ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍັງບໍ່ມີ ຮ່ອງຮອຍ ການຫາຍສາບສູນ ຂອງ ເຮືອບິນໂດຍສານ ມາເລເຊຍ (ສະ​ໄລ​ດ໌/ວີ​ດີ​ໂອ)


ເສັ້ນທາງບິນ ຂອງ​ເຮືອ​ບິນ​ໂດຍ​ສານມາເລເຊຍ ຈາກກຸງກົວລາລຳເປີ ສູ່ກຸງປັກກິ່ງ
ເສັ້ນທາງບິນ ຂອງ​ເຮືອ​ບິນ​ໂດຍ​ສານມາເລເຊຍ ຈາກກຸງກົວລາລຳເປີ ສູ່ກຸງປັກກິ່ງ
ບັນດາ​ເຈົ້າ​ໜ້າ​ທີ ການບິນມາ​ເລ​ເຊຍ ກ່າວ​ວ່າ ຍັງ​ບໍ່​ມີ​ຮ່ອງ​
ຮອຍ​ເຮືອບິນ​ໂດ​ຍສານ ທີ່​ຫາຍ​ສາບ​ສູນ​ໄປ ເປັນ​ເວລາ
ເກືອບສາມ​ມື້ມາ​ແລ້ວນັ້ນ ພ້ອມກັບ​ຜູ້​ໂດຍສານ 239 ຄົນ
ຢູ່​ໃນ​ເຮືອບິນ.

ຫົວ​ໜ້າການ​ບິນພົນລະ​ເຮືອນມາ​ເລເຊຍ ທ່ານ Azharuddin
Abdul Rahman ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ບັນດາ​ຜູ້​ຊອກ​ຫາ
ຍັງ​ບໍ່​ທັນ​ພົບ​ເຫັນ​ຊິ້ນ​ສ່ວນ ແມ່ນ​ແຕ່ອັນ​ດຽວ ​ຈາກ​ເຮືອບິນ
Boeing 777 ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ຈາກຈໍ ​ເຣດາ ​ໃນ​ຕອນ​
ເຊົ້າ​ວັນ​ເສົາ ປະມານ​ນຶ່ງ​ຊົ່ວ​ໂມງ ລຸນຫລັງຂື້ນ​ຈາກສະໜາມ​
ບິນ ​ກົວ​ລາ​ລໍາ​ ເປີ ມຸ່ງ​ໜ້າ​ໄປ​ຍັງປັກ​ກິ່ງ.

Search for Missing Plane Expands, as Do Questions
please wait

No media source currently available

0:00 0:02:54 0:00


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ມາ​ຮອດ​ດຽວ​ນີ້ ເຂົາ​ເຈົ້າກໍຍັງບໍ່ຮູ້ເທື່ອ​ວ່າ ​ແມ່ນ​ຫຍັງ​ອາດໄດ້
ເກີດ​ຂື້ນ​ແກ່​ເຮືອບິນ ​ແລະກໍ​ບໍ່ຕັດ​ຊ່ອງ​ທາງ​ໃດໆ​ທີ່​ອາດ​ເປັນ​ໄປ​ໄດ້​ ອອກ​ຈັກ​ທາງ ຮວມ​
ທັງ​ການຖືກ​ຈີ້ ຫລື ​ເກີດ​ຄວາມ​ຫາ​ຍະ​ນະ​ຢູ່່​ກາງອາກາດ.

ການ​ຄົ້ນ​ຫາ​ຢ່າງ​ໃຫຍ່ ​ກໍາ ລັງສືບ​ຕໍ່​ດໍາ​ ເນີນ​ໄປຢູ່​ໃນ​ຂະນະ​ນີ້ ຊຶ່ງ​ມີ ​ເຮືອບິນ​ແລະ​ກໍາ​
ປັ່ນຫລາຍສິບ​ລໍາ ​ຈາກ​ແປດ​ປະ​ເທດ ​ເຂົ້າ​ຮ່ວມ.



​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ ສືບສວນ​ການ​ຫາຍ​ໄປ​ຂອງ​ຖ້ຽວ​ບິນ​
ຂອງສາຍ​ການບິນມາ​ເລ​ເຊຍ ຖ້ຽວ​ນັ້ນກ່າວ​ວ່າ ຮູບ​ພາບ​ຢູ່​ໃນ​ເຣດາ ສະ​ແດງ​ໃຫ້​ເຫັນ
ເຖິງ​ເຮືອບິນ​ ອາດໄດ້​ອ່ວຍ​ກັບ​ຄືນ ກ່ອນ​ທີ່​ຈະ​ຫາຍ​ສາບ​ສູນ​ໄປ.

​ໃນ​ວັນ​ອາທິດ​ວານ​ນີ້​ເຊັ່ນກັນ ຕໍາ ຫລວດ​ໄທ ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາ ລັງ​ທໍາ​ ການ​ສືບສວນ
“​ແກ໊ງປອມ​ແປງໜັງສື​ຜ່ານ​ແດນ” ​ໃນ​ຂະນະ​ທີ່ມີ​ລາຍລະອຽດໂຜ່​ໂຕ ຂື້ນ​ມາ​ວ່າ ມີ​ການ
​ຈອງ​ປີ້​ເຮືອບິນຢູ່​ໃນປະ​ເທດ​ໄທ ສໍາ ລັບ​ຖ້ຽວ​ບິນ​ຂອງ​ສາຍ​ການ ບິນ​ມາ​ເລ​ເຊຍ​ຖ້ຽວ​ນັ້ນ
​ໂດຍ​ໃຊ້​ໜັງ​ສືຜ່ານ​ແດນ​ຂອງ​ຊາວ​ຢູ​ໂຣບ ທີ່​ຖືກ​ລັກ​ເອົາໄປ.

Malaysia plane
please wait
Embed

No media source currently available

0:00 0:02:41 0:00
XS
SM
MD
LG