ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຼັງຈາກ ຖືກຕ້ອງຕິ ກະຊວງຕ່າງປະເທດ ລຶບ Mar-a-Lago ອອກຈາກ ເວັບໄຊ


ຂໍ້ມູນ ຂອງກະຊວງການຕ່າງປະເທດ ທີ່ຂຽນລົງໃນ website ກ່ຽວກັບບ້ານ​ພັກ​ຕາກ​ອາກາດ Mar-a-Lago ຂອງ ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນລ ທຣຳ ໃນລັດ Florida.
ຂໍ້ມູນ ຂອງກະຊວງການຕ່າງປະເທດ ທີ່ຂຽນລົງໃນ website ກ່ຽວກັບບ້ານ​ພັກ​ຕາກ​ອາກາດ Mar-a-Lago ຂອງ ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນລ ທຣຳ ໃນລັດ Florida.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ລຶບ​ຂໍ້ຄວາມ ​ທີ່​ຂຽນ​ລົງໃນ​
website ທີ່​ໄດ້​ອະທິບາ​ຍ​ເຖິງບ້ານ​ພັກ​ຕາກ​ອາກາດ Mar-a-Lago ຂອງປະທານາ
ທິບໍດີ​ສະຫະລັດ ທ່ານ ດໍ​ໂນລ ທຣຳ ຫຼັງ​ຈາກ​ທີ່​ໄດ້​ຖືກ​ຕຳ​ນິຕິ​ຕຽນ​ຢ່າງ​ແຂງ​ຂັນ ທີ່​ວ່າ
ຂໍ້ຄວາມ​ດັ່ງກ່າວນັ້ນ ​ແມ່ນ​ສະໜັບສະໜຸນ ​ແລະ​ສົ່ງ​ເສີມທຸລະ​ກິດ​ສ່ວນ​ຕົວ​ຂອງ​
ທ່ານ ທຣຳ.

ຂໍ້ຄວາມ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ website ຊື່ວ່າ Share America ທີ່​ໄດ້​ພິມ​
ເຜີຍ​ແຜ່ ​ໃນ​ວັນ​ທີ 4 ​ເມສາ ​ແຕ່​ວ່າ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ແຜ່​ກ້ວາງ ຫຼັງ​ຈາກ​ທີ່ ​ໄດ້​ຖືກ​
ຕຳ​ນິ​ຕິຕຽນ​ຢ່າງ​ແຂງ​ຂັນ ​ໃນ​ທາງ​ສັງຄົມ​ອອນໄລນ໌ ຈາກ​ທາງສະຖານທູດສະຫະລັດ
​ໃນ​ຫຼາຍໆແຫ່ງ.

“ຄວາມ​ຕັ້ງ​ໃຈ ຂອງ​ການ​ຂຽນ​ຂໍ້ຄວາມ​ນີ້ ​ແມ່ນ​ໄດ້​ບອກ​ກ່າວ​ສາທາລະນະຊົນ​ຮູ້​
ກ່ຽວ​ກັບ ​ບ່ອນ​ທີ່ປະທາ​ນ​ນາ​ທິບໍດີ ​ໄດ້​ຮັບ​ຕ້ອນ​ພວກຜູ້ນຳ​ຂອງ​ໂລກ. ພວກ​ເຮົາ​
ຕ້ອງ​ຂໍອະ​ໄພ​ຕໍ່​ການ​ເຂົ້າ​ໃຈ​ຜິດ ​ແລະ​ໄດ້​ລຶບ​ຂໍ້ຄວາມ​ດັ່ງກ່າວ​ອອກ​ແລ້ວ,
” ຊຶ່ງ​ນີ້
​ແມ່ນ​ຂໍ້ຄວາມ​ທີ່​ຂຽນ​ແທນ​ບ່ອນ​ທີ່​ໄດ້​ນຳ​ເຜີ​ຍ​ແຜ່ ກ່ອນ​ໜ້າ​ນີ້.

ທ່ານທຣຳໄດ້​ເປັນ​ເຈົ້າ​ຂອງບ້ານ​ພັກ​ຕາກ​ອາກາດ Mar-a-Lago ນັບ​ຕັ້ງ​ແຕ່​ປີ
1985 ເປັນຕົ້ນມາ ແລະສະ​ໂມ​ສອນ​ດັ່ງກ່າວ ​ໄດ້​ເກັບ​ຄ່າ​ທຳນຽມ​ຈາກສະມາ​ຊິກ​
ເພີ່ມ​ຂຶ້ນ​ສອງ​ເທົ່າ ​ເປັນ 200 ພັນ​ໂດ​ລ່າ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຖືກ​ເລືອກ​ ໃນ​ເດືອນ
​ພະຈິກ ປີ​ກາຍ​ນີ້. ປະທານາທິບໍດີ ​ໄດ້​ໄປ​ຢ້ຽມຢາມ ທີ່​ນັ້ນ 7 ຄັ້ງ ນັບ​ຕັ້ງ​ແຕ່ ທ່ານ​ໄດ້
​ເຂົ້າກຳ​ຕຳ​ແໜ່​ງ ຊຶ່ງ​ຮວມທັງ ການ​ເປັນ​ເຈົ້າພາບ ຕ້ອນຮັບ​ປະທານ​ປະ​ເທດ ຈີນ
ທ່ານ Xi Jinping ​ແລະ​ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ນຳ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG