ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີຕົ້ນໄມ້ຢູ່ 3 ພັນຕື້ຕົ້ນ ປະກອບເປັນ ປ່າໄມ້ທັງໝົດ ຂອງ ໂລກເຮົາ


ແຜນທີ່ ຈາກມະຫາວິທະຍາໄລ Yale ສະແດງໃຫ້ເຫັນຄວາມຕຶບໜາຂອງປາໄມ້ຢູ່ໃນໂລກ.
ແຜນທີ່ ຈາກມະຫາວິທະຍາໄລ Yale ສະແດງໃຫ້ເຫັນຄວາມຕຶບໜາຂອງປາໄມ້ຢູ່ໃນໂລກ.

ຂ່າວດີກໍຄື ມີ​ຕົ້ນໄມ້​ຫລາຍ​ກວ່າ 3 ພັນຕື້​ຕົ້ນ​ ຢູ່​ໃນ​ໂລກ. ແຕ່
ຂ່າວ​ຮ້າຍກໍ​ແມ່ນວ່າ 46 ​ເປີ​ເຊັນຂອງ​ຈຳນວນ​ຕົ້ນ​ໄມ້ເຫຼົ່ານີ້
ໄດ້ຫຼຸດລົງ ນັບ​ແຕ່​ຄວາມ​ຈະ​ເລີ​ນສີວິໄລຂອງ​ມະນຸດ ໄດ້ເລີ້ມ
ຂຶ້ນ.

ການ​ສຳ​ຫລວດ​ຕົ້ນ​ໄມ້ ຈັດໃຫ້ມີຂຶ້ນ​ໂດຍທີ​ມຂອງ​ບັນດາ​ນັກ
ຄົ້ນຄວ້າທີ່ໄດ້​ໃຊ້​ຮູບ ​ພາບດາວ​ທຽມບັນທຶກ​ປ່າ​ໄມ້ ​ແລະ​ເທັກ​
ໂນ​ໂລ​ຈີ ເຮັດ​ແຜນ​ທີ່​ຈຳນວນ​ຕົ້ນ​ໄມ້​ ຢູ່​ໃນ​ລະ​ດັບ​ຕາຕະລາງ​
ກິ​ໂລ​ແມັດ.

ຫົວໜ້ານຳພາ​ການ​ຄົ້ນຄວ້າ ທ່ານ Thomas Crowther ​ໄດ້​ກ່າວຕໍ່ສະຖາບັນ ປ່າ​ໄມ້ ​
ແລະ​ການສຶກສາ​ສິ່ງ​ແວ​ດລ້ອມຂອງມະຫາວິທະຍາໄລ Yale ວ່າ “ຕົ້ນ​ໄມ້ ແມ່ນປະ​ກອບ
ເປັນສິ່ງທີ່ມີຊີວິດ ອັນໂດດເດັ່ນແລະສຳຄັນ​ທີ່ສຸດ​ໃນ​ໂລກ ບໍ່​ພຽງເທົ່າ​ນັ້ນ ​ພວກ​ເຮົາ​ຫາ​ກໍ່
​ເລີ້ມທຳຄວາມ​ເຂົ້າ​ໃຈຫວ່າງໄວໆມານີ້​ເຖິງ​ການ​ແຜ່ພັນແລະການແຈກຢາຍຂອງຕົ້ນ
ໄມ້ຢູ່ໃນ​ທົ່ວ​ໂລກ”

ທ່ານ Crowther ກ່າ​ວວ່າ ທ່ານໄດ້ແປກ​ໃຈທີ່ການ​ສຳ​ຫລວດ​ໄດ້​ພົບ​ເຫັນ​ມີ​ຕົ້ນໄມ້​ຢ່າງ​
ຫລວງຫລາຍ.

ໃນການ​ຄາດ​ຄະ​ເນກ່ອນໜ້ານີ້ ​ແມ່ນປະມານກັນວ່າມີ​ຕົ້ນ​ໄມ້​ຢູ່ 400 ພັນ​ລ້ານ​ຕົ້ນ ​ໃນ​
ຂະນະ​ທີ່ການ​ຄົ້ນຄວ້າ​ຂອງ​ທ່ານ Cro​wther ​ໄດ້​ພົບເຫັນວ່າ ມີຕົ້ນໄມ້ 3 ພັນ 40 ຕື້ຕົ້ນ
ຫລື 442 ຕົ້ນ​ ​ຕໍ່​ຄົນ.

ຕົ້ນ​ໄມ້ແມ່ນມີຄວາມ​ສຳຄັນໃນ​ການ​ດູດ​ເອົາທາດ carbon ​ປັບປຸງ​ຄຸນ​ນະພາ​ບ ຂອງ​
ອາກາດ ​ແລະ​ນຳ້ໃຫ້ດີ​ຂື້ນ ​ແລະ​ອີກ​ຫລາຍ​ຢ່າງ​ທີ່​ມະນຸດຕ້ອງໄດ້ເພິ່ງພາ​ອາ​ໄສ.

ຢູ່ໃນ​ເຂດໃຕ້ຂົ້ວ​ໂລກ​ເໜືອລົງມາຂອງ​ປະ​ເທດຣັດ​ເຊຍ ສະ​ແກນ​ດີ​ນາ​ເວ​ຍ​ແລະ ​ອາ​ເມ
ຣິກາ​ເໜືອມີຕົ້ນ​ໄມ້ທີ່ໜາແໜ້ນທີ່ສຸດ ​ໃນ​ຂະນະທີ່ເຂດ​ອາກາດ​ຮ້ອນຂອງໂລກ ແມ່ນມີຕົ້ນ
ໄມ້ຫລວງຫລາຍທີ່ສຸດ ຄືປະກອບເປັນປະມານ 43 ​ເປີ​ເຊັນ​ຂອງ​ຕົ້ນ​ໄມ້ຢູ່​ໃນ​ໂລກ.

XS
SM
MD
LG