ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄຊຊະນະ ຂອງທ່ານທຣຳ ສົ່ງຜົນ ໃຫ້ລາຄາ ຮຸ້ນ ນຳ້ມັນ ແລະ ເງິນໂດລາ ສຫລ ຕົກຮວບລົງ


ຊາຍຄົນນຶ່ງ ສະແດງປະຕິກິລິຍາ ຢູ່ຕໍ່ໜ້າ ປ້າຍທີ່ສະແດງ ລາຄາຕ່າງໆຂອງຮຸ້ນ ຢູ່ທີ່ຕະຫຼາດຫລັກຊັບ ຂອງອອສເຕຣເລຍ ຫຼື Australian Securities Exchange (ASX) ໃນນະຄອນ Sydney, ປະເທດອອສເຕຣເລຍ, ວັນທີ 9 ພະຈິກ 2016.
ຊາຍຄົນນຶ່ງ ສະແດງປະຕິກິລິຍາ ຢູ່ຕໍ່ໜ້າ ປ້າຍທີ່ສະແດງ ລາຄາຕ່າງໆຂອງຮຸ້ນ ຢູ່ທີ່ຕະຫຼາດຫລັກຊັບ ຂອງອອສເຕຣເລຍ ຫຼື Australian Securities Exchange (ASX) ໃນນະຄອນ Sydney, ປະເທດອອສເຕຣເລຍ, ວັນທີ 9 ພະຈິກ 2016.

ໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ຂອງທ່ານ Donald Trump
ໄດ້​ເຮັດໃຫ້ລາຄາຮຸ້ນ ໃນຕະຫຼາດໂລກ ຕົກຮວບ ລົງຢ່າງຫຼວງຫຼາຍ ເຮັດໃຫ້ຄ່າ​ຂອງ ເງິນໂດລາສະຫະລັດອ່ອນ​ລົງ ແລະ ໄດ້ກົດດັນໃຫ້ລາຄານ້ຳມັນດິບຫລຸດລົງ ນຳດ້ວຍ.

ດັດຊະນີຮຸ້ນຂອງຢູໂຣບ ໄດ້ຕົກລົງຫຼາຍເຖິງ 2.7 ເປີເຊັນໃນຕອນເຊົ້າວັນພຸດມື້ນີ້ ແຕ່ ການສູນເສຍດັ່ງກ່າວເຫຼົ່ານັ້ນ ໄດ້ຜ່ອນຄາຍລົງ ​ໃນ​ການ ຊື້ຂາຍຕໍ່ມາ. ສ່ວນຢູ່ໃນເອເຊຍ ຕະຫຼາດຮຸ້ນ NIKKEI ຂອງຍີ່ປຸ່ນ ​ໄດ້ສູນ​ເສຍ ເກືອບ 5.4 ເປີເຊັນ ໃນຂະນະທີ່ຕະຫຼາດ
ຮຸ້ນ Hang Seng ຂອງຮົງກົງ ໄດ້ຕົກລົງຫຼາຍກວ່າ 2.3 ເປີເຊັນ. ພວກຊື້ຂາຍຮຸ້ນ ໄດ້ຍ້າຍເງິນຂອງ​ຕົນ ໄປໄວ້ຢູ່ບ່ອນທີ່ປອດໄພ ເຊັ່ນວ່າຄຳ. ລາຄາຂອງ​ໂລຫະ ທີ່ມີຄ່າ ໄດ້ເພີ່ມສູງຂຶ້ນ 3.7 ເປີເຊັນ.

ຢູ່ບາງກອກ ທ່ານ Vikas Kawatra ຈາກ ບໍລິສັດຫລັກຊັບ SBC ບອກນັກຂ່າວຂອງ ວີໂອເອ Ron Corben ວ່າ ການຕົກລາຄານັ້ນ ໄດ້ເນັ້ນໃຫ້ເຫັນເຖິງຄວາມບໍ່ແນ່ນອນ ກ່ຽວກັບຄຳສັນຍາທັງຫຼາຍ ຂອງທ່ານ Trump ທີ່ຈະຍົກເລີກກົດລະບຽບຕ່າງໆ ຂອງ ທຸລະກິດ ແລະຈະປ່ຽນແປງນະໂຍບາຍການຄ້າ ຢ່າງ​ໃຫຍ່ຫຼວງນັ້ນ.

ເຖິງຢ່າງໃດກໍຕາມທ່ານ Carl Icahn ນັກລົງທຶນມະຫາເສດຖີພັນລ້ານ ແລະ ຜູ້ ສະໜັບສະໜູນທ່ານ Trump ກ່າວຕໍ່ໜັງສືພິມ Wall Street Journal ວ່າ ທ່ານ
Trump ມີ​ແຜນການທີ່ຈະຕັດລະບຽບການຕ່າງໆ ແລະ ຈະຊ່ອຍທຸລະກິດ ໃຫ້ ຂະຫຍາຍຕົວຂຶ້ນໃນໄລຍະຍາວ.

ສ່ວນບັນດານັກວິເຄາະຄົນອື່ນໆ ຢູ່ໃນນະຄອນ New York ບອກນັກຂ່າວວີໂອເອ Jill Malandrino ວ່າ ການເລັ່ງຕັດລະບຽບການ ຂອງທ່ານ Trump ອາດຊ່ອຍໄດ້ ໃນ ເລື່ອງການເຈາະນ້ຳມັນ ແລະໃນພາກສ່ວນການທະນາຄານ. ແຕ່ພວກເຂົາເຈົ້າ ຍັງກ່າວ ຕື່ມວ່າ ນະໂຍບາຍການຄ້າ ທີ່ຈຳກັດ ຂອງທ່ານ Trump ອາດເປັນຜົນເສຍ ຕໍ່ລາຍຮັບ ຈາກຕ່າງປະເທດ ສຳລັບ ບັນດາບໍລິສັດລະຫວ່າງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG