ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊູດານ ເລີ້ມນັບ ຄະແນນສຽງ ໃນການເລືອກຕັ້ງແຫ່ງຊາດ ໃນວັນສຸກມື້ນີ້


ປະທານາທິບໍດີ Omar al-Bashir ປ່ອນບັດລົງຄະແນນສຽງ ຂອງທ່ານ ໃນຂະນະທີ່ສະໝັກ ເປັນປະທານາທິບໍດີ ອີກສະໄໝນຶ່ງ ໃນມື້ທຳອິດຂອງການເລືອກຕັ້ງ ເອົາປະທານາທິບໍດີ ແລະ ສະມາຊິກສະພາແຫ່ງຊາດ ຢູ່ທີ່ເມືອງ Khartoum ປະເທດຊູດານ, ວັນທີ 13 ເມສາ 2015.
ປະທານາທິບໍດີ Omar al-Bashir ປ່ອນບັດລົງຄະແນນສຽງ ຂອງທ່ານ ໃນຂະນະທີ່ສະໝັກ ເປັນປະທານາທິບໍດີ ອີກສະໄໝນຶ່ງ ໃນມື້ທຳອິດຂອງການເລືອກຕັ້ງ ເອົາປະທານາທິບໍດີ ແລະ ສະມາຊິກສະພາແຫ່ງຊາດ ຢູ່ທີ່ເມືອງ Khartoum ປະເທດຊູດານ, ວັນທີ 13 ເມສາ 2015.

ການ​ນັບ​ຄະ​ແນນ​ສຽງ ​ແມ່ນ​ກຳ​ລັງ​ດຳ​ເນີນ​ໄປ ​ໃນ​ຊູດານ ຫຼັງຈາກ​
ທີ່​ໄດ້​ ​ປ່ອນ​ບັດກັນ​ເປັນ​ເວລາ 4 ມື້ ​ໃນ​ການ​ເລືອກຕັ້ງແຫ່ງ​ຊາດ ​
ເມື່ອ​ອາທິດ​ນີ້ ຊຶ່ງ​ເປັນ​ຂັ້ນຕອນ ທີ່​ມີ​ບັນຫາ ຍ້ອນການ​ອອກ​ໄປ
​ປ່ອນ​ບັດບໍ່ຫຼາຍຂອງ ຜູ້ມີສິດປ່ອນບັດ​ ​ແລະ ການ​ທີ່​ພັກ​ຝ່າຍ​ຄ້ານ
​ ໄດ້ຂວ້ຳບາດ ຫຼື ​ບໍ່​ເຂົ້າຮ່ວມ​ການ​ເລືອກ​ຕັ້ງນັ້ນ.

​ໃນ​ຂະນະ​ທີ່​ ຜົນການນັບຄະແນນສຽງ​ຕ່າງໆນັ້ນ ຄາດວ່າຍັງຈະ
ບໍ່ຮູ້ກັນ​ເທື່ອ ​ຈົນ​ກວ່າທ້າຍ​ເດືອນນີ້​ ແຕ່ພວກ​ເຂົາ​ເຈົ້າ​ແມ່ນ​ໄດ້
ຄາດ​ກັນ​ວ່າ ຈະ​ລວມທັງໄຊຊະນະ​ຕ່າງໆ ສຳ​ຫລັບປະທາ​ນາ​ທິບໍດີ
Omar al-Bashir ຜູ້ທີ່​ດຳລົງ​ຕຳ​ແໜ່​ງຢູ່ເວລານີ້ ​ແລະ ພັກລັດຖະ
ສະພາແຫ່ງ​ຊາດ ຂອງ​ທ່ານຍ້ອນວ່າ ມີ​ການ​ຂວ້ຳບາດ​ ບໍ່​ເຂົ້າຮ່ວມ
ການ​ແຂ່ງຂັນ ຂອງ​ພັກ​ຝ່າຍ​ຄ້ານນັ້ນ.

​ໄລຍະ​ເວລາ 3 ມື້​ຂອງ​ການ​ລົງ​ຄະ​ແນນ​ສຽງ ທີ່​ໄດ້​ເລີ້ມ​ຕົ້ນຂຶ້ນ​
ໃນ​ວັນ​ຈັນ​ຜ່ານ​ມາ ​ໄດ້​ຖືກ​ເລື່ອນ​ອອກ​ໄປ​ຕື່ມ​ອີກ ​ເຖິງ​ວັນ​ພະຫັດ​
ວານ​ນີ້ ​ເພື່ອ​ທົດ​ແທນ ການ​ອອກ​ໄປ​ລົງ​ຄະ​ແນນ​ສຽງ ​ທີ່ຕົກ​ຕ່ຳ
​ເມື່ອ​ຕົ້ນອາທິດ​ນັ້ນ.

ປະທານ ຄະນະ​ກຳ​ມະ​ທິການ​ເລືອກ​ຕັ້ງ​ແຫ່ງ​ຊາດ ທ່ານ Mukhtar al-Assam ກ່າວ​ວ່າ
ປະທານາທິບໍດີ Bashir ​ແມ່ນມີທ່າທາງ​ວ່າ ຈະ​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະ ການ​ປ່ອນບັດ​
ເລືອກ​ຕັ້ງ​ປະທານ​າທິບໍດີ ​ຖ້າ​ຫາກ​ວ່າ ທ່ານ​ບໍ່​ໄດ້​ຮັບ​ຄະ​ແນນ​ສຽງ ຫຼາຍກວ່າ 50 ​ເປີ​ເຊັນ
​ແລ້ວ​ ຈະ​ຕ້ອງໄດ້ຈັດການເລືອກຕັ້ງຮອບ​ສອງ​ຂຶ້ນອີກ.

ທ່ານ Assam ກ່າວ​ວ່າ ຜົນ​ການນັບຄະແນນສຽງຕ່າງໆ ຂອງ​ແຕ່​ລະ​ໜ່ວຍ​ເລືອກ​ຕັ້ງ ຈະ​
ໄດ້​ຖືກ​ປະກາດ​ໃຫ້​ຊາບ ​ໃນ​ທັນ​ທີ ທີ່​ມີ​ລາຍ​ລະອຽດ​ແລ້ວ ​ແຕ່​ການ​ນັບຄະແນນຂັ້ນສຸດ​ທ້າ​ຍ
ຈະ​ເປີດ​ເຜີຍ​ໃຫ້​ຊາບ ​ໃນ​ວັນ​ທີ 27 ເມສາ ທີ່​ຈະ​ມາ​ເຖິງນີ້.

ຟັງການສຳພາດ ທ່ານ Mukhtar al-Assam

ລິງໂດຍກົງ

XS
SM
MD
LG