ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄໍາຖະແຫຼງຕອບ ຂອງ ພັກຣີພັບບລີກັນ ຕໍ່ຄຳປາໄສ ປ. ໂອບາມາ (ວີດີໂອ)


Ukrainian paratroopers sit on top an APC in Slovyansk, eastern Ukraine, July 10, 2014.
Ukrainian paratroopers sit on top an APC in Slovyansk, eastern Ukraine, July 10, 2014.
ຜູ້ແທນສະພາສູງສະຫະລັດ ທ່ານ Marco Rubio ຈາກລັດ
ຟລໍຣິດາໄດ້ເພັ່ງເລັງ ໃສ່ບັນຫາເສດຖະກິດ ໃນຂະນະທີ່ທ່ານ
ກ່າວຕອບຄືນຕໍ່ຄໍາຖະແຫລງກ່ຽວກັບສະພາບການຂອງປະ
ເທດຊາດຂອງປະທານາທິບໍດີ ບາຣັກ ໂອບາມາ.

ທ່ານ Rubio ໄດ້ເນັ້ນໜັກເຖິງຜົນປະໂຫຍດຂອງ “ເສດຖະກິດ
ທີ່ມີການປະກອບທຸລະກິດຢ່າງເສລີ” ເພື່ອເຮັດໃຫ້ບັນດາຄົນ
ຊັ້ນກາງຂອງຊາດເຕີບໂຕຂຶ້ນແທນທີ່ຈະໃຊ້ນະໂຍບາຍທີ່
“ມອບໃຫ້” ໂດຍລັດຖະບານກາງ.

ຜູ້ແທນສະພາສູງເຊື້ອສາຍຄີວບາທ່ານນີ້ ໄດ້ຄັດຄ້ານຕໍ່ຄໍາຕໍາໜິ ທີ່ວ່າ ການຄັດຄ້ານຕໍ່ ນະໂຍບາຍຂອງປະທານາທິບໍດີໂອບາມາ ແມ່ນໝາຍເຖິງການເຂົ້າຂ້າງ ກັບພວກເສດ ຖີເງິນລ້ານທັງຫລາຍ. ທ່ານກ່າວວ່າ ນະໂຍບາຍຂອງທ່ານ ໂອບາມາ ຈະເຮັດໃຫ້ພວກ ຄົນເຂົ້າເມືອງລໍາບາກຍ້ອນການເຮັດໃຫ້ມີການເກັບ ພາສີເພີ້ມຂຶ້ນ ທີ່ອາດພາໃຫ້ມີ ການສູນເສຍຜົນປະໂຫຍດແລະວຽກເຮັດງານທໍາ.

ທ່ານ Rubio ຍັງເວົ້າອີກວ່າ “ການເຕີບໂຕທາງເສດຖະກິດ ແມ່ນວິທີທີ່ດີທີ່ສຸດ ເພື່ອ ຊ່ວຍຊົນຊັ້ນກາງ” ແລະວ່າ ການເຕີບໂຕແບບນັ້ນ ສາມາດຊ່ວຍຫລຸດຜ່ອນການຂາດ ດຸນງົບປະມານໄດ້. ທ່ານກ່າວອີກວ່າ ການຂຶ້ນພາສີ ຈະບໍ່ສາມາດຫລຸດຜ່ອນການຂາດ ດຸນ ແບບດຽວກັນກັບການເຕີບໂຕທາງເສດຖະກິດໄດ້ ແລະວ່າ ທ່ານໂອບາມາກໍາລັງ ສົ່ງເສີມ “ແນວຄວາມຄິດທີ່ໃຊ້ການບໍ່ໄດ້” ຂອງ ລັດຖະບານທີ່ເກັບພາສີ ແລະໃຊ້ຈ່າຍ ເພີ້ມຂຶ້ນ ເພື່ອແກ້ໄຂບັນຫາຂອງຕົນນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG