ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸ ໄຕ້ຝຸ່ນ ຄວາມແຮງສູງ ພັດຖະຫລົ່ມ ພາກໃຕ້ຂອງ ຈີນ


China Typhoon UPD
please wait
Embed

No media source currently available

0:00 0:00:39 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ພາຍຸ​ໃຕ້​ຝຸ່ນ​ທີ່​ມີ​ຄວາມແຮ​ງສູ​ງ ​ໄດ້​ເຮັດໃຫ້ດິນ​ເຈື່ອນ​ໃນ​ພາກ​ໃຕ້​ຂອງ​ ຈີນ ຕອນ​ສວາຍ​ວັນ​ອາທິດ​ມື້​ນີ້, ເຊິ່ງພັດ​ທະ​ລົ່ມເຂົ້າເຂດ​ຊາຍ​ຝັ່ງ ​ແລະ ​ເຮັດໃຫ້​ຫຼາຍ​ສິບ​ພັນ​ຄົນ​ຕ້ອງ​ອົບ​ພະຍົບ ອອກ​ຈາກ​ພື້ນ​ທີ່ດັ່ງກ່າວ.

ສູນອຸຕຸ​ນິຍົ​ມ​ແຫ່ງ​ຊາດກ່າວ​ວ່າ ພາຍຸ​ໃຕ້​ຝຸ່ນ Mujigae ມີ​ລົມຄວາມ​ໄວ​ສູງ 180 ກິໂລແມັດ​ຕໍ່​ຊົ່ວ​ໂມງ ​ແລະ ຈະ​ມີ​ຝົນຕົກ​ຫຼາຍ​ເຖິງ 280 ມິນ​ລີ​ແມັດ​ໃນ​ບາງເຂດ​ຈົນ​ຮອດ​ຕອນ​ເຊົ້າ​ວັນ​ຈັນ​ມື້​ອື່ນ​ນີ້.

ພາ​ຍຸດັ່ງ​ກ່າວ​ຈະ​ພັດ​ເຂົ້າ​ແຮງ​ທີ່​ສຸດ​ໃນ​ແຂວງ Guangdong ​ແລະ Hainan .

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ມີ​ເຮືອຢ່າງ​ໜ້ອຍ 40,000 ລຳ​ໄດ້​ກັບ​ຄືນ​ເຂົ້າ​ສູ່​ທ່າ​ເຮືອ​ຍ້ອນ​ພາຍຸ Mujigae, ​ເຊິ່ງມີ​ຄວາມ​ໝາຍວ່າ “ຮຸ້ງ​ກິນ​ນ້ຳ” ​ ໃນ​ພາສາ ​ເກົາຫຼີ.

XS
SM
MD
LG