ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຊາວສວນ ໃນໂຄລໍາເບຍ ປະທະກັບ ຕໍາຫລວດ ປາບຈະລາຈົນ (ວີດີໂອ)


columbia
please wait
Embed

No media source currently available

0:00 0:00:54 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ພວກ​ປະ​ທ້ວງ ​ແລະ​ຕໍາຫລວດປາບຈະລາ​ຈົນ ໄດ້ປະທະກັນ
ໃນວັນຈັນວານນີ້ ທີ່ພາກກາງ ຂອງໂຄລໍາເບຍ ​ໃນມື້ທີ່ແປດ
ຂອງ ການຢຸດ​ງານປະທ້ວງທົ່ວປະເທດ ຂອງ​ພວກ​ກະ​ເສດ​
ຕະກອນ.

ກໍາລັງ​ຮັກສາ​ຄວາມ​ປອດ​ໄພໄດ້ຍິງລະ​ເບີດ​ນໍ້າຕາ ​ແລະ​ໃຊ້​ໄມ້
ຄ້ອນ​ ​ໄລ່ຕີ​ພວກ​ຊາວ​ໄຮ່​ຊາວ​ສວນ ທີ່​ພາກັນ​ປະ​ທ້ວງ​ຢູ່​ໃນ​ເມືອງUbate ທີ່​ຕັ້ງ​ຢູ່​ຫ່າງ​
ຈາກເມືອງ​ຫລວງ Bagota ​ເກືອ​ບ 100 ກິ​ໂລແມັດ.

ພວກ​ກະ​ເສດ​ຕະກອນ ພາກັນ​ຕອບ​ໂຕ້​ໂດຍ​ແກວ່ງ​ກ້ອນ​ຫີນ ​ແລະ​ທ່ອນ​ໄມ້​ໃສ່​ຕໍາຫລວດ.
ພວກ​ທີ່​ປູກ ເຂົ້າ ຜັກ​ບົ່ວ​ໃຫຍ່ ​ແລະ​ມັນ​ດ້າງ​ຝຣັ່ງ ພາກັນຢຸດ​ງານຮ່ວມກັບພວກ​ຂຸດຖ່ານ​
ຫີນແລະ​ບໍ່​ແຮ່ ​ໃນ​ອາທິດ​ແລ້ວ​ນີ້ ຮຽກຮ້ອງ​ໃຫ້ຕໍ່​ການ​ຊ່ວຍເຫລືອເກື້ອ​ກຸນຂອງ​ລັດຖະ
ບານ ອອກ​ໄປ​ອີກ.

​ເຂົາ​ເຈົ້າ ຍັງ​ຕ້ອງການ​ໃຫ້ ລັດຖະບານກັບໄປ​ຕໍ່​ລອງ ຂໍ້ຕົກລົງ​ການ​ຄ້າ​ເສລີ ກັບ ສະຫະ
ລັດ ​ແລະ​ປະ​ເທດ​ສະຫະພາບ​ຢູ​ໂຣບ ຄືນ​ໃໝ່.

ພວກ​ຂຸດ​ບໍ່ຖ່ານ​ຫີນ ​ໄດ້​ພາກັນ​ນັດ​ຢຸດ​ງານ​ ມາ​ຕັ້ງ​ແຕ່​ກາງເດືອນກໍລະ​ກົດ ຮຽກຮ້ອງ​ໃຫ້​
ລົບ​ລ້າງ ຄໍາ​ສັ່ງ​ຂອງ​ລັດຖະບານ ສະບັບ​ປີ 2012 ທີ່​ອະນຸຍາດ​ໃຫ້​ຕໍາຫລວດ ຍຶດແລະ
​ທໍາລາຍ ​ເຄື່ອງ​ຈັກ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ ທີ່ໃຊ້​ໃນ​ການສໍາ​ຫລວດ​ຫາ​ບໍ່​ນັ້ນ.


Protesters and riot police clashed on Monday in central Colombia on the eighth day of a nationwide agricultural strike.

Security forces fired tear gas and used batons on protesting farmers in the city of Ubate, located nearly 100 kilometers from the capital of Bogota.

The farmers responded by hurling rocks and sticks at the police.

Rice, onion and potato growers joined striking coal and goal miners last week demanding an extension of government subsidies.

They also want the government to renegotiate free trade agreements with the United States and the European Union.

The miners have been on strike since mid-July demanding the repeal of a 2012 government decree that allows police to seize and destroy unauthorized machinery used for exploration.


XS
SM
MD
LG