ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຮຽນ ສະຫະລັດ ສະແດງຄວາມຕື່ນເຕັ້ນ ຫຼັງເຂົ້າຮ່ວມການໂຕ້ວາທີ ປະທານາທິບໍດີ


Students Intrigued After Attending Presidential Debate
please wait

No media source currently available

0:00 0:02:08 0:00

ການໂຕ້ວາທີປະທານາທິບໍດີແຫ່ງປີ 2016 ຄັ້ງທີ 2 ຕອນນີ້ແມ່ນໄດ້ກາຍເປັນປະຫວັດ ສາດໄປແລ້ວ. ບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ກໍຈະກັບຄືນໄປໂຄສະນາຫາ ສຽງອີກຄັ້ງໜຶ່ງ, ໂດຍບໍ່ຕ້ອງສົງໄສເລີຍວ່າ ທັງສອງຝ່າຍຕ່າງກໍຈະປະກາດວ່າ ຕົນຈະໄດ້ ເປັນຜູ້ໄຊຊະນະ. ນັກຂ່າວຂອງວີໂອເອ Carolyn Presutti ຈະນຳພວກເຮົາໄປຍັງມະຫາ ວິທະຍາໄລ ວໍຊິງຕັນ ໃນນະຄອນ St. Louis ລັດ Missouri, ບ່ອນທີ່ການໂຕ້ວາທີໄດ້ ຖືກຈັດຂຶ້ນ ເພື່ອເບິ່ງວ່າຄຳເວົ້າລໍ້ຫຼິ້ນລະຫວ່າງຜູ້ລົງແຂ່ງຂັນທັງສອງ ໄດ້ປ່ຽນແປງຄວາມ ຄິດຂອງໃຜບໍ່. ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດເລື້ອງນີ້ ມາສະເໜີທ່ານ.

ບັນຍາກາດໝົດມື້ທີ່ມະຫາວິທະຍາໄລ ວໍຊິງຕັນ ໃນນະຄອນ St. Louis ເຕັມໄປດ້ວຍ ຄວາມຕື່ນເຕັ້ນທີ່ມີຄວາມມຸ່ງຫວັງ ກ່ຽວກັບ ການໂຕ້ວາທີໃນຕອນຄ່ຳວັນອາທິດທີ່ຜ່ານມາ. ນັກສຶກສາຈຳນວນນີ້ພຽງບໍ່ເທົ່າໃດຮ້ອຍຄົນໂຊກດີຈົກສະຫຼາກໄດ້ລາງວັນເປັນບ່ອນນັ່ງ ເພື່ອເຂົ້າຊົມການໂຕ້ວາທີສົດ. ນັກຮຽນປີສຸດທ້າຍ ທ້າວ Max Ahlborn ແມ່ນຜູ້ໜຶ່ງທີ່ໄດ້ ຮັບບ່ອນນັ່ງສຸດທ້າຍທີ່ຍັງເຫຼືອຢູ່.

ທ້າວ Max Ahlborn ກ່າວວ່າ “ຂ້າພະເຈົ້າຍັງຄົງເປັນຝ່າຍເສລີນິຍົມຫຼາຍກວ່າ, ແຕ່ແນ່ ນອນຂ້າພະເຈົ້າກໍເກີດມີຄວາມສົນໃຈໃນການໂຕ້ວາທີນັ້ນ. ຂ້າພະເຈົ້າຄິດວ່າບັນດາ ຜູ້ລົງແຂ່ງຂັນມີຄຳເວົ້າບາງຢ່າງທີ່ເປັນຕາສົນໃຈຫຼາຍ.”

ການໂຕ້ວາທີເອງ ແມ່ນເບິ່ງຄືຈະເປັນການທະເລາະວິວາດກັນຫຼາຍກວ່າ ດ້ວຍການລົບ ກວນການເວົ້າ ແລະ ການກ່າວຫາກັນ ໂດຍສະເພາະຫຼັງຈາກການເປີດເຜີຍວິດີໂອຂອງ ທ່ານ Donald Trump ໃນວັນສຸກທີ່ຜ່ານມາ ກ່ຽວກັບ ການກ່າວຄຳເຫັນທີ່ລາມົກ ກ່ຽວກັບ ແມ່ຍິງ.

ບັນຍາກາດໂຕ້ຖຽງນັ້ນໄດ້ລົບກວນນັກສຶກສາປີສຸດທ້າຍ ທ້າວ Tom Barker ຜູ້ທີ່ໄດ້ເຂົ້າ ຟັງໃນຫ້ອງໂຕ້ວາທີເຊັ່ນກັນ.

ທ້າວ Tom Barker ນັກສຶກສາມະຫາວິທະສາໄລ ວໍຊິງຕັນ ໃນນະຄອນ St. Louis ໄດ້ ກ່າວວ່າ “ມັນເກືອບເຮັດໃຫ້ມີຄວາມອຶດອັດໜ້ອຍໜຶ່ງ, ອຶດອັດສຳລັບປະເທດ ແລະ ທຸກໆຢ່າງ.”

ຫຼັງຈາກໄດ້ເຫັນວິດີໂອຂອງທ່ານ Trump ແລ້ວ, ບັນດາຜູ້ສະໜັບສະໜູນພັກຣີພັບບລີກັນ ແຫ່ງຊາດຫຼາຍສິບຄົນ ກໍໄດ້ຖອນການສະໜັບສະໜູນຜູ້ຖືກສະເໜີຊື່ຂອງພວກເຂົາເຈົ້າ, ແລະ ໄດ້ເຂົ້າຮ່ວມໃນສິ່ງທີ່ຜູ້ສະໜັບສະໜູນພັກຣີິພັບບລີກັນຂອງມະຫາວິທະຍາໄລ ວໍຊິງ ຕັນ ໄດ້ເຮັດແລ້ວ. ພວກເຂົາເຈົ້າມີປ້າຍທີ່ເວົ້າວ່າ “ທ່ານ Donald Trump ກໍໄດ້ເຮັດໃຫ້ ພວກເຮົາຢ້ານຄືກັນ.” ທ້າວ Ruben Schuckit ແມ່ນປະທ່ານຂອງກຸ່ມດັ່ງກ່າວ.

ທ້າວ Ruben Schuckit ປະທານນັກສຶກສາມະຫາວິທະຍາໄລທີ່ສະໜັບສະໜູນ ພັກຣີ ພັບບລີກັນ ກ່າວວ່າ “ນີ້ບໍ່ແມ່ນການເຫັນດ້ວຍກັບທ່ານນາງ Hillary Clinton ເລີຍ, ພວກ ເຮົາພຽງແຕ່ຮູ້ສຶກວ່າ ບັນດາຜູ້ລົງຄະແນນສຽງ ພັກຣີພັບບລີກັນ ເຮັດຜິດພາດ ໄປໃນການເລືອກຜູ້ຖືກສະເໜີຊື່ຂອງພວກເຮົາ.”

ຜູ້ສະໜັບສະໜູນທ່ານ Trump ຄົນນີ້ ໄດ້ກ່າວຫາຄວາມບໍ່ຮູ້ຫຍັງຂອງພວກເຂົາເຈົ້າ.

ນາງ Jennifer Bird ຜູ້ສະໜັບສະໜູນທ່ານ Trump ກ່າວວ່າ “ຖ້າເຈົ້າບໍ່ມີປະສົບການ, ແລະ ຖ້າເຈົ້າຍັງບໍ່ໄດ້ອອກໄປສູ່ໂລກພາຍນອກ, ແລ້ວເຈົ້າກໍຈະບໍ່ມີວັນເຂົ້າໃຈແທ້ໆ, ແລະ ຫຼາຍສິ່ງຫຼາຍຢ່າງແມ່ນຟັງວ່າຄືງົດງາມໄປໝົດ ຈົນກວ່າວ່າເຈົ້າໄດ້ນຳເອົາມັນ ມາໃຊ້.”

ບັນດາຜູ້ປະຕິບັດການດ້ານການເມືອງໄດ້ອອກມາເປັນຈຳນວນຫຼາຍໃນຫ້ອງສຳພາດ ຫຼັງຈາກການໂຕ້ວາທີ, ໂດຍການພະຍາຍາມທີ່ຈະເຮັດໃຫ້ທຸກຄົນເຊື່ອໝັ້ນວ່າ ຜູ້ລົງແຂ່ງ ຂັນຂອງຕົນໄດ້ຮັບໄຊຊະນະໃນຄ່ຳຄືນນັ້ນ.

ທ່ານ Rudy Giuliani ຜູ້ສະໜັບສະໜູນພັກຣີພັບບລີກັນ ເພື່ອທ່ານ Trump ກ່າວວ່າ “ທ່ານນາງ Hillary Clinton ຂີ້ຕົວະເຈົ້າໜ້າທີ່ FBI ເມື່ອລາວກ່າວວ່າ ລາວບໍ່ຮູ້ວ່າຕົວ ໜັງສືໂຕ “C” ໝາຍຄວາມວ່າຈັ່ງໃດໃນເອກະສານຂອງລັດຖະບານສະບັບໜຶ່ງ.”

ທ່ານ John Podesta ປະທານຂອງການໂຄສະນາຫາສຽງຂອງທ່ານນາງ Clinton ກ່າວ ວ່າ “ທ່ານນາງສາມາດທີ່ຈະເວົ້າໃນສິ່ງທີ່ທ່ານນາງຢາກຈະເວົ້າໃນແງ່ບວກ. ທ່ານ Trump ແມ່ນຢູ່ໃນທ່າການໂຈມຕີໃນຕະຫຼອດຄືນ.”

ການໂຕ້ວາທີຄັ້ງທີ 3 ແລະ ເປັນຄັ້ງສຸດທ້າຍ ຊຶ່ງຈະຖືກຈັດຂຶ້ນໃນນະຄອນ Las Vagas, ລັດ Nevada ໃນວັນທີ 19 ຕຸລາ ທີ່ຈະມາເຖິງນີ້. ນັ້ນແມ່ນເປັນເວລາພຽງ 20 ມື້ເທົ່ານັ້ນ ກ່ອນວັນເລືອກຕັ້ງຈະມາເຖິງ.

[[The second presidential debate of 2016 is now history.The candidates will hit the campaign trail again, undoubtedly both declaring victory.
VOA's Carolyn Presutti takes us to Washington University in St. Louis, Missouri, where the debate was held to see if the banter between the candidates changed any minds.]]

((NARRATOR))
The mood all day at Washington University in St. Louis was electric with anticipation of the night's debate. Only several hundred of these students won a lottery to see it live.College senior Max Ahlborn scored one of the last seats.

((MAX AHLBORN, WASHINGTON UNIV. IN ST LOUIS STUDENT))
"I still am tending to be more liberal, but I definitely was intrigued by the debate.I thought the candidates had some very interesting things to say."

((NARRATOR))
The debate itself was more like a feud with interruptions and counter charges— especially after the release of a video Friday of Donald Trump making lewd comments about women.

((nat of debate back and forth))

((NARRATOR))
That contentious atmosphere bothered senior Tom Barker, who was also in the debate hall.

((NARRATOR))
((TOM BARKER, WASHINGTON UNIV. IN ST. LOUIS STUDENT))
"It was almost a little bit frustrating, frustration for the country if anything."

((NARRATOR))
After seeing the Trump video, dozens of national Republicans withdrew their support of the nominee, and joined what the Washington University campus republicans had already done.They have a sign that says "Donald Trump scares us too."Ruben Schuckit is the group's president.

((RUBEN SCHUCKIT, PRESIDENT COLLEGE REPUBLICANS))
((177218:29:33))
"This is not an endorsement of Hillary Clinton at all, we just feel Republican voters got it wrong electing our nominee."

This Trump supporter blames naivete.

((JENNIFER BIRD, TRUMP SUPPORTER))
((CLIP 1771 18:26:03)) "If you don't have life experiences, and if you haven't been out in the world, then you really don't understand, and a lot of things sound wonderful until you apply them."

((NAT))

((NARRATOR))
Political operatives were out in force in the spin room following the debate, trying to convince everyone that their candidate won the night.

((RUDY GIULIANI, REPUBLICAN FOR TRUMP))
((22:50:31 clip 1867))
"Hillary Clinton lied to the FBI when she said she didn't know what 'C' meant on a government document."

((JOHN PODESTA, CHAIRMAN, CLINTON CAMPAIGN))
((22:59:35 clip 1870))
"She was able to talk about the positive things she wanted to do. He was on the attack the whole evening."

((STAND UP OR VO))
((CAROLYN PRESUTTI, VOA NEWS.))
The third and final debate is in Las Vegas, Nevada, on October 19.That's just 20 days before the election.

XS
SM
MD
LG