ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Subianto ທ້າທາຍ ​​ການ​ເລືອກ​ຕັ້ງ​ ປະທານາທິບໍດີ ອິນໂດເນເຊຍ (ວີດີໂອ)


ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ທີ່​ຖືກ​ເລືອກໃໝ່ ທ່ານ Widodo ໂອ້ລົມກັບນັກຂ່າວ ໃນຂະນະ ທີ່ໄປຢ້ຽມຢາມ ໂຄງການພັດທະນາອ່າງເກັບນ້ຳແຫ່ງນຶ່ງຢູ່ນະຄອນຫລວງ Jakarta ເມື່ອວັນທີ 22 ກໍລະກົດ 2014.
ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ທີ່​ຖືກ​ເລືອກໃໝ່ ທ່ານ Widodo ໂອ້ລົມກັບນັກຂ່າວ ໃນຂະນະ ທີ່ໄປຢ້ຽມຢາມ ໂຄງການພັດທະນາອ່າງເກັບນ້ຳແຫ່ງນຶ່ງຢູ່ນະຄອນຫລວງ Jakarta ເມື່ອວັນທີ 22 ກໍລະກົດ 2014.

ອະດີດ​ນາຍ​ພົນ Prabowo Subianto ທີ່​ປະລາ​ໄຊ ​ໃນ​ການ​
ເລືອກ​ຕັ້ງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ​ໄດ້​ຕັດສິນ​ໃຈ ​ທີ່​ຈະ​ທ້າ
​ທາຍຜົນ​ການ​ເລືອກ​ຕັ້ງ ຢູ່​ໃນ​ສານ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ.

ໂຄສົກ​ຂອງ​ທ່ານ Subianto ​ໄດ້​ປະກາດ​ຂ່າວ​ນີ້​ໃຫ້​ຊາບ ​ໃນ​ວັນ
​ພຸດ​ມື້​ນີ້ ຫລັງ​ຈາກ​ທີ່ຄະນະ​ກຳມະການ​ເລືອກ​ຕັ້ງ​ໄດ້​ປະກາດ ​ໃນ​
ວັນ​ອັງຄານ ​ວານ​ນີ້ ​ໃຫ້​ຄູ່​ແຂ່ງ​ຂອງ​ທ່ານ​ ເປັນ​ຜູ້​ຊະນະ​ການ​ເລືອກ
​ຕັ້ງຄັ້ງ​ວັນ​ທີ 9 ​ເດືອນ​ນີ້ ຊຶ່ງ​ໄດ້​ແກ່​ທ່ານ Joko Widodo ອະດີດ​
ເຈົ້າຄອງ​ກຳ​ແພງ ນະຄອນຫລວງ​ຈາ​ກາ​ຕາ.

ທ່ານ Subianto ​ເວົ້າ​ວ່າ ໜ່ວຍ​ຫາ​ສຽງ​ ຂອງ ທ່ານ Widodo ​
ໄດ້​ປະກອບສ່ວນ​ໃນ​ການ​ຫາຊື້​ຄະ​ແນນ​ສຽງ ຢ່າງ​ຂະໜານ​ໃຫຍ່ ​ແລະ​ການ​ສໍ້​ໂກງ​ອື່ນໆ​ອີກ
ພ້ອມທັງ​ກ່າວ​ຫາ ຄະນະ​ກຳມະການ​ເລືອກ​ຕັ້ງ​ວ່າ ບໍ່​ປະຕິ ບັດ​ໜ້າ​ທີ່​ຂອງ​ຕົນ ​ໃນ​ການ​ສືບ
ສວນ​ສອບ​ສວນຂໍ້​ກ່າວ​ອ້າງ​ເຫລົ່າ​ນັ້ນ.

ການ​ທ້າ​ທາຍ​ຢູ່​ໃນ​ສານ​ດັ່ງກ່າວ​ນີ້ ໜ້າຈະ​ໃຊ້​ເວລາ​ປະມານ​ເດືອນ​ນຶ່ງ​ຈຶ່ງ​ຈະ​ເສັດ​ສິ້ນ ​ແລະ
​ບັນດາ​ນັກວິ​ເຄາະ​ສ່ວນ​ໃຫຍ່​ກໍ​ຄິດ​ວ່າ ຄົງ​ຈະ​ບໍ່​ສຳ​ເລັດ​ຜົນ.

​ໃນ​ຄຳ​ຖະ​ແຫລ​ງ​ມື້ວານ​ນີ້ ຫລັງ​ຈາກ​ມີ​ການ​ປະກາດ​ຜົນ​ ການ​ເລືອກ​ຕັ້ງ​ທາງ​ການ​ນັ້ນ​
ປະທານາທິບໍດີ​ ທີ່​ຖືກ​ເລືອກຕັ້ງ​ໃໝ່ ທ່ານ Widodo ຊຶ່ງ​ໄດ້​ຮັບ​ຄະ​ແນນ​ສຽງ 53 ​ເປີ​ເຊັນ
​ນັ້ນ ​ກ່າວ​ວ່າ ​ເວລາ​ນີ້​ແມ່ນ​ເປັນ​ເວລາ​ ທີ່​ປະ​ເທດ​ຊາດຄວນ​ເຕົ້າ​ໂຮມ​ສາມັກຄີ​ກັນ ລຸນຫລັງ​
ການ​ໂຄສະນາ​ຫາ​ສຽງ​ ທີ່​ໄດ້​ມີ​ການ​ຕໍ່ສູ້​ກັນ​ຢ່າງ​ໜັກ.

ບັນດາ​ຜູ້ນຳ​ໂລກ​ ໄດ້​ເລີ້ມ​ພາກັນ​ສົ່ງ​ສານ ສະ​ແດງ​ຄວາມ​ຊົມ​ເຊີຍ​ ທ່ານ Widodo ທີ່​ໄດ້​
ຊະນະ​ການ​ເລືອກ​ຕັ້ງ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກໍ​ໄດ້​ອອກ ຄຳ​ຖະ​ແຫລ​ງ
ສະບັບ​ນຶ່ງ ສະ​ແດງ​ຄວາມ​ຊົມ​ເຊີບ​ຕໍ່​ ທ່ານ Widodo ​ແລະ​ກ່າວ​ວ່າ ວໍ​ຊິງ​ຕັນ​ມີ​ຄວາມ​
ກະຕືລື​ລົ້ນ ທີ່​ຈະ​ໄດ້​ທຳ​ງານ​ຮ່ວມ​ກັບ​ ປະທານາທິບໍດີ​ຄົນ​ໃໝ່​ ຂອງ​ອິນ​ໂດ​ເນ​ເຊຍ.

2091AS INDONESIA ELECTION RESULTS SECURITY
please wait

No media source currently available

0:00 0:01:45 0:00

XS
SM
MD
LG