ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

170 ຄົນ ບາດເຈັບ ຍ້ອນລົດໄຟໃຕ້ດິນ ຕຳກັນ ທີ່ເກົາຫຼີໃຕ້ (ວີດີໂອ)


ບັນດາຜູ້ໂດຍສານ ຢູ່ໃນລົດໄຟ ຫຼຽວເບິ່ງບ່ອນເກີດເຫດ ຜ່ານທາງປະຕູປ່ອງຢ້ຽມ
ບັນດາຜູ້ໂດຍສານ ຢູ່ໃນລົດໄຟ ຫຼຽວເບິ່ງບ່ອນເກີດເຫດ ຜ່ານທາງປະຕູປ່ອງຢ້ຽມ
ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ນະຄອນ​ຫລວງໂຊລ​ຂອງເກົາຫລີ
​ໃຕ້ ກ່າວ​ວ່າ ລົດ​ໄຟ​ໃຕ້​ດິນຂະບວນນຶ່ງ ​ໄດ້ຕຳ​ກັນ​ກັບ​ລົດ
ໄຟ​ອີກ​ຂະບວນ​ນຶ່ງ ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 170
ຄົນ ແຕ່ບໍ່ມີຜູ້ໃດໄດ້ຮັບ​ບາດ​ເຈັບ​ສາຫັດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອຸປະຕິ​ເຫດດັ່ງກ່າວ ​ໄດ້​ເກີດ​
ຂື້ນ​ໃນ​ວັນ​ສຸກມື້ນີ້ ໃກ້​ກັບ​ສະຖານີ Sangwangsimni
ຢູ່​ທາງພາກ​ຕາ​ເວັນ​ອອກ​ຂອງ​ໂຕເມືອງ.

ລົດ​ໄຟ​ຕູ້​ນຶ່ງ​ໄດ້​ຕົກ​ລາງ ​ເວລາ​ລົດ​ໄຟຂະບວນດັ່ງກ່າວ
ແລ່ນ​ຕຳ​ກົ້ນ​ລົດ​ໄຟ​ອີກຂະບວນນຶ່ງ ທີ່​ພວມຈອດຢູ່​
ສະຖານີ​ລົດໄຟ.

ບັນດາ​ເຈົ້າ​ໜ້າ​ທີ່ກຳລັງ​ສືບສວນ​ວ່າ ​ແມ່ນຫຍັງ​ອາດເປັນສາ​ເຫດທີ່ພາໃຫ້ເກີດ​ການ​
ຕຳ​ກັນດັ່ງກ່າວ.

​ໂທລະພາບ YTN ລາຍ​ງານ​ວ່າ ຜູ້ໄດ້ຮັບ​ບາດ​ເຈັບສ່ວນໃຫຍ່ແມ່ນເກີດ​ຂື້ນ​ເວລາ​ຜູ້​
ໂດຍສານ​ໂຕນອອກ​ຈາກ​ລົດ​ໄຟ ​ແລ້ວພາກັນ​ຍ່າງ​ໄປຫາສະຖານີທີ່ຢູ່ໃກ້ໆນັ້ນ.

ອົງ​ການ​ຂ່າວຣອຍ​ເຕີ້ ລາຍ​ງານ​ວ່າ ການປະກາດໃນຂັ້ນຕົ້ນ ​ບອກໃຫ້ບັນດາ​ຜູ້ໂດ​ຍ
ສານພາກັນ​ຢູ່​ໃນ​ລົດ ​ແຕ່​ວ່າ ສ່ວນ​ໃຫຍ່​ຂອງ​ຜູ້​ໂດຍສານ​ພາກັນ​ບໍ່​ຫົວຊາ ງັດ​ໃຫ້​ປະ
ຕູ​ເປີດ​ອອກ ແລ້ວ​ໂດດ​ລົງ​ໄປ​ໃສ່ລາງລົດ​ໄຟ.
SOKOR TRAIN CRASH VO
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG