ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກະຊວງຕ່າງປະເທດ ສະຫະລັດ ເປີດເຜີຍ ອີແມລ ທ່ານນາງ ຄລິນຕັນ ເພີ້ມຕື່ມ


People eat inside a flood relief camp on an island in Howrah district, West Bengal, India.
People eat inside a flood relief camp on an island in Howrah district, West Bengal, India.

ກະຊວງ​ຕ່າງປະ​ເທດສະຫະລັດໄດ້​ເຜີຍ​ແຜ່​ອີ​ແມ​ລອີກ 7,000
ໜ້າ ຂອງ​ທ່ານ​ນາງ Clinton ທີ່ສະໝັກ​ເປັນປະທານາທິບໍດີ
ສັງກັດ​ພັກ​ເດ​ໂມ​ແຄຣັດ ທີ່​ທ່ານນາງໄດ້​ສົ່ງ​ແລະ​ໄດ້​ຮັບເວລາ
​ທ່ານ​ນາງ​ເປັນ​ລັດຖະມົນຕີຕ່າງປະ​ເທດສະຫະລັດ.

ການ​ຂັດ​ແ​ຍ້ງ ກ່ຽວ​ກັບການທີ່ທ່ານ​ນາງ Clinton ​ໄດ້ໃຊ້​ບັນຊີ
​ສ່ວນ​ໂຕ ​ແທນ​ທີ່ເປັນບັນຊີ​ຂອງລັດຖະບານໄດ້​ເຮັດ​ໃຫ້​ເກີດມີ
​ບັນຫາຕໍ່​ການ​ໂຄສະນາ​ຫາ​ສຽງ​ເປັນປະທານາທິບໍດີຂອງທ່ານ
ນາງ. ທ່ານນາງ Clinton ໄດ້ປະຕິເສດວ່າທ່ານ ນາງບໍ່ໄດ້ສົ່ງ
ຫລືຮັບອີແມລ ທີ່ເປັນຄວາມລັບໃດໆ. ແຕ່ບັນດາຜູ້ມີສິດປ່ອນ
ບັດບາງຄົນກ່າວວ່າ ເຂົາເຈົ້າບໍ່ເຊື່ອວ່າທ່ານນາງໄດ້ເວົ້າຄວາມ
ຈິງກ່ຽວກັບເລື້ອງທັງໝົດ ນີ້.

ທ່ານ Mark Toner ທີ່​ກະຊວງ​ຕ່າງປະ​ເທດກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ປະມານ 150
ອີ​ແມ​ລ ຂອງ​ທ່ານ​ນາງ Clinton ​ໄດ້​ຖືກ​ໝາຍ​ຄືນ​ໃໝ່ວ່າ​ ເປັນ​ເລື້ອງ​ລັບ ຫລັງ​ຈາກ​ໄດ້
​ຖືກກວດກາໂດຍຄະນະກວດກາຂອງປະຊາ​ຄົມ​ສືບ​ລັບແລ້ວ. ທ່ານ Toner ກ່າວ​ວ່າ
​ມາຮອດເວລານີ້ ບໍ່​ມີ​ອີ​ແມ​ລ​ໃດໆ​ໄດ້​ຖືກ​ໝາຍວ່າ​ ເປັນຄວາມ ​ລັບ ​ຫລື​ເປັນຄວາມ​ລັບ​
ສຸດ​ຍອດ ​ໃນ​ເວລາ​ທີ່​ທ່ານ​ນາງ Clinton ​ໄດ້​ສົ່ງ ​ແລະ​ໄດ້​ຮັບ ອີ​ແມ​ລ​ເຫລົ່າ​ນັ້ນ.

ກະຊວງ​ຕ່າງປະ​ເທດ ​ໄດ້ກ່າວ​ວ່າ ​ໄດ້​ມີການຍົກ​ລະດັບອີແມ​ລຄືນ​ໃໝ່ຫລັງ​ຈາກ ​ໄດ້​ມີ
​ການ​ສົ່ງ​ເປັນ​ປະຈຳ.

ທ່ານ​ນາງ Clinton ​ໄດ້​ອະນຸຍາດ​ໃຫ້ ກະຊວງ​ຕ່າງປະ​ເ​ທດ ​ເປີດ​ເຜີຍອີແມລ 55,000
ສະບັບທີ່ຢູ່​ໃນ​ບັນ​ຊີ​ສ່ວນ​ໂຕ​ຂອງ​ທ່ານ. ທ່ານ​ນາງ ​ໄດ້​ປະຕິ​ເສດ​ຕໍ່ການ​ກະທຳ​ຜິດ​ໃດໆ
​ແລະ​ກ່າວ​ວ່າ “ມັນສະ​ດວກສະບາຍ” ຕໍ່​ການ​ໃຊ້​ບັນຊີອີ​ແມລອັນ ດຽວ ​ແລະ​ເຄຶ່ອງສົ່ງ
ເຄື່ອງຮັບ​ອັນ​ດຽວ ​ເວລາ​ທ່ານ​ນາງເປັນລັດຖະມົນຕີກະຊວງ ຕ່າງປະ​ເທດ​.

​ທ່ານ​ນາງ Clnton ​ໄດ້​ກ່າວ​ໃນ​ຕົ້ນ​ປີ​ນີ້ວ່າ “​ເບິ່ງ​ຄືນ​ຫລັງ​ແລ້ວມັນ​ອາດ​ດີ​ກ່ອນ​ທີ່ ຂ້າພະ
​ເຈົ້າ ຄວນໃຊ້ບັນຊີ​ອີແມລທີ​ສອງ ​ແລະ​ໂທລະສັບອັນ​ທີ​ສອງ. ແຕ່​ວ່າ​ໃນ​ເວລາ​ນັ້ນ ​ມັນ
ເບິ່ງ​ຄື​ບໍ່​ເຫັນ​ວ່າ​ເປັນ​ບັນຫາ.

ບັນດາ​ຜູ້​ຕິຕຽນ ກ່າວ​ຫາ​ທ່ານ​ນາງ​ວ່າ ປະປ່ອຍ​ເປີດ​ອີ​ແມ​ລຂອງ​ທ່ານ ​ໃຫ້​ແກ່ ພວກແຮັກ
ເກີ້ແລະ​ບັນດານັກ​ສືບ​ຕ່າງປະ​ເ​ທດ ​ໂດຍ​ທີ່​ບໍ່​ໃຊ້​ບັນຊີຂອງ​ທາງ​ການ. ​ເຂົາ​ເຈົ້າ​ຍັງ​ກ່າວ​ຫາ​
ວ່າ ທ່ານນາງພະຍາຍາມ​ປົກ​ປິດ​ການ​ສົນທະນາ​ທີ່ມີ​ການໂຕ້​ແຍ້​ງ ຮວມທັງເລື້ອງຕ່າງໆ
ກ່ຽວກັບການ​ໂຈມ​ຕີ​ຂອງພວກກໍ່ການຮ້າຍ ຕໍ່ກົງສຸນ ສະຫະລັດ ​ໃນ​ເມືອງ Benghazi
ປະທດ Libya ​ເມື່ອປີ 2012.

XS
SM
MD
LG