ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເຈົ້າໜ້າທີ່ ກຊ ຕ່າງປະເທດ ສຫລ ຖືກຟ້ອງ ຍ້ອນໃຫ້ການເທັດ ແລະຮັບຂອງຂວັນ ຈາກ ສາຍລັບຈີນ


ຕຶກອາຄານ ສຳນັກງານໃຫຍ່ ຂອງກະຊວງການຕ່າງປະເທດ ຢູ່ໃນນະຄອນຫຼວງວໍຊິຕັນ, ວັນທີ 26 ມັງກອນ 2017.
ຕຶກອາຄານ ສຳນັກງານໃຫຍ່ ຂອງກະຊວງການຕ່າງປະເທດ ຢູ່ໃນນະຄອນຫຼວງວໍຊິຕັນ, ວັນທີ 26 ມັງກອນ 2017.

ພະນັກງານ ທີ່​ເຮັດ​ວຽກ​ມາ​ເປັນ​ເວລາ​ດົນ​ນານ​ຄົນ​ນຶ່ງ ຂອງກະຊວງການຕ່າງປະເທດ
ໄດ້ຖືກຈັບກຸມ ແລະ ຖືກຟ້ອງ ​ໃນຖານໃຫ້ການເທັດ ຕໍ່ບັນດານັກສືບສວນສອບສວນ
ກ່ຽວກັບການ​ຕິດ​ຕໍ່ຫຼາຍຄັ້ງ ແລະຂອງຂວັນທີ່​ນາງ​ໄດ້​ຮັບ ຈາກພວກສາຍລັບຂອງຈີນ.

ກະຊວງຍຸຕິທຳ ກ່າວວ່າ ນາງ Candace Marie Claiborne ໄດ້ໃຫ້ການຕໍ່ຜູ້ພິພາກ
ສາລັດຖະບານກາງ ວ່າ ນາງບໍ່ມີ​ຄວາມຜິດ.

ນາງ Claiborne ໄດ້ເຮັດວຽກ ຢູ່ຫ້ອງການປົກຄອງພິເສດ ຂອງ ກະຊວງການຕ່າງ
ປະເທດ ມາຕັ້ງແຕ່ປີ 1999. ນາງໄດ້ຮັບອະນຸຍາດ​ໃຫ້​ເກັບ​ກຳຂໍ້ມູນລັບຂັ້ນສູງສຸດ
ແລະ ໄດ້ໄປປະຈຳການຢູ່ຕາມສະຖານທູດ ແລະກົງສຸນຕ່າງໆທີ່ນະຄອນ Baghdad,
Khartoum, ຊຽງໄຮ້ ແລະ ປັກກິ່ງ.

ບັນດາໄອຍະການ ກ່າວຫາວ່າ ພວກເຈົ້າໜ້າທີ່ຂອງຈີນ ໄດ້ຊື້ຈ້າງຈອບອອຍ ນາງ
Claiborne ດ້ວຍຂອງຂວັນ ​ເປັນມູນຄ່າຫຼາຍໝື່ນໂດລາ ທີ່ລວມມີເງິນສົດ ຄອມພິວເຕີ
ການລ້ຽງອາຫານ ການເດີນທາງ ແລະ ບ່ອນພັກອາໄສ ຫຼື ອາພາດເມັນ ໃນເວລາ
ນາງໄດ້ໄປປະຈຳການຢູ່ທີ່ນັ້ນ.

ບັນດາໄອຍະການ ກ່າວອີກວ່າ ໃນການແລກປ່ຽນເອົາເງິນສົດ ສາຍລັບຂອງຈີນ ໄດ້
ຂໍໃຫ້ນາງ Claiborne ມອບ​ຂໍ້​ມູນ ການວິເຄາະພາຍ​ໃນ ຂອງລັດຖະບານສະຫະລັດ
ກ່ຽວ​ກັບກອງປະຊຸມເສດຖະກິດ ລະຫວ່າງ ສະຫະລັດ ແລະ ຈີນ.

ນາງ Claiborne ໄດ້ຖືກກ່າວຫາວ່າ ບໍ່ໄດ້ບອກ ເຈົ້າໜ້າທີ່ອົງການສັນຕິບານກາງ ຫຼື
FBI ກ່ຽວກັບ ການຕິດ​ຕໍ່ຂອງນາງ ກັບພວກສາຍລັບຂອງຈີນ ຊຶ່ງ​ເປັນຂໍ້ບັງຄັບ ​ໃນ
ການທີ່​ຈະ​ໄດ້​ຮັບອະນຸຍາດ ​ໃຫ້​ເກັບ​ກຳຂໍ້ມູນລັບຂັ້ນສູງ ແລະ ຂັດຂວາງ ​ໃນອັນທີ່
ກະຊວງຍຸຕິທຳເອີ້ນວ່າ “ການດຳເນີນງານຂອງທາງການ.”

ບັນດາເຈົ້າໜ້າທີ່ກະຊວງ​ຍຸຕິ​ທຳ ກ່າວວ່າ ນາງ Claiborne “ໄດ້ສວຍໃຊ້ຕຳແໜ່ງ
ຂອງ​ນາງ ແລະ ການເຂົ້າເຖິງໄດ້ຂໍ້ມູນ ທີ່ຫລໍ່ແຫລມສຳຄັນ ດ້ານການທູດ ເພື່ອ
ຜົນປະໂຫຍດສ່ວນຕົວ”
ແລະວ່າ ພະນັກງານຂອງລັດຖະບານສະຫະລັດທັງຫຼາຍ
ຈະຕ້ອງຮັບຜິດຊອບ ຖ້າພວກເຂົາ ບໍ່ໄດ້ປະຕິບັດໜ້າທີ່ຢ່າງສົມກຽດ ​ໃນຄວາມ​ໄວ້
​ເນື້ອ​ເຊື່ອ​ໃຈທີ່ໄດ້ມອບໝາຍ ໃຫ້ແກ່ພວກເຂົາເຈົ້ານັ້ນ.

ນາງ Claiborne ຈະປະເຊີນໜ້າກັບ ໂທດຈຳຄຸກເຖິງ 25 ປີ ຖ້າພົບເຫັນວ່າມີຄວາມຜິດ.

A long-time U.S. State Department employee has been arrested on charges of lying to investigators about numerous contacts and gifts she got from Chinese intelligence agents.

The Justice Department says Candace Marie Claiborne pleaded not guilty before a federal judge.

Claiborne has been a State Department Office Management Specialist since 1999. She had a top-secret security clearance and was posted to embassies and consulates in Baghdad, Khartoum, Shanghai and Beijing.

Prosecutors allege Chinese officials showered Claiborne with tens of thousands of dollars in gifts when she was there, including cash, computers, meals, travel and an apartment.

Prosecutors say in exchange for cash, a Chinese intelligence agent asked Claiborne to provide internal U.S. government analysis of a U.S.-Chinese economic conference.

Clairborne is charged with failing to tell the FBI about her contacts with the Chinese agents — a requirement of her top-secret security clearance — and obstructing what the Justice Department calls an "official proceeding."

Justice officials say Claiborne "used her position and her access to sensitive diplomatic data for personal profit," and say U.S. employees will be held accountable if they fail to honor the trust placed in them.

Claiborne faces up to 25 years in prison if convicted.

XS
SM
MD
LG