ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຮຽນທີ່ລອດ​ຊີວິດຈາກ ​ເຮືອ​ເກົາຫຼີໃຕ້ທີ່ຫ​ລົ້ມ ໃຫ້​ການຕໍ່​ສານ (ວີດີໂອ)


ຊາວເກົາຫຼີໃຕ້ເດີນຂະບວນ ໃນລະຫວ່າງ ການປຸກລະດົມ ຢູ່ນະຄອນຫລວງໂຊລ ເນື່ອງໃນ ຄົບຮອບ 100 ວັນ ຂອງເຫດການ​ເຮືອ​ຂ້າມ​ຟາກ Sewol ຫ​ລົ້ມ, ວັນທີ 24 ກໍລະກົດ 2014.
ຊາວເກົາຫຼີໃຕ້ເດີນຂະບວນ ໃນລະຫວ່າງ ການປຸກລະດົມ ຢູ່ນະຄອນຫລວງໂຊລ ເນື່ອງໃນ ຄົບຮອບ 100 ວັນ ຂອງເຫດການ​ເຮືອ​ຂ້າມ​ຟາກ Sewol ຫ​ລົ້ມ, ວັນທີ 24 ກໍລະກົດ 2014.

ນັກຮຽນ 6 ຄົນ​ ທີ່ລອດ​ຊີວິດມາ​ໄດ້ ຈາກ​ເຮືອ​ຂ້າມ​ຟາກ
Sewol ຂອງ​ເກົາຫຼີ​ໃຕ້ ທີ່ຫ​ລົ້ມ​ນັ້ນ ​ໄດ້ໄປໃຫ້​ການ ຕໍ່​ສານ
​ແຫ່ງ​ນຶ່ງ​ທີ່ເມືອງ Anson ​ເມື່ອ​ວັນ​ຈັນ​ມື້​ນີ້ ຕໍ່ຕ້ານພວກ​ລູກ​ເຮືອ
​ຈຳນວນ 15 ຄົນ ຜູ້​ທີ່​ ໄດ້​ໜີ​ອອກ​ຈາກ​ເຮືອ​ໄປ ໃນຂະນະ​ທີ່​
ມັນ​ກຳລັງ​ຈົມ​ລົງນ້ຳ.

ພວກ​ລູກເຮືອ ທີ່ລອດ​ຊີວິດມາ​ດັ່ງກ່າວ​ ຊຶ່ງມີລວມທັງ ກັບຕັນ
​ເຮືອ​ ​ໄດ້ຖືກ​ຮ້ອງຟ້ອງ ​ໃນ​ຂໍ້​ຫາຫຼາຍກະ​ໂທ​ງ ນັບ​ຕັ້ງ​ແຕ່
ການຂ້າ​ຄົນ ຈົນ​ເຖິງການ​ປ່ອຍປະ​ລະ​ເລີຍຕໍ່ໜ້າ​ທີ່ ຍ້ອນໄດ້​
ສະລະ​ເຮືອ​ໄປ ກ່ອນ​ຜູ້​ໂດຍສານ​.

ນັກຮຽນ​ຍິງຄົນ​ນຶ່ງ ກ່າວ​ວ່າ ພວກ​ລູກເຮືອ ​ໄດ້​ສັ່ງ​ໃຫ້ພວກ​ເຂົາ​ເຈົ້າ​ຢູ່​ໃນ​ຫ້ອງ ​ແລະ​ ພວກ​
ເຂົາ​ເຈົ້າ​ໄດ້ທຳ​ຕາມ ຈົນ​ນ້ຳທະ​ເລ​ເລີ້ມ​ສູງຂຶ້ນ ຢູ່​ໃນ​ຫ້ອງ​ຂອງ​ພວກ​ເຂົາ​ເຈົ້າ. ນາງ​ກ່າວ​
ຕື່ມວ່າ​ ພວກ​ເຂົາ​ໃສ່​ເສື້ອ​ຊູຊີບ​ ​ແລ້ວກໍພາກັນ​ໄຫລ​ອອກ​ຈາກ​ຫ້ອງ ​ຜ່ານ​ປະຕູທີ່​ຕອນ​ນັ້ນ​ ຢູ່ທາງ​ເທິງ​ຫົວຂອງ​ພວກ​ເຂົາເຈົ້າ ແລ້ວ ຫຼັງຈາກທີ່​ເຮືອ​ໄດ້ງ່ຽງ​ໄປ​ເບື້ອງ​ນຶ່ງ. ພວກ​ເຂົາ​ເຈົ້າ​
ໄດ້​ຖືກ​ດຶງ​ຂຶ້ນ​ ໂດຍພວກນັກຮຽນ​ຄົນ​ອື່ນ​ໆ ທີ່ຢູ່​ທາງ​ນອກ​ຫ້ອງແລ້ວ.

ນັກຮຽນຍິງ​ອີກ​ຄົນ​ນຶ່ງ​ ໄດ້​ໃຫ້​ປາກຄຳ​ວ່າ ລາວ ຫຼື ​ນັກຮຽນ​ຜູ້​ອື່ນໆ​ທີ່​ລອດ​ຊີວິດ​ມານັ້ນ ບໍ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫຼືອ​ໃດໆ ຈາກ​ພວກສະມາຊິກ​ລູກເຮືອເລີຍ.

​ພວກນັກຮຽນເຫຼົ່ານີ້ ​ເປັນ​ກຸ່ມ​ທຳ​ອິດ ຈາກ​ຈຳນວນ 75 ຄົນ ທີ່​ມີ​ກຳນົດ ຈະໃຫ້​ປາກຄຳ​ ໃນ​ການ​ດຳ​ເນີນ​ຄະດີຄັ້ງນີ້.

​ເຮືອ​ຂ້າມ​ຟາກ Sewol ​ໄດ້​ປິ້ນຂວ້ຳ ​ແລ້ວຈົມ​ລົງ ​ເມື່ອ​ວັນ​ທີ 16 ​ເມສາ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ປະມານ 300 ຄົນເສຍ​ຊີວິດ ​ສ່ວນຫຼາຍແລ້ວ ແມ່ນ​ພວກນັກຮຽນ​ມັດທະຍົມ ​ຈາກ​ນະຄອນ Incheon ທີ່​ກຳລັງພາກັນ​ໄປທັດສະນະ​ສຶກສາ ທີ່​ເກາະ Jeju.

SOUTH KOREA FERRY VO
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG