ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກະຊວງຕ່າງປະເທດ ສະຫະລັດ ເປີດເຜີຍອີແມລ ທ່ານນາງ ຄລິນຕັນ ອີກຊຸດໃໝ່


ຜູ້ສະມັກເປັນ ປະທານາທິບໍດີ ສະຫະລັດ ທ່ານນາງ Hillary Rodham Clinton.
ຜູ້ສະມັກເປັນ ປະທານາທິບໍດີ ສະຫະລັດ ທ່ານນາງ Hillary Rodham Clinton.

ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ກະຊວງ​ຕ່າງປະ​ເທດສະຫະ
ລັດ ​ໄດ້​ນຳອອກ ເຜີຍ​ແຜ່ອີແມລຕື່ມອີກຫຼາຍ​ຮ້ອຍ​ໜ້າ ຈາກ​
ບັນຊີ​ຂອງ​ອະ​ດີດລັດຖະມົນ​ຕີຕ່າງ ປະ​ເທດສະຫະ​ລັດທ່ານ
ນາງ Hillary Clinton ​ເພື່ອ​ປະຕິບັດຕາມຄຳສັ່ງ​ຂ​ອງ ຜູ້​ພິ
ພາກສາລັດຖະບານ​ກາງ.

ມີອີແມລ 3,000 ໜ້າ ​ໄດ້​ຖືກສົ່ງ​ໃນລະຫວ່າງ​ເດືອນ​ມີນາ
ຫາ​ທັນວາ ຂອງ​ປີ 2009 ໃນ​ປີ​ທຳ​ອິດ​ທີ່ທ່ານນາງ ເຂົ້າຮັບ
ໜ້າທີ່ເປັນນັກການ​ທູດ​ສຸງສຸດ​ຂອງສະ ຫະລັດ. ​ເຂົາ​ເຈົ້າໄດ້
​ສົນທະນາ​ກັນ​ທຸກ​ຢ່າງ ​ນັບແຕ່ໝາຍກຳນົດການໃນ​ແຕ່​ລະ
​ມື້ ກ່ຽວກັບ​ຄວາມ​ເປັນ​ຫ່ວງ​ ໃນ​ບັນຫານະ​ໂຍບາຍ​ຕ່າງປະ​
ເທດ ກັບຜູ້ຊ່ວຍຄົນສຳຄັນໆໃນຂອບເຂດທີ່ກວ້າງຂວາງຂອງລັດຖະບານທ່ານ Obama
​ແລະ​ບັນດາ​ຜູ້​ຕິດ​ຕໍ່​ຄົນອື່ນໆ ຮວມທັງ​ອະດີດປະທານ​າທິບໍດີ ທ່ານ Jimmy Carter ຜູ້​ທີ່​
ໄດ້​ສະ​ເໜີ​ໄປ​ເກົາຫລີ​ເໜືອ ​ເພື່ອຂໍໃຫ້​ປ່ອຍ​ໂຕຊາວ​ອາ​ເມຣິກັນສອງ​ຄົນ ​ທີ່ຖືກ​ກັກໂຕ​ໄວ້
ໂດຍ​ອຳນາດການປົກຄອງ ຄອມ​ມິ​ວນິສທີ່ນັ້ນ.

ທ່ານ​ນາງ Clinton ຜູ້ສະມັກ​ເປັນ​ປະທານາທິບໍດີ ທີ່ມີຄະແນນສຽງນຳ​ໜ້າຂອງ ພັກ​ເດ​ໂມ​ແຄຣັດ ປີ 2016 ​ໄດ້​ຖືກ​ຕິຕຽນ​ວ່າ ​ໃຊ້​ບັນຊີ​ສ່ວນ​ໂຕ ໃນ​ການ​ຕິດຕໍ່ວຽກງານລັດ​ຖະ​ການ
ຂອງທ່ານ​ນາງ ​ໃນ​ຂະນະ​ທີ່ຢູ່​ໃນ​ໜ້າ​ທີ່ ລະຫວ່າງ​ປີ 2009 ​ຫາ 2013. ບັນດາ​ຄູ່​ແຂ່ງຂັນ
ໃນພັກຣີພັບ​ບລິ​ກັນ ກ່າວ​ວ່າ ທ່ານ​ນາງ Clinton ​ໃຊ້​ບັນຊີ​ສ່ວນ​ໂຕ ​ເພື່ອ​ບໍ່ຢາກໃຫ້ການ
ຕິດຕໍ່ຕ່າງໆຢູ່ໃນບັນທຶກຂອງທາງການ.

​ຜູ້ພິພາກສາລັດຖະບານ​ກາງຄົນ​ນຶ່ງ​ ໄດ້​ສັ່ງ​ໃຫ້​ກະຊວງຕ່າງປະ​ເທດ ປະຕິບັດຕາມ ໝາຍ
ກຳນົດ​ເວລາ ໃນການນຳອອກເຜີຍ​ແຜ່ອີແມລ 55,000 ​ໜ້າ ທີ່ທ່ານ​ນາງ Clinton ໄດ້​ສົ່ງ ແລະ​ໄດ້​ຮັບ​ ​ໃນ​ຂະນະ​ທີ່​ທ່ານ​ນາງເປັນ​ນັກ​ການ​ທູດ​ສູງ​ສຸດຂອງ ສະຫະລັດ.

ອີແມລຊຸດທຳ​ອິດ ​ໄດ້​ນຳອອກເຜີຍ​ແຜ່​ ໃນ​ເດືອນ​ພຶດສະພາຜ່ານມາ. ຈຸດປະສົງ​ກໍ​ແມ່ນ
ເພື່ອ​ໃຫ້ກະຊວງ​ຕ່າງ​ປະ​ເທດ ​ໄດ້ເປີດ​ເຜີຍ​ ອີແມລ 55,000 ໜ້າ ຂອງ​ທ່ານ​ນາງຢ່າງ​ເປັນ
​ທາງ​ການ ​ຈົນ​ຮອດທ້າຍ​ເດືອນມັງ​ກອນ​ປີ 2016.

ບັນດາອີແມລເຫຼົ່ານີ້ໄດ້​ຖືກ​ລຽບ​ລຽງ​ໃໝ່ ​ໂດຍໃຊ້ມາດຕະຖານກົດໝາຍ​ວ່າດ້ວຍ ສິດເສລີ
ພາບດ້ານຂໍ້​ມູນຂ່າວສານ ທີ່ໄດ້ຫ້າມ ບໍ່ໃຫ້ມີການເປີດເຜີຍຂໍ້ມູນໃດໆ ທີ່​ພົວພັນ​ກັບເລື້ອງ
ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຄວາມ​ລັບ​ຂອງສ່ວນບຸກຄົນ ສິດພິເສດແລະ​ຄວາມ​ລັບ​ດ້ານການ
​ຄ້າ.

XS
SM
MD
LG