ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະແສນຳ້ພັດແຮງ ກີດກັ້ນ ຄວາມພະຍາຍາມກູ້ໄພ ເຮືອຂ້າມຟາກຫລົ້ມ ທີ່ບັງກລາແດັສ (ວີດີໂອ/ສະໄລດ໌)


ພວກ​ພະນັກງານ​ກູ້​ໄພ ​ໃນບັງ​ກ​ລາ​ແດັສ ​ໄດ້​ຕໍ່ສູ້​ກັບ​ຄື້ນ​ຟອງທີ່​
ສູງ ​ແລະກະ​ແສ​ນຳ້ແຮງ ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ພະຍາຍາມ
ຊອກ​ຫາ ຊາກເຮືອ​ຂ້າມ​ຟາກ​ທີ່​ຫລົ້ມ ພ້ອມ​ກັບຜູ້​ໂດຍສານ
200 ຄົນນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວໃນ​ວັນ​ອັງ​ຄານ​ມື້​ນີ້​ວ່າ ຫລາຍ​ກວ່າ 100
ຄົນ​ຍັງ​ຫາຍ​ສາບ​ສູນ ​ແລະ​ຢ້ານ​ວ່າ ​ເສຍຊີວິດ​ແລ້ວໃນອຸ​ບັດ
​ເຫດທີ່​ເກີດ​ຂຶ້ນເມື່ອ​ວັນ​ຈັນວານນີ້ ຢູ່ແມ່​ນໍ້າ Padma ໃນ​ພາກ
ກາງຂອງ ບັງ​ກ​ລາ​ແດັສ.

​ໃນ​ໄລຍະ​ຫລາຍໆ​ຊົ່ວ​ໂມງ​ ຫລັງ​ຈາກເຮືອ​ຂ້າມ​ຟາກ​ຫລົ້ມນັ້ນ
ຊາວບ້ານ​ທ້ອງ​ຖິ່ນ​ຢູ່​ເຮືອຫາ​ປາ ​ແລະ​ເຮືອ​ໄວ ​ໄດ້ພະຍາຍາມ​ໄປ​ເຖິງ​ບ່ອນເກີດ​ເຫດ​ແຕ່
ກໍໄປບໍ່​ຮອດ ​ແລະໄດ້​ຕ້ອງ​ຕ່າວກັບ​ຄືນ.

​ມີ​ຄົນ​ເສຍຊີວິດຫລາຍສິບ​ຄົນ ​ໃນ​ອຸບັດ​ເຫດ​ເຮືອ​ຂ້າ​ມ​ຟາກ​ຫລົ້ມ​ແຕ່ລ​ະປີ ຢູ່​ໃນ ບັງ​ກ​ລາ​
ແດັສ ບ່ອນທີ່​ເຮືອ​ເປັນ​ພາຫາ​ນະ​ໃຊ້​ໃນ​ການ​ຂົນ​ສົ່ງ ຢູ່ທົ່ວ​ໄປ. ​ແມ່​ນ້ຳ Padma ​ແມ່ນ​
ຮວມຢູ່​ໃນ​ພວກແມ່​ນໍ້າ ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດດັ່ງກ່າວ ທີ່​ມີ​ແມ່​ນໍ້າ ໄຫ​ລຜ່ານ​ ​ຫລາຍ​
ກວ່າ 130 ສາຍ.

​ມາດ​ຕະ​ຖານຄວາ​ມປອດ​ໄພ​ທີ່ບໍ່​ໄດ້ລະດັບ ກັບການ​ບັນຈຸ​ຜູ້​ໂດຍສານເກີນ​ອັດຕາ ມັກ​ຈະ
​ຖືກ​ຕິຕຽນວ່າ ​ເປັນສາ​ເຫດ​ໃຫຍ່​ທີ່​ພາ​ໃຫ້​ເກີດ​ອຸບັດ​ເຫດ. ​ໃນ​ເດືອນພຶດ ສະພາ ​ປະມານ
50 ຄົນ ​ໄດ້​ເສຍ​ຊີວິດ ​ໃນ​ອຸບັດ​ເຫດ​ເຮືອ​ຂ້າມ​ຟາກ​ຫລົ້ມ ຢູ່​ໃນ​ເຂດ​ດຽວ​ກັນນີ້.

BANGLADESH FERRY VO
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG