ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງ ປະທະກັບ ຕໍາຫຼວດ ໃນຊູດານ


ແຜນທີ່ປະເທດຊູດານ ແລະ ຊູດານໃຕ້
ແຜນທີ່ປະເທດຊູດານ ແລະ ຊູດານໃຕ້

ພວກ​ປະ​ທ້ວງ​ໄດ້​ປະ​ທະກັນ​ກັບ​ຕໍາຫຼວດ ທີ່​ເມືອງຫຼວງຄາ​ທູມ ຂອງ​ຊູ​ດານ ​ເມື່ອ​ວັນ​ເສົາ​ວານ​ນີ້ ຂະນະ​ທີ່ການ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ​ການ​ຕັດ​ການ​ໃຊ້ຈ່າຍຂອງ​ລັດຖະບານ​ໃນ​ຊູ​ດານ​ ດໍາເນີນ​ສືບ​ຕໍ່​ມາ​ເປັນ​ອາທິດ​ທີ່​ສອງ.

ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ໃຊ້​ລະ​ເບີດ​ນໍ້າຕາ​ແລະ​ໄມ້ຄ້ອນ ​ເພື່ອ​ທັບ ມ້າງ​ການ​ປະ​ທ້ວງ​ ​ທີ່​ໄດ້​ລາມ​ໄປຍັງຫຼາຍໆ​ຄຸ້ມ​. ລາຍ​ງານຂ່າວ​ເວົ້າວ່າ​ພວກ​ປະ​ທ້ວງຈໍານວ​ນນຶ່ງ ​ຖືກ​ຈັບ​ກຸມ.

ບັນດາ​ນັກ​ເຄຶ່ອນ​ໄຫວ​ພະຍາຍາມ​ທີ່​ຈະ​ຍຸຍົງ​ໃຫ້​ມີ​ການ​ລຸກ​ຮື​ຂຶ້ນ​ແບບ ລະດູ ບານ​ໃໝ່​ອາຫຣັບ ​ເພື່ອ​ຕໍ່ຕ້ານລັດຖະບານ​ຂອງ​ປະທານາທິບໍດີ Omar Hassan al-Bashir ທີ່​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ປະຢັດ​ມັດທະຍັດ ​ເພື່ອ​ລົດ​ການ​ຂາດ​ດຸນ​ງົບປະມານໃນ​ຈໍານວນ 2,400 ​ລ້ານ​ໂດ​ລານັ້ນລົງ.

ບັນດາ​ຜູ້ນໍາຝ່າຍ​ຄ້ານ ​ແລະ​ນັກ​ເຄຶ່ອນ​ໄຫວ​ຊາວ​ໜຸ່ມ​ ​ໄດ້​ຮຽກຮ້ອງໃຫ້​ມີ​ການ​ເດີນ​ຂະ​ບວນປະ​ທ້ວງ​ຕື່ມ​ອີກ​ ​ເພື່ອ​ກົດ​ດັນ​ໃຫ້​ມີປະຊາທິປະ​ໄຕຫລາຍ ຂຶ້ນກວ່າ​ເກົ່າ ​ແລະ​ມາດ​ຕະການ​ຄວບ​ຄຸມ​ລາຄາ​ສິ່ງ​ຂອງຕ່າງໆ​ທີ່​ຖີບ​ຕົວ ສູງ​ຂຶ້ນ​ໄປ​ນັບ​ມື້​ນັ້ນ. ນອກ​ນີ້​ແລ້ວ ພວກ​ປະ​ທ້ວງ​ຍັງ​ຈົ່ມ​ທຸກ​ເລຶ່ອງກາ​ນວ່າງ ງານ ​ແລະ​ການ​ສໍ້​ລາດ​ບັງຫຼວງຂອງ​ເຈົ້າໜ້າ​ທີ່​ລັດຖະບານນັ້ນ​ນໍາ.

ສະພາບ​ເສດຖະກິດ​ຂອງ​ຊູ​ດານ​ໄດ້​ຕົກ​ຕໍ່າລົງ​ໄປ ນັບ​ຕັ້ງ​ແຕ່​ການ​ແຍກ ​ອອກ​ໄປ​ຂອງຊູ​ດານ​ໃຕ້​ ເມື່ອນຶ່ງ​ປີຜ່ານມາ​ນັ້ນ.

XS
SM
MD
LG