ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກວິທະຍາສາດ ຄົ້ນພົບ ແຫຼ່ງນ້ຳ ດຶກດຳບັນ ຢູ່ເທິງດາວ ອັງຄານ


ນີ້ແມ່ນຮູບພາບມູມຕ່ຳຖ່າຍເອງໂດຍຫຸ່ນຍົນ Curiosity ຂອງອົງການ NASA ຢູ່ເທິງເປົ້າໝາຍກ້ອນຫີນ “Buckskin”, ບ່ອນທີ່ພວກເຂົາເຈົ້າໄດ້ດຳເນີນພາລະກິດ ຂຸດເຈາະເອົາຕົວຢ່າງ ຄັ້ງທີ 7. (Credit: NASA)
ນີ້ແມ່ນຮູບພາບມູມຕ່ຳຖ່າຍເອງໂດຍຫຸ່ນຍົນ Curiosity ຂອງອົງການ NASA ຢູ່ເທິງເປົ້າໝາຍກ້ອນຫີນ “Buckskin”, ບ່ອນທີ່ພວກເຂົາເຈົ້າໄດ້ດຳເນີນພາລະກິດ ຂຸດເຈາະເອົາຕົວຢ່າງ ຄັ້ງທີ 7. (Credit: NASA)

ເມື່ອ​ຕົ້ນ​ເດືອນ​ນີ້ ​ໄດ້​ມີ​ການ​ຄົ້ນ​ພົບຫຼັກ​ຖານຈາກ​ກ້ອງຖ່າຍ​ຮູບທີ່ ກຳ​ລັງ​ໂຄຈອນ​ອ້ອມດາວອັງຄານ ຫຼືດາວ​ເຄາະ​ສີແດງ​, ອົງການ​ອາ​ວະ​ກາດສະຫະລັດ ​ໄດ້​ຢືນຢັນ​ວ່າ ມີ​ກະ​ແສ​ນ້ຳ​ຢູ່​ເທິງ​ດາວ​ອັງ​ຄານ​ໃນ​ປະ​ຈຸ​ບັນ​ນີ້. ດັ່ງທີ່​ພວກ​ເຮົາໄດ້​ຮູ້​ຈາກຜູ້​ສື່ຂ່າວ Rosanne Skirble, ບັນດາ​ນັກວິທະຍາ​ສາດ​ລາຍ​ງານ​ວ່າ ລະບົບ​ສາມຫລ່ຽມ​ປາກ​ແມ່​ນ້ຳ ​ແລະ ທະ​ເລ​ສາບ​ຕ່າງໆ​ ໄດ້​ປົກຄຸມ​ພື້ນທີ່​ສ່ວນ​ໃຫຍ່​ ຂອງ​ດາວ​ອັງຄານ​ຫຼາຍ​ກວ່າ 3 ພັນລ້ານ​ປີ​ມາ​ແລ້ວ ​ເຊິ່ງ ວ່າລາຍ​ລະອຽດ​ ຈະ​ເປັນ​ແນວ​ໃດ​ນັ້ນ ຕໍ່​ໄປ ພຸດທະ​ສອນ ຈະ​ເປັນ​ຄົນ​ນຳ​ມາສະ​ເໜີ​ທ່ານ.

ດາວ​ອັງຄານ​ແມ່ນ​ສາກ​ໜັງ​ ສຳລັບ​ໜັງ​ເລື່ອງ​ຫຼ້າ​ສຸດ​ຂອງ Matt Damon ຊື່ວ່າ The Martian ເຊິ່ງລາວຫຼິ້ນເປັນຕົວລະຄອນ ນັກ ອາວະກາດທີ່ຕົກຄ້າງຢູ່ໃນດາວ​ເຄາະສີແດງ ໜ່ວຍນີ້. ລາວໄດ້ຕໍ່ສູ້ເພື່ອ ການຢູ່ລອດໃນສິ່ງແວດລ້ອມທີ່ບໍ່ເປັນມິດ ຈົນກວ່າທີມກູ້ໄພຈະ ສາມາດເດີນທາງ​ໄປຮອດ ແລະ ຊ່ວຍເຫຼືອລາວ. ການສ້າງນ້ຳຈາກທາດ ໄຮໂດຣເຈນ ແລະ ອົກຊີເຈັນ ແມ່ນໜຶ່ງໃນສິ່ງທ້າທາຍທີ່ໃຫຍ່ທີ່ສຸດຂອງ ລາວ.

ໃນຊີວິດຕົວຈິງ, ມັນມີຂອງແຫຼວທີ່ເປັນນ້ຳຢູ່ເທິງດາວອັງຄານໃນທຸກ ມື້ນີ້, ແລະ ມັນກໍເຄີຍ ມີມາກ່ອນໃນປະຫວັດສາດ​ດຶກ​ດຳ​ບັນຂອງມັນ ເຊັ່ນດຽວກັນ, ອີງຕາມຂໍ້ມູນຈາກຫຸ່ນ ຍົນ Curiosity, ເຊິ່ງ​ເປັນຫຸ່ນ ຍົນທໍລະນີວິທະຍາ ທີ່ເຮັດວຽກຢູ່ເທິງດາວອັງຄານຕັ້ງແຕ່ປີ 2012 ​ເປັນຕົ້ນມາ. ຫຸ່ນຍົນ Curiosity ​ໄດ້​ຖືກ​ສັ່ງ​ໃຫ້​ທຳ​ການ​ສຳ​ຫຼວດຢູ່​ປາກ​ພູ​ເຂົາ​ Gale, ຊຶ່ງ​ເປັນ​ປາກ​ພູ​ເຂົາ​ທີ່​ມີຄວາມ​ກວ້າງ 140 ກິໂລແມັດ, ​ພ້ອມກັບ​ມີ​ພູ​ສູງ 5 ກິໂລ​ແມັດ​ຢູ່​ໃຈ ກາງ​ປາກ​ຂອງ​ມັນ.

ຮູບພາບນີ້ອະທິບາຍເຖິງຂໍ້ຄິດເຫັນ ສຳລັບຂອບເຂດຄວາມເປັນໄປໄດ້ຂອງທະເລສາບດຶກດຳບັນຢູ່ພາຍໃນປາກພູເຂົາ. ການມີຢູ່ຂອງທະເລສາບເມື່ອຫຼາຍພັນລ້ານປີມາກ່ອນ ແມ່ນໄດ້ຖືກຢືນຢັນໂດຍການວິໄຈຫີນດິນຕົມຢູ່ພາຍໃນບໍລິເວນອ່າວ Yellowknife ຂອງປາກພູເຂົາ. (Credit: NASA)
ຮູບພາບນີ້ອະທິບາຍເຖິງຂໍ້ຄິດເຫັນ ສຳລັບຂອບເຂດຄວາມເປັນໄປໄດ້ຂອງທະເລສາບດຶກດຳບັນຢູ່ພາຍໃນປາກພູເຂົາ. ການມີຢູ່ຂອງທະເລສາບເມື່ອຫຼາຍພັນລ້ານປີມາກ່ອນ ແມ່ນໄດ້ຖືກຢືນຢັນໂດຍການວິໄຈຫີນດິນຕົມຢູ່ພາຍໃນບໍລິເວນອ່າວ Yellowknife ຂອງປາກພູເຂົາ. (Credit: NASA)


ການ​ຄົ້ນຄວ້າ​ໃໝ່​ໄດ້​ວິ​ເຄາະ​ຂໍ້​ມູນ​ຫຼ້າ​ສຸດ​ຂອງ ກະ​ແສ​ນ້ຳໃນ​ວາລະ​ສານ Science. ທ່ານ ນາງ Marjorie Chan, ອາຈານ​ສອນ​ທໍລະນີວິທະ ຍາ​ທີ່​ມະຫາວິທະຍາ​ໄລ Utah, ​ໄດ້​ທົບ​ທວນ​ບົດ​ຄວາມ​, ທີ່​ປະກອບ​ກັບ​ການ​ຄົ້ນ​ຄວ້າ.

ທ່ານນາງ Majorie Chan ກ່າວ​ວ່າ “ພວກເຮົາ​ຊອກ​ຫາ​ຮ່ອງຮອຍ​ໃນ​ບັນທຶກ​ຂອງ​ກ້ອນ​ຫີນທີ່​ນ້ຳ​ເຄີຍ​ມີ​ຢູ່​ຫັ້ນ ​ມາ​ກ່ອນ ​ໂດຍ​ໂຄງ​ປະກອບ ຫຼື ກ້ອນ​ຫີນ​ບາງ​ຊະ​ນິດ​ແຕກ​ຕ່າງ​ກັນ​ທີ່​ເຫຼືອ​ປະ​ໄວ້. ​ແລະ ດັ່ງ​ນັ້ນ ​ນີ້​ແມ່ນ​ເລື່ອງ​ທີ່​ສ້າງ​ຂຶ້ນ​ມາ, ຂ້ອນ​ຂ້າງ​ຈະ​ຄື​ວິ​ທີ ​ທີ່​ນັກ​ສືບ​ ຊອກ​ຫາ​ຮ່ອງຮອຍ​ທີ່ແຕກ​ຕ່າງ​ກັນ ​ເພື່ອ​ພະຍາຍາມສ້າງ​ຄືນ​ສິ່ງ​ທີ່​ເຄີຍເກີດ​ຂຶ້ນ​ນັ້ນ.”

ປາກ​ພູ ​ເຂົາ Gale ​ແມ່ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ເປັນ​ພິ​ເສດ​ຍ້ອນ​ວ່າ ​ກ້ອນ​ຫີນ​ທີ່​ກອງ​ກັນເປັນ​ຊັ້ນ ​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ຂີ້​ຝຸ່ນ​ຢູ່​ໃນ​ນ້ຳ ​ເຊິ່ງຖືກທັບ​ຖົມ​ມາເປັນ​ເວລາ​ດົນ​ນານ.

ທ່ານນາງ Marjorie ກ່າວ​ວ່າ “​ແລະ ​ໂດຍ​ທົ່ວ​ໄປແລ້ວ ​ເມື່ອ​ພວກ​ເຮົາ​ມີກ້ອນ​ຫີນທີ່​ເປັນ​ຊັ້ນ​ງາມໆ​ນີ້, ມັນມັກ​ຈະຖືກ​ທັບຖົມໂດຍ​ນ້ຳ​. ດັ່ງ​ນັ້ນ​ພວກ​ເຮົາຈຶ່ງ​ຮູ້ວ່າ ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ສິ່ງ​ນີ້​ອາດສະ​ແດງເຖິງ​ປະຫວັດ​ຂອງ​ນ້ຳ​ຢູ່​ເທິງໜ້າດິນ​ຂອງ​ດາວ​ອັງຄານ​ໃນເມື່ອ​ກ່ອນ.”

​ເສັ້ນ​ສີດຳ​ເຂັ້ມຍາວ 100 ທີ່​ເຫັນ​ຢູ່​ໃນ​ຮູບ​ນີ້​ແມ່ນ​ໄດ້​ຖືກ​ຢືນຢັນ​ວ່າ​ ເປັນ​ກະ​ແສ​ນ້ຳ​ຢູ່​ເທິ​ງພື້ນ​ຜິ​ວຂອງ​ດາວ​ອັງ​ຄານ. (Credit: NASA/JPL/University of Arizona)
​ເສັ້ນ​ສີດຳ​ເຂັ້ມຍາວ 100 ທີ່​ເຫັນ​ຢູ່​ໃນ​ຮູບ​ນີ້​ແມ່ນ​ໄດ້​ຖືກ​ຢືນຢັນ​ວ່າ​ ເປັນ​ກະ​ແສ​ນ້ຳ​ຢູ່​ເທິ​ງພື້ນ​ຜິ​ວຂອງ​ດາວ​ອັງ​ຄານ. (Credit: NASA/JPL/University of Arizona)

ອີງ​ຕາມ​ການ​ຄົ້ນ​ຄວ້າ, ພວກ​ກ້ອນ​ຫີນ ​ທີ່​ນັບ​ກັບ​ຄືນ​ໄປ​ລະຫວ່າງ 3.6 ​ແລະ 3.2 ພັນ​ລ້ານ​ປີ​ກ່ອນ, ພ້ອມ​ກັບ​ຫີນ​ທີ່​ອ່ອນ​ທີ່​ສຸດຢອງ​ຢູ່​ເທິງ​ຊັ້ນ​ທີ່​ສູງ​ກວ່າ. ​ໂດຍ​ປຽບທຽບກັນ​ແລ້ວ ​ໂລກ​ຂອງ​ເຮົາມີອາຍຸ 4.5 ພັນ​ລ້ານ​ປີ. ທ່ານນາ​ງ Chan ກ່າວ​ວ່າ ສິ່ງ​ທີ່​ບັນດາ​ນັກວິທະຍາສາດ​ໄດ້​ພົບ​ເຫັນ​ໃນ​ຮູບ​ພາບ​ດາວ​ອັງຄານ​ ຈາ ປາກ​ພູ​ເຂົານັ້ນ ແມ່ນ​ຫຼັກ​ຖານ​ຂອງ ກົ້ນ​ທະ​ເລ​ສາບ ​ແລະ ມີ​ເຄືອ​ຂ່າຍ​ຂ​ອງນ້ຳ​ໃຕ້​ດິນທີ່​ກວ້າງໃຫຍ່​ຕື່ມ​ອີກ.

ທ່ານນາງ Marjorie Chan ກ່າວ​ວ່າ “ກາ​ນຄົ້ນ​ພົບ​ອື່ນໆ​ຂອງ​ກະ​ແສ​ນ້ຳ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ມັນ​ມີ​ຄຸນ​ນະ​ສົມບັດຫຼາຍ​ຊະນິດແຕກ​ຕ່າງ​ກັນທີ່ເປັນ​ສາຂາຂອງ​ແມ່​ ນ້ຳທີ່​ໄຫຼ​ເຂົ້າ​ໃນທະ​ເລ​ສາບ, ​ເຊັ່ນ​ວ່າ​ແມ່​ນ້ຳ​ທີ່ມີ​ກະ​ແສ​ນ້ຳເປັນຕະກອນ ​ແລະ ປາກ​ແມ່​ນ້ຳທີ່​ຕົກ​ຕະກອນ ​ແລະ ​ອ່າງ​ຂອງ​ນ້ຳ ​ເຊິ່ງ​ແມ່ນ​ທະ​ເລ​ສາບ​ແຫ່ງ​ນີ້, ​ເປັນ​ບ່ອນ​ທີ່​ພວກ​ຕະກອນ​ອາດ​ໄດ້​ຕົກລົງ​ໃນ​ສະພາບ​ຂອງ​ນ້ຳ​ທີ່​ງຽບກວ່າ.”

ທ່ານນາງ Chan ກ່າວ​ວ່າ ການ​ຄົ້ນຄວ້າ​ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ປະສົມ​ປະສານກັນຂອງ​ນ້ຳ​ທີ່​ ເຄື່ອນໄຫວ ​ແລະ ນ້ຳ​ທີ່​ສະຫງົບ​ບໍ່​ເໜັງຕີງ ​ເຊິ່ງບໍ່​ໄດ້​ຢູ່ເ​ທິງ​ພື້ນ​ຜິວ​ຂອງ​ດາວ​ອັງຄານ​ໃນ​ປະຈຸ​ບັນ​ນີ້, ​ແລະ ສ້າງ​ໂຄງ​ຮ່າງ​ສຳລັບ​ບັນດາ​ນັກວິທະຍາສາດ​ທີ່​ພະຍາຍາມ​ທຳ​ຄວາມ​ເຂົ້າ​ໃຈ​ ເລື່ອງ​ດາວ​ອັງຄານ​ດຶກ​ດຳ​ບັນ​ນີ້.

ທ່ານນາງ Marjorie Chan ກ່າວ​ວ່າ “ການ​ປະກອບ​ເອົາ​ປະຫວັດສາດ​ນີ້​ລວມ​ເຂົ້າກັນ​ ເຮັດ​ໃຫ້​ເຮົາເຫັນຮູບ​ພາບຂອງສິ່ງທີ່​ເຄີ​ຍ​ເກີດ​ຂຶ້ນ​ໃນ​ເວລາ​ທີ່​ຜ່ານ​ ມາ​ສົມ​ບູນ ກວ່າ. ​ດ້ວຍ​ເຫດ​ໃດ​ເຫດ​ໜຶ່ງ ພວກ​ເຮົາ​ກໍ​ໄດ້ ​ເ​ຫັນ​ເລື່ອງ​ກ່ຽວ​ກັບ​ດາວ​ອັງຄານຢູ່​ນີ້ ​ແລະ ຢູ່​ຫັ້ນ​ເທື່ອ​ລະ​ນ້ອຍ, ​ແຕ່​ວ່າ​ຕອນ​ນີ້​ພວກ​ເຮົາ​ຈະ​ສາມາດ​ນຳ​ເອົາ​ເລື່ອງ​ທີ່​ໃຫຍ່​ກວ່າ​ນີ້​ມາ​ ປະກອບ​ເຂົ້າກັນ​ແທ້​ໆ.”

ອົງການ​ອາ​ວະ​ກາດ​ ສະຫະລັດ ຫຼື NASA ວາງ​ແຜນ​ການ​ເດີນທາງ​ໄປ​ກັບ​ສູ່​ດາ​ວອັງ​ຄານ ​ໃນປີ 2020. ​ເຊິ່ງຫຸ່ນ​ຍົນ​ໃໝ່​ທີ່​ຈະ​ເດີນທາງ​ໄປ​ພ້ອມ​ກັນ​ນັ້ນ​ຈະ​ລະບຸ ​ແລະ ​ເລືອກເອົາ​ຕົວ ຢ່າງ​ກ້ອນ​ຫີນ ​ແລະ ດິນ, ​ແລະເກັບ​ມັນ​ໄວ້ເພື່ືອ​ເດີນທາງ​ກັບຄືນ​ສູ່ໂລກ ​ໃນ​ພາລະກິດ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.

XS
SM
MD
LG