ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊູແດນ ແລະ ຊູແດນໃຕ້ ບັນລຸການຕົກລົງກັນ ເລື້ອງນໍ້າມັນ


ຊູດານ ແລະ ຊູດານໃຕ້ ບັນລຸຂໍ້ຕົກລັງກ່ຽວກັບ ດ້ານການໄຊ້ຈ່າຍເງິນ ຂອງນໍ້າມັນ.
ຊູດານ ແລະ ຊູດານໃຕ້ ບັນລຸຂໍ້ຕົກລັງກ່ຽວກັບ ດ້ານການໄຊ້ຈ່າຍເງິນ ຂອງນໍ້າມັນ.

ກຸ່ມ​ຈັດ​ຕັ້ງ ສະຫະ​ພາບອາ​ຟຣິກາ ກ່າວ​ວ່າ ຊູແດນ​ແລະ​ຊູແດນໃຕ້ ​ໄດ້​ຕົກລົງ​ກັນທີ່​ຈະຍຸດຕິ​
ການ​ຜິດ​ຖຽງ​ກັນກ່ຽວ​ກັບ ການ​ຈ່າຍ​ຄ່ານໍ້າມັນນັ້ນ​ແລ້ວ.

​ອະດີດປະທານາທິບໍດີອາ​ຟຣິກາ​ໃຕ້ ທ່່ານ Thabo Mbeki ຊຶ່ງ​ເປັນຜູ້​ໄກ່​ເກ່ຍຂອງສະຫະ
ພາບ​ອາ​ຟຣິກາ ຫລື AU ​ ກ່າວ​ໃນ​ວັນ​ເສົາວານ​ນີ້​ວ່າ ທັງ​ສອງ​ຝ່າຍ​ໄດ້​ບັນ​ລຸການ​ຕົກລົງ​ກັນ
ກ່ຽວ​ກັບເລື່ອງການ​ເງິນ​ທຸກໆ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ນໍ້າມັນ.

ທ່ານ Mbeki ບໍ່​ໄດ້ໃຫ້​ລາຍລະອຽດ​ກ່ຽວ​ກັບວ່າ ອີກ​ດົນ​ປານໃດ ການຜະລິດແລະ​ການ​ສົ່ງ
​ອອກນໍ້າມັນຂອງ​ພາກ​ໃຕ້ ຈະເລີ້​ມຂື້ນ.

ຊູ​ແດນໃຕ້​ໄດ້ອັດການ​ຜະລິດ​ນໍ້າມັນ​ທັງ​ໝົດ ​ໃນ​ເດືອນ​ມັງກອນ ​ໃນ​ການຜິດ​ຖຽງ​ກັນ​ກັບ
ຊູແດນ ກ່ຽວ​ກັບ​ວ່າ ລັດຖະບານ​ທີ່​ນະຄອນຫລວງ Juba ຄວນ​ຈ່າຍ​ໃຫ້​ ລັດຖະບານ​
Khartoum ​ສໍາລັບການ​ສົ່ງ​ນໍ້າມັນ​ອອກ ທາງ​ທໍ່​ລໍາລຽງນໍ້າມັນ​ທີ່​ເນ່ງຜ່ານ​ພາກ​ເໜືອ
ດິນ​ຂອງ​ຊູ​ແດນ​ນັ້ນ.

ການ​ຜິດ​ຖຽງກັນ​ກ່ຽວ​ກັນ​ນໍ້າມັນ ເກືອບ​ນໍາໄປສູ່​ສົງຄາມ ລະຫວ່າງ​ປະ​ເທດ​ທັງ​ສອງ.

XS
SM
MD
LG