່ານນຶ່ງ ກ່າວວ່າ ຝູງເຮືອບິນລົບ
ຂອງ Sudan​ ໄດ້​ທໍາ​ການ​ໂຈມ​ຕີທາງອາກາດຕໍ່ເຂດຊາຍແດນແຫ່ງ​ນຶ່ງທີ່ຕິດກັບປະເທດ
ເພື່ອນບ້ານ​ Sudan​ ໃຕ້ນັ້ນ ຍັງ​ຜົນ​ໃຫ້ມີຢ່າງນ້ອຍ 1 ຄົນເສຍຊີວິດ.

ຮອງ​ຫົວໜ້າ​ໜ່ວຍ​ສືບ​ລັບທະຫານຂອງ Sudan​ໃຕ້ ​ໄດ້​ເອີ້ນ​ການ​ຖິ້ມ​ລະ​ເບີດໃນວັນ​ຈັນ
ມື້​ນີ້ ຢູ່​ໃກ້​ໆກັບ ​Bentiu ວ່າເປັນ​ການ​ເພີ່ມ​ທະວີ​ຄວາມຂັດ​ແຍ້​ງກັນ ຢ່າງ​ຮຸນ​ແຮງ ແລະ​ເປັນ
ການ​ເກາະ​ຜິດຢ່າງ​ຈະ​ແຈ້ງ​.

ພວກ​ນັກ​ຂ່າວ​ທີ່ເຫັນການ​ໂຈມຕີ​ທາງ​ອາກາດດັ່ງກ່າວ​ເວົ້າ​ວ່າ ກາ​ນ​ໂຈ​ມຕີໄດ້ ​ສັງ​ຫານ​ເດັກ
ຊາຍຄົນ​ນຶ່ງ​ ທີ່​ຕະຫຼາດ.

ການ​ຖິ້ມ​ລະເບີດ​ດັ່ງກ່າວ​ນີ້ ມີ​ຂຶ້ນ​ນຶ່ງ​ມື້ ​ຫຼັງ​ຈາກກອງ​ທະຫານ​ຂອງ Sudan​ໃຕ້ ​ໄດ້​ຖອນ​
ອອກ​ໄປ​ຈາກ ​ເມືອງ Heglig ​ເຂດຜະລິດ​ນໍ້າມັນ​ທີ່​ທັງ​ສອງ​ຝ່າຍ​ຍາດ​ແຍ່ງ​ກັນ ​ແລະກໍາລັງ
ຂອງ​ຊູ​ແດນ​ໃຕ້ ​ໄດ້​ເຂົ້າຍຶດເອົາເມື່ອ​ວັນ​ທີ 10 ​ເມສາ​ນັ້ນ​.

ປະຊາ​ຄົມນາໆ​ຊາດໄດ້​ກົດ​ດັນ​ໃຫ້​ທັງ​ສອງ​ປະ​ເທດ ຢຸດ​ເຊົາ​ການໂຈມ​ຕີ​ກັນ​ຂ້າມ ​ເຂດຊາຍ
ແດນ ​ແລະ​ໃຫ້​ມາ​ໂອ້ລົມ​ສົນທະ​ນາກັນ​ຄືນ​ໃໝ່.

XS
SM
MD
LG