ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ ສຫລ ລາອອກ ຍ້ອນ ການໂຈມຕີ ກົງສຸນ ຢູ່ເມືອງ Benghazi


ຕຶກສະຖານກົງສຸນສະຫະລັດໃນ Benghazi ທີ່ຖືກໂຈມຕີ ເມື່ອ ວັນທີ່ 11 ເດືອນກັນຍາຜ່ານມາ
ຕຶກສະຖານກົງສຸນສະຫະລັດໃນ Benghazi ທີ່ຖືກໂຈມຕີ ເມື່ອ ວັນທີ່ 11 ເດືອນກັນຍາຜ່ານມາ
ເຈົ້າໜ້າ​ທີ່​ລະດັບ​ສູງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ທ່ານ​ນຶ່ງ​ ໄດ້​ລາ​ອອກ ​ແລະ​ອີກສາມ​ຄົນ ​ໄດ້​ຖືກ​ສັ່ງໃຫ້ພັກ​ການຊົ່ວຄາວຫຼັງຈາກ​ຜົນ​ການ​ສືບສວນ​ສອບ​ສວນ​ໂດຍຄະນະ​ກຳມະ ການ​ອິດສະຫຼະ ທີ່​ສະ​ລຸ​ບວ່າ ​ພາລະກິດ​ການ​ຮັກສາ​ຄວາມ​ປອດ​ໄພ​ຢູ່ກົງສຸນ​ສະຫະລັດ ທີ່​ເມືອງ​ Benghazi ປະ​ເທດ​ລີ​ເບຍນັ້ນ ​ແມ່ນ​ບໍ່​ພຽງພໍ​ເປັນ​ສ່ວນ​ໃຫຍ່ ​ໃນ​ເວລາ​ສະຖານ​ກົງ ສຸນ​ດັ່ງກ່າວ​ຖືກ​ໂຈມ​ຕີ​ເຖິງ​ຂັ້ນ​ມີ​ຜູ້​ເສຍ​ຊີວິດ​ເມື່ອ​ວັນ​ທີ່ 11 ​ເດືອນ​ກັນ​ຍາ​ຜ່ານ​ມາ​ນີ້.

​ໂຄສົກ​ຍິງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ວ່າ ທ່ານ​ນາງ Hillary Clinton ​ໄດ້​ຮັບ​ເອົາ​ການ​ຕັດສິນ​ໃຈ​ລາ​ອອກ​ຂອງ​ທ່ານ Eric Boswell ຈາກ​ຕໍາ​ແໜ່​ງລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງຕ່າງປະ​ເທດ​ຮັບຜິດຊອບເລື່ອງຄວາມ​ປອດ​ໄພ ດ້ານການ​ທູດ​ສະຫະລັດ​ນັ້ນ.

​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ​ທ່ານ​ນາງ Victoria Nuland ຍັງ​ເວົ້າ​ອີກ​ວ່າ ​ເຈົ້າ ໜ້າ​ທີ່​ກ່ຽວຂ້ອງ​ອີກ​ສາມ​ຄົນ ຖືກ​ສັ່ງ​ພັກ​ການ​. ​ໃນ​ຖະ​ແຫຼງ ການ​ສະບັບນຶ່ງ​ທີ່​ອອກ​ເມື່ອ​ວັນ​ພຸດ​ວານ​ນີ້ ​ໂຄສົກ Nuland ບໍ່​ໄດ້​ເປີດ​ເຜີຍ​ຊື່​ຂອງ​ເຈົ້າໜ້າ​ທີ່​ສາມ​ຄົນ​ດັ່ງກ່າວ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ ທັງ​ສີ່​ຄົນ​ ໄດ້ຖືກ​ສັ່ງ​ໃຫ້​ພັກ​ການ.

ການ​ປ່ຽນ​ແປງ​ກ່ຽວ​ກັບ​ພວກ​ເຈົ້າໜ້າ​ທີ່​ດັງ​ກ່າວໄດ້ມີ​ຂຶ້ນ​ລຸນຫຼັງ​ການ​ອອກ ​ລາຍ​ງານ​ສະບັບ​ນຶ່ງຂອງ​ຄະນະ​ກໍາມະການ​ກວດ​ສອບ​ຄວາມ​ຮັບຜິດຊອບ. ຫຼັງຈາກການ​ສືບ​ສວນ​ສອບ​ສວນ​ອິດສະຫຼະບັ້ນ​ນຶ່ງ​ຂອງ​ເຫດການ​ໂຈມ​ຕີ​ສະຖານກົງສຸນສະຫະລັດ​ທີ່​ລີ​ເບຍ ຊຶ່ງໄດ້​ສັງຫານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ແລະ​ເຈົ້າໜ້າ​ທີ່ອະ​ເມ​ຣິກັນ​ອີກ​ສາມ​ຄົນ ຄະນະ​ກໍາມະການ​ສະ​
ລຸ​ບວ່າ ຍ້ອນຄວາມລົ້ມ​ແຫຼວ ​ແລະຄວາມ​ບົກ​ຜ່ອງ​ດ້ານ​ການ​ບໍລິຫານຢ່າງ​ເປັນ​ລະບົບ ​ໃນ ລະດັບ​ສູງ ພາຍ​ໃນ​ສອງສໍານັກງານຂອງ​ກະຊວງ​ຕ່າງປະ​ເທດ ທີ່​ນໍາ​ໄປສູ່​ການ​ປົກ​ປ້ອງ​ຄຸ້ມ ກັນ​ສະຖານ​ກົງ​ສຸນ​ທີ່ລົ້ມ​ແຫຼວ.

ນອກ​ນີ້​ແລ້ວ ຄະນະ​ກໍາມະການ​ກວດ​ສອບຍັງ​ເວົ້າ​ອີກ​ວ່າ ຈໍານວນ​ເຈົ້າໜ້າ ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ສະຖານ​ກົງ​ສູນ​ທີ່​ເມືອງເບັງກາ​ຊີ​ໃນ​ເວລາ​ເກີດ ​ເຫດ​ນັ້ນ​ແມ່ນ​ບໍ່​ພຽງພໍ ທັງ​ໆ​ທີ່​ມີ​ການ​ຮ້ອງ​ຂໍ​ຈາກ​ທາງ​ການ​ທູດ​ສະຫະລັດ​ໃນ ລີີ​ເບຍ ​ໃຫ້​ສົ່ງ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໄປ​ເພີ່ມ ​ຊໍ້າ​ແລ້ວຊໍ້າ​ອີກ​ນັ້ນ​ກໍຕາມ.

​ເມື່ອ​ວັນ​ພະຫັດ​ມື້ນີ້ ຄະນະ​ກໍ​າມະ​ການ​ກິດຈະການ​ຕ່າງປະ​ເທດ​ຂອງ​ສະພາຕໍ່າ​ແລະ​ສະພາ​ ສູງ​ສະຫະລັດ​ຈະ​ສອບ​ປາກ​ສອບ​ຄໍາ​ບັນດາ​ເຈົ້າໜ້າ​ທີ່​ລະດັບ ສູງ​ກະຊວງ​ຕ່າ​ງປະ​ເທດ​ກ່ຽວ​ກັບການ​ພົບ​ເຫັນຂອງ​ຄະນະ​ກໍາມະການ​ນີ້.
XS
SM
MD
LG