ລິ້ງ ສຳຫລັບເຂົ້າຫາ

ລາຍງານ ການຄ້າມະນຸດ ຂອງກະຊວງ ຕ່າງປະເທດ ພາກສ່ວນ ທີ່ກ່ຽວກັບ ສປປ ລາວ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຖືລາຍງານ ວ່າດ້ວຍການຄ້າມະນຸດ ປີ 2016 ທີ່ີກະຊວງຕ່າງປະເທດ ສະຫະລັດ ລະຫວ່າງພິທີ ຈັດຂຶ້ນຢູ່ວໍຊິງຕັນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຖືລາຍງານ ວ່າດ້ວຍການຄ້າມະນຸດ ປີ 2016 ທີ່ີກະຊວງຕ່າງປະເທດ ສະຫະລັດ ລະຫວ່າງພິທີ ຈັດຂຶ້ນຢູ່ວໍຊິງຕັນ.

​ເມື່ອວັນ​ທີ 30 ​ມີ​ຖຸນາ​ຜ່ານ​ມານີ້ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ລາຍ​ງານປະ ຈໍາປີ 2016 ວ່າ​ດ້ວຍ​ການ​ຄ້າ​ມະນຸດຢູ່​ໃນ​ທົ່ວ​ໂລກ​ ຊຶ່ງໄພສານມີພາກ​ສ່ວນທີ່ກຽວ​ກັບລາວ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ລາຍ​ງານ​ປະຈຳປີ 2016 ວ່າດ້ວຍການຄ້າມະນຸດຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະ ລັດຍັງ​ຈັດ ສປປ ລາວ​ເຂົ້າໄວ້​ໃນ​ກຸ່ມທີ 2 ຫຼື Tier 2 ຂອງ​ຈໍານວນທັງ​ໝົດ 3 ກຸ່ມ​ຊຶ່ງ​ກຸ່ມທີ ສອງນີ້​ແມ່ນ​ໝາຍ​ເຖິງ​ພວກ​ປະ​ເທດທີ່​ຍັງຈະ​ຕ້ອງ​ຖືກຕິດຕາມ​ສິ້ງ​ຊອມ​ເບິ່ງ​ຢູ່.

ພາຍ​ໃນ​ກຸ່ມ​ທີ 2 ນີ້ລາຍ​ງານຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເວົ້າວ່າ ສປປ ລາວ ແມ່ນ​ເປັນ​ແຫຼ່ງທີ່​ມາ ພ້ອມທັງທັງ​ທາງ​ຜ່ານແລະກໍປາຍທາງ ​ແຕ່ໃນ​ຂອບ​ເຂດ​ທີ່​ຫຼຸດລົງມາ ຂອງ​ພວກ​ແມ່ຍິງ ເດັກນ້ອຍແລະຜູ້ຊາຍ ທີ່ຕົກ​ເປັນ​ເຫຍື່ອຂອງການ​ຄ້າ​ປະ​ເວ​ນີແລະຕົກ​ຢູ່ ໃນ​ສະພາບ​ຖືກ​ບີບ​ບັງຄັບໃຊ້​ແຮງງານ. ພວກ​ທີ່​ຕົ​ກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າມະນຸດຢູ່​ລາວ ມັກ​ຈະ​ເປັນ​ພວກ​ທີ່ພາກັນໄປ​ຊອກຫາ​ວຽກ​ການ​ເຮັດ​ ຢູ່​ໃນຕ່າງປະ​ເທດ ຊຶ່ງພວກເຂົາເຈົ້າ ໄດ້ຖືກບັງຄັບໃຊ້ແຮງງານຫຼືສວຍໃຊ້ທາງເພດຫຼັງຈາກ​ເຂົາ​ເຈົ້າ​ໄປ​ຮອດ​ປະ​ເທດ​ປາຍທາງ​ແລ້ວ ສ່ວ​ນ​ໃຫຍ່ກໍແມ່ນປະ​ເທດໄທຕະຫຼອດທັງຫວຽດນາມ ມາເລເຊຍ ຈີນ ໄຕ້ຫວັນແລະ ຍີ່ປຸ່ນ. ພວກຄົນງານບາງຄົນ ແມ່ນໄດ້ຮັບຄວາມຊ່ອຍເຫຼືອ ຈາກພວກນາຍໜ້າທີ່ເກັບຄ່າ ທຳນຽມ ແຕ່ຫລາຍໆຄົນແມ່ນໄດ້ຂ້າມຊາຍແດນ ຢ່າງເປັນອິດສະຫຼະ ພ້ອມດ້ວຍເອກກະ ສານເດີນທາງທີ່ຖືກຕ້ອງ. ພວກຄ້າຂາຍ ແມ່ນຮວມທັງສະມາຊິກໃນຄອບຄົວ ຂອງພວກ ທີ່ຕົກເປັນເຫຍື່ອຊຶ່ງເປັນທີ່ຮູ້ຈັກກັນດີໃນໝູ່ປະຊາຄົມຢູ່ໃນເຂດໃນຊົນນະບົດບ່ອນທີ່ເຂົາ ເຈົ້າໄດ້ຫລອກລໍ້ເອົາພວກເຄາະຮ້າຍດ້ວຍການໃຫ້ຄຳໝັ້ນສັນຍາກ່ຽວກັບວຽກການຢູ່ໃນ ຕ່າງປະເທດທີ່ບໍ່ຖືກຕ້ອງ. ພວກເຄາະຮ້າຍຫຼາຍຄົນໂດຍສະເພາະແລ້ວແມ່ນພວກແມ່ຍິງ ແລະເດັກຍິງ ຊຶ່ງຫຼາຍໆຄົນ ແມ່ນມີອາຍຸບໍ່ຮອດ 18 ປີ ໄດ້ຖືກສວຍໃຊ້ຢູ່ໃນອຸດສາຫະກຳ ການຄ້າປະເວນີຂອງໄທ ແລະຖືກບີບບັງຄັບໃຊ້ແຮງງານ ໃຫ້ເປັນຄົນຮັບໃຊ້ຢູ່ຕາມບ້ານ ເຮືອນ ໂຮງຈັກໂຮງງານຫຼືບໍ່ກໍພາກສ່ວນກະສິກຳ. ສ່ວນພວກຜູ້ຊາຍແລະເດັກນ້ອຍລາວ ໄດ້ຖືກບັງຄັບໃຊ້ແຮງງານຢູໃນອຸດສາຫະກຳການປະມົງ ການກໍ່ສ້າງແລະກະເສດຕະກຳ ຂອງໄທ. ພວກເຄາະຮ້າຍຈາກລາວທີ່ຖືກບັງຄັບໃຊ້ແຮງງານຢູ່ໃນອຸດສາຫະກຳການປະ ມົງຂອງໄທ ຖືກລະບຸວ່າ ໄດ້ໄປເຮັດວຽກ ຢູ່ໃນເຂດນ່ານນ້ຳຂອງອິນໂດເນເຊຍ. ອົງການ ຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານລາຍງານວ່າ ສ່ວນບຸກຄົນໄດ້ສະເໜີໃຫ້ບໍລິການດ້ານການ ຂົນສົ່ງໃກ້ໆຊາຍ ແດນໄທເພື່ອອຳນວຍຄວາມສະດວກໃນການຫາວຽກໃຫ້້ແກ່ພວກແຮງ ງານຕາມລະດູການເຂົ້າໃນການບັງຄັບໃຊ້ແຮງງານ ຫຼືການຄ້າປະເວນີ ຢູ່ໃນປະເທດໄທ. ລັດຖະບານລາຍງານວ່າ ພວກຄ້າມະນຸຸດຕ່າງຊາດ ໄດ້ໃຫ້ການຮ່ວມມືເພີ້ມຂຶ້ນ ກັບນາຍ ໜ້າຄົນກາງທີ່ເປັນຄົນລາວ ໃນເຂດທ້ອງຖິ່ນເພື່ອອຳນວຍຄວາມສະດວກໃນການຄ້າມະ ນຸດ. ພວກເຄາະຮ້າຍຈາກການຄ້າມະນຸດຫຼາຍໆຄົນ ອາດຮວມຢູ່ໃນແຮງງານຕາມລະດູ ການ 10,000 ກວ່າຄົນ ທີ່ໄດ້ຖືກຜັກດັນຫຼືສົ່ງກັບຄືນປະເທດ ໃນແຕ່ລະປີ ຈາກໄທ ໂດຍ ບໍ່ໄດ້ມີການແຈ້ງໃຫ້ທາງການຊາບ ຊຶ່ງມັກຈະຖືກສົ່ງກັບຄືນປະເທດ ໂດຍທາງເຮືອຂ້າມ ແມ່ນ້ຳຂອງ. ບາງຄັ້ງ ພວກຄົນຂັບລົດ ໄດ້ພົບກັບແຮງງານເຫຼົ່ານີ້ ເວລາເຂົາເຈົ້າກັບຄືນ ໄປລາວ ແລະກໍອຳນວຍຄວາມສະດວກ ໃຫ້ແກ່ພວກເຂົາກັບຄືນ ເຂົ້າໄປໄທອີກ. ມີຈຳ ນວນນ້ອຍໆ ແຕ່ບາງທີອາດຈະເພີ້ມຂຶ້ນທີ່ພວກແມ່ຍິງແລະເດັກສາວຈາກລາວຖືກຂາຍ ເປັນເຈົ້າສາວໄປຈີນ ແລະຖືກບັງຄັບໃຫ້ຄ້າປະເວນີ. ມີເຈົ້າໜ້າທີ່ບາງຄົນອາດປະກອບ ສ່ວນ ແລະຮູ້ເຫັນເປັນໃຈ ກ່ຽວກັບການຄ້າມະນຸດ ໂດຍຮັບເງິນສິນບົນ ແລະກໍອຳນວຍ ຄວາມສະດວກໃນ ດ້ານການເດີນທາງຫຼືບໍ່ກໍການຂົນສົ່ງພວກແມ່ຍິງໄປຍັງປະເທດໄທ.

ມີລາຍງານວ່າ ລາວເປັນປະເທດທາງຜ່ານ ສຳລັບພວກແມ່ຍິງແລະເດັກຍິງຈຳນວນນຶ່ງ ຈາກຫວຽດນາມ ແລະຈີນ ທີ່ຖືກບັງຄັບ ໃຫ້ຄ້າປະເວນີ ແລະໃຊ້ແຮງງານ ຢູ່ໃນປະເທດ ເພື່ອນບ້ານໂດຍສະເພາະແລ້ວແມ່ນໃນປະເທດໄທ. ບັນດາອົງການຈັດຕັ້ງທ້ອງຖິ່ນໄດ້ ລາຍງານໃຫ້ຮູ້ ເຖິງຄວາມເປັນຫ່ວງທີ່ວ່າ ມີ​ຊາວໜຸ່ມແລະແມ່ຍິງ​ຫວຽດນາມບາງຄົນທີ່ ເຮັດວຽກຢູ່ໃກ້ໆບ່ອນຕັດໄມ້ຂະໜາດໃຫຍ່ ຊຶ່ງສ່ວນໃຫຍ່ມັກເປັນບ່ອນຕັດໄມ້ທີ່ຜິດກົດ ໝາຍແລະບ່ອນກໍ່ສ້າງເລາະຕາມຊາຍແດນລາວຫວຽດນາມ ອາດຕົກເປັນເຫຍື່ອຂອງ ການຄ້າມະນຸດ. ພວກເຂົາເຈົ້າຍັງໄດ້ລາຍງານເຖິງຄວາມເປັນຫ່ວງທີ່ຄ້າຍຄືກັນນີ້ກ່ຽວ ກັບຊາວມຽນມາ ທີ່ເຮັດວຽກໃຊ້ແຮງງານໜັກ ຫຼືພົວພັນກັບ ການຄ້າປະເວນີ ໃກ້ໆເຂດ ສາມຫລ່ຽມຄຳ ຊຶ່ງເປັນບໍລິເວນທີ່ຊາຍແດນລາວ ມຽນມາ ແລະໄທ ມາບັນຈົບຄົບກັນ.

ຍັງມີຂໍ້ມູນ ແຕ່ພຽງເລັກນ້ອຍເທົ່ານັ້ນ ກ່ຽວກັບຂອບເຂດ ຂອງການຄ້າມະນຸດພາຍ ໃນ ລາວເອງແຕ່ພວກແມ່ຍິງແລະເດັກຍິງຫວຽດນາມ ຈີນແລະລາວຈໍານວນນຶ່ງໄດ້ຕົກເປັນ ເຫຍື່ອການຄ້າປະເວນີ ຢູ່ພາຍໃນປະເທດ ຊຶ່ງປົກກະຕິແລ້ວແມ່ນຢູ່ຕາມຫົວເມືອງໃຫຍ່ ຫລືຢູ່ໃກ້ກັບເຂດຊາຍແດນ ບ່ອນຫລິ້ນກາຊີໂນຫຼືເຂດເສດຖະກິດພິເສດຊຶ່ງມີລາຍງານ ວ່າ ເພື່ອສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວຊາວເອເຊຍ ແລະພວກແຮງງານທີ່ຍ້າຍຖິ່ນຖານ. ມີຊາຍໜຸ່ມລາວແລະເດັກນ້ອຍຈຳນວນນຶ່ງ ໄດ້ຖືກບັງຄັບ ສວຍໃຊ້ແຮງ ງານຢູ່ໃນພາກສ່ວນກະສິກຳ ຂອງປະເທດລາວເອງ. ມີລາຍງານຂ່າວ ສະແດງໃຫ້ເຫັນ
ວ່າມີພວກນັກທ່ອງທ່ຽວເພື່ອມີເພດສຳພັນກັບເດັກນ້ອຍຈາກອັງກິດ ອອສເຕຣເລຍແລະ ສະຫະລັດເດີນທາງມາລາວດ້ວຍຄວາມຕັ້ງໃຈເພື່ອສວຍໃຊ້ພວກທີ່ຕົກເປັນເຫຍື່ອຈາກ ການຄ້າປະເວນີເດັກ.

ລາຍ​ງານ​ ຂອງກະຊວງ​ຕ່າງປະ​ເທດ​ສະຫະລັດ ເວົ້າວ່າ ລັດຖະບານ​ລາວ ​ບໍ່​ໄດ້ປະຕິ​ບັດ​ຢ່າງຄົບ​ຖ້ວນຕາມ​ມາດຕະຖານ​ຂັ້ນຕໍ່າ​ສຸດ​ ໃນການ​ລຶບລ້າງ​ການ​ຄ້າ​ມະນຸດ ​ແຕ່​ແນວ​ໃດ
​ກໍ​ຕາມ ລາວ ​ກໍກໍາລັງດຳ​ເນີນຄວາມ​ພະຍາຍາມ​ທີ່​ສຳຄັນ ​ເພື່ອ​ໃຫ້​ບັນລຸ​ມາດຕະຖານ​ດັ່ງ ກ່າວ. ໃນເດືອນທັນວາປີ 2015 ສະພາແຫ່ງຊາດຂອງລາວກໍໄດ້ໃຫ້ການອະນຸມັດຕໍ່ກົດ ໝາຍຕ້ານການຄ້າມະນຸດຊຶ່ງໄດ້ປະກາດໃຊ້ໃນເດືອນກຸມພາປີ 2016. ລັດຖະບານລາວ ໄດ້ສຳເລັດເສັດສິ້ນແຜນປະຕິບັດງານແຫ່ງຊາດແຕ່ປີ 2016​ ຫາ 2020. ເຖິງແມ່ນໄດ້ມີ ການອອກມາດຕະການເຫລົ່ານີ້ກໍຕາມ ແຕ່ລັດຖະບານລາວ ບໍ່ໄດ້ສະແດງໃຫ້ເຫັນ ເຖິງ ການດຳເນີນຄວາມພະຍາຍາມເພີ້ມຂຶ້ນໂດຍລວມໃນການປາບປາມການຄ້າມະນຸດສົມ ທຽບໃສ່ໄລຍະການລາຍງານເທື່ອແລ້ວ ດັ່ງນັ້ນລາວຈຶ່ງໄດ້ຖືກຈັດໄວ້ຢູ່ໃນກຸ່ມທີ 2 ຂອງ ບັນດາປະເທດທີ່ຍັງຖືກຕິດຕາມສິ້ງຊອມເບິ່ງເປັນປີທີ 3 ລຽນຕິດ. ພາຍໃຕ້ການຄຸ້ມຄອງ ພວກເຄາະຮ້າຍ ຈາກກົດໝາຍການຄ້າມະນຸດ ລາວ ແມ່ນໄດ້ຮັບການຍົກເວັ້ນ ຊົ່ວຄາວ ຈາກການຫລຸດລົງໄປຢູ່ ໃນກຸ່ມທີ 3 ຍ້ອນວ່າລັດຖະບານ ໄດ້ຈັດສັນຊັບພະຍາກອນພຽງ ພໍຕໍ່ແຜນການທີ່ໄດ້ກຳນົດໄວ້ ຖ້າຫາກມີການຈັດຕັ້ງປະຕິບັດແລ້ວ ກໍຈະເທົ່າກັບວ່າເປັນ ການດຳເນີນຄວາມພະຍາຍາມທີ່ສຳຄັນ ເພື່ອໃຫ້ບັນລຸເປົ້າໝາຍຂັ້ນຕ່ຳສຸດ. ຈຳນວນຜູ້ ເຄາະຮ້າຍທີ່ໄດ້ຖືກລະບຸໂຕໄດ້ຫຼຸດລົງຢ່າງຫຼວງຫຼາຍ ແລະການຟ້ອງຮ້ອງດຳເນີິນຄະດີ ແລະການຕັດສິນລົງໂທດກໍຫລຸດລົງເປັນປີທີສອງລຽນຕິດ. ລັດຖະບານໄດ້ທຳການສືບ ສວນພວກນັກທ່ອງທ່ຽວຕ່າງປະເທດຈຳນວນນຶ່ງ ທີ່ສົງໄສວ່າ ສວຍໃຊ້ພວກເຄາະຮ້າຍ ຈາກການຄ້າປະເວນີເດັກ ແຕ່ບໍ່ໄດ້ມີການລົງໂທດໃດໆໃນຄະດີເຫລົ່ານີ້.

ກ່ຽວກັບຄຳແນະນຳ ຕໍ່ລັດຖະບານລາວນັ້ນ ລາຍງານຂອງກະຊວງການຕ່າງປະເທດກ່າວ ວ່າການເຜີຍແຜ່ແລະການຈັດຕັ້ງປະຕິບັດຂັ້ນຕອນໃນການລະບຸໂຕພວກເຄາະຮ້າຍຢ່າງ ເປັນທາງການ ແລະການຝຶກອົບຮົມຕຳຫຼວດ ແລະເຈົ້າໜ້າທີ່ຊາຍແດນ ເພື່ອໃຫ້ລະບຸໂຕ ພວກເຄາະຮ້າຍ ຈາກການຄ້າມະນຸດ ຈຳແນກຄວາມແຕກຕ່າງ ກ່ຽວກັບການຄ້າມະນຸດ ແລະສົ່ງພວກເຂົາເຈົ້າໄປຮັບການຄຸ້ມຄອງຢ່າງເປັນລະບົບໂດຍສະເພາະໃນໝູ່ພວກແຮງ ງານທີ່ຖືກສົ່ງກັບຄືນປະເທດຈາກໄທ ແລະພວກເຄາະຮ້າຍຈາກການຄ້າມະນຸດ ພາຍໃນ ປະເທດ ເພີ້ມການດຳເນີນຄວາມພະຍາຍາມເພື່ອລະບຸໂຕແລະປາບປາມການຄ້າມະນຸດ ພາຍໃນ ຮວມທັງພວກເດັກນ້ອຍ ທີ່ຖືກບັງຄັບໃຫ້ຄ້າປະເວນີ ແລະພວກຜູ້ໃຫຍ່ ພ້ອມທັງ ເດັກນ້ອຍທີ່ຖືກສວຍໃຊ້ແຮງງານໃນພາກສ່ວນກະເສດຕະກຳເພື່ອການຄ້າຂອງໄທໂດຍ ການລະບຸໂຕແລະໃຫ້ການຊ່ອຍເຫຼືອແກ່ພົນລະເມືອງລາວທີ່ໄດ້ຕົກເປັນເຫຍື່ອຂອງການ ຄ້າມະນຸດພາຍໃນປະເທດແລະດຳເນີນຄະດີພວກທີ່ຄ້າເຂົາເຈົ້າ ຮວມທັງພວກເຈົ້າໜ້າທີ່ ທີ່ສົມຮູ້ຮ່ວມຄິດ ຈັດຕັ້ງປະຕິບັດກົດໝາຍຕໍ່ຕ້ານການຄ້າມະນຸດ ແລະຝຶກອົບຮົມເຈົ້າໜ້າ ທີ່ລັດຖະບານກ່ຽວກັບຂໍ້ກຳນົດຂອງກົດໝາຍດັ່ງກ່າວແລະອອກລະບຽບໃນການລະບຸໂຕ ພວກເຄາະຮ້າຍ ໃຫ້ສິນນ້ຳໃຈແກ່ພວກເຄາະຮ້າຍທີ່ປະກອບສ່ວນເຂົ້າຮ່ວມໃນການຟ້ອງ ຮ້ອງຢ່າງເປັນທາງການ ຮວມທັງໂດຍຜ່ານການໃຫ້ລາງວັນ ເພື່ອຊົດໃຊ້ຄວາມເສຍຫາຍ ຈາກສານ ເພີ້ມງົບປະມານສຳລັບການໃຊ້ຈ່າຍຂອງລັດຖະບານ ໃນການຕໍ່ຕ້ານການຄ້າ ມະນຸດ ກ່ຽວກັບຂໍ້ກຳນົດໃນການໃຫ້ບໍລິການ ແລະໂຄງການຊ່ອຍເຫລືອ ແກ່ພວກເຄາະ ຮ້າຍ ເຮັດວຽກຮ່ວມກັບບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ ເພື່ອຈັດສົ່ງການຊ່ອຍ ເຫຼືອແກ່ພວກເຄາະຮ້າຍ ເຮັດວຽກຮ່ວມກັບບັນດາອົງການຈັດຕັ້ງທ້ອງຖິ່ນ ແລະອົງການ ຈັດຕັ້ງນາໆຊາດ ເພີ້ມຊັບພະຍາກອນ ແລະການຝຶກຝົນອາຊີບ ເພື່ອໃຫ້ການສະໜັບສະ ໜຸນແກ່ພວກເຄາະຮ້າຍ ຮວມທັງພວກເຄາະຮ້າຍຜູ້ຊາຍເພື່ອກັບຄືນເຂົ້າສູ່ປະຊາຄົມໃນ ເຂດບ້ານເກີດຂອງພວກເຂົາເຈົ້າ ເພີ້ມການດຳເນີນຄວາມພະຍາຍາມເພື່ອດຳເນີນຄະດີ ແລະລົງໂທດພວກນັກທ່ອງທ່ຽວເພື່ອມີເພດສຳພັນກັບພວກເດັກນ້ອຍແລະພວກເຈົ້າໜ້າ ທີ່ໆສົມຮູ້ຮ່ວມຄິດໃນການຄ້າມະນຸດ ປັບປຸງຄວາມໂປ່ງໃສໂດຍເກັບກຳຂໍ້ມູນກ່ຽວກັບກິດ ຈະການຕໍ່ຕ້ານການຄ້າມະນຸດຂອງລັດຖະບານ ຮວມທັງລາຍລະອຽດຂອງກໍລະນີ ແລະ ການອະນຸມັດເງິນ ແລະແບ່ງປັນຂໍ້ມູນນີ້ໃຫ້ແກ່ກະຊວງຕ່າງໆແລະບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ທີ່ມີສ່ວນຮັບຜິດຊອບນຳ ແລະໃຫ້ການຮ່ວມມືກັບກຸ່ມສັງຄົມພົນ ລະເຮືອນແລະກະຊວງຕ່າງໆເພື່ອ ຈັດຕັ້ງປະຕິບັດແຜນການປະຕິບັດງານແຫ່ງຊາດແຕ່ ປີ 2016​ ຫາ 2020.

​ກ່ຽວກັບການຟ້ອງຮ້ອງດຳເນີນຄະດີ​ພວກ​ຄ້າມະນຸດນັ້ນລາຍງານຂອງກະຊວງການຕ່າງປະເທດສະຫະລັດ ​ເວົ້າວ່າ ລັດຖະບານໄດ້ປະກາດໃຊ້ກົດໝາຍ ຕ້ານການຄ້າມະນຸດສະ ບັບໃໝ່ ແຕ່ໄດ້ມີການດຳເນີນຄວາມພະຍາຍາມ ໃນການປະຕິບັດກົດໝາຍ ທີ່ໜ້ອຍລົງ.​ ພາຍໃຕ້ມາດຕາ 134 ຂອງປະມວນ​ກົດໝາຍ​ອາຍານັ້ນກົດໝາຍຂອງລາວໄດ້ຫ້າມບໍ່ໃຫ້ມີການຄ້າມະນຸດໃນທຸກຮູບແບບ ແລະກຳນົດການລົງໂທດ ແຕ່​ຈຳ​ຄຸກ 5 ປີ​ເຖິງ​ຕະຫຼອດ ຊີວິດ ການ​ປັບ​ໃໝ​ແຕ່ 10 ຫາ 100 ລ້ານກີບ ຊຶ່ງ​ເທົ່າ​ກັບ 1,230 ​ໂດ​ລາຫາ 12,300 ​ໂດ​ລາ ແລະ​ການ​ຢຶດຊັບ​ສິນ ຊຶ່ງການລົງໂທດເຫຼົ່ານີ້​ ຖືວ່າໜັກພໍ ແລະທຽບເທົ່າກັບ​ໂທດໃນການກະທຳຄວາມຜິດ​ ຮ້າຍແຮງທາ​ງອາຍາ​ອື່ນໆ ​ເຊັ່ນ​ການ​ຂົ່ມຂືນ​ສຳ​ເລົາ ​ເປັນຕົ້ນ. ໃນເດືອນທັນວາ ປີິ 2015 ສະພາແຫ່ງຊາດໄດ້ໃຫ້ການອະນຸມັດກ່ຽວກັບກົດໝາຍຕ້ານການຄ້າມະ ນຸດຢ່າງເປັນການສະເພາະສະບັບທຳອິດຂອງລາວ ຊຶ່ງໄດ້ມີການປະກາດໃຊ້ ໃນ ເດືອນກຸມພາປີ 2016. ໃນປີ 2015 ມີລາຍງານວ່າ ພວກເຈົ້າໜ້າທີ່ໄດ້ທຳການ ສືບສວນ 41 ສ່ວນບຸກຄົນແລະໄດ້ຍື່ນຟ້ອງ 9 ຄະດີທີ່ສົງໄສມີຄວາມຜິດໃນການຄ້າມະນຸດ ແລະໄດ້ຕັດສິນລົງໂທດພວກຄ້າມະນຸດ 13 ຄົນຫຼຸດລົງຈາກການຟ້ອງຮ້ອງ 31 ຄະດີ ແລະຕັດສິນລົງໂທດ 21 ຄົນ ໃນປີ 2014 ແລະການຟ້ອງຮ້ອງໃນ 24 ຄະດີ ແລະການຕັດສິນລົງໂທດ 35 ຄົນໃນປີ 2013. ເຈົ້າໜ້າທີ່ລາຍງານວ່າ ພວກຄ້າມະນຸດທີ່ຖືກພົບເຫັນວ່າມີຄວາມຜິດໄດ້ຮັບໂທດຈຳຄຸກນັບແຕ່ 5 ປີຫາ 15 ປີແລະປັບໃໝແຕ່ 10 ຫາ 100 ລ້ານກີບຫຼືເທົ່າກັບ 1,230 ​ໂດ​ລາຫາ 12,300 ​ໂດ​ລາ. ລັດຖະບານບໍ່ໄດ້ໃຫ້ລາຍລະອຽດທີ່ສະເພາະເຈາະຈົງ ກ່ຽວກັບຄະດີເຫຼົ່ານີ້ ແຕ່ໄດ້ລາຍງານວ່າ ການຕັດສິນລົງໂທດທັງໝົດມີຂຶ້ນໄດ້ກໍຍ້ອນມາດ ຕາ 134 ຂອງກົດໝາຍອາຍາ. ການຊ່ອຍເຫຼືອ ໃນການຝຶກອົບຮົມຂອງຕ່າງປະເທດ​ ໄດ້ຕົກໄປຮອດໄປເຖິງ ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຕຳຫຼວດ ແລະເຈົ້າໜ້າທີ່ກະຊວງຍຸຕິທຳ. ຫຼາຍຄົນຍັງກາງຕໍ່ການໄກ່ເກ່ຍຢູ່ນອກສານ ຍ້ອນມີການຈຳກັດກ່ຽວກັບຈຳນວນ ທະນາຍຄວາມທີ່ໄດ້ຮັບການຝຶກອົບຮົມຫຼືເຄື່ອງມືໃນການສືບສວນທີ່ຈຳເປັນເພື່ອດຳເນີນຄະດີຜ່ານທາງສານ. ບັນດາອົງການຈັດຕັ້ງຕໍ່ຕ້ານການຄ້າມະນຸດມີລາຍງານວ່າ ເຈົ້າໜ້າ ທີ່ຂັ້ນຕ່ຳບາງຄົນອາດມີສ່ວນໃນການຄ້າມະນຸດ ໂດຍຮັບເງິນສິນບົນເພື່ອອຳນວຍຄວາມສະດວກໃນດ້ານຄົນເຂົ້າເມືອງຫຼືການຂົນສົ່ງພວກຍິງສາວໄປໄທ. ລັດຖະບານບໍ່ໄດ້ລາຍ ງານວ່າ ມີການດຳເນີນຄະດີຫຼືການລົງໂທດໃດໆຕໍ່ເຈົ້າໜ້າທີ່ໆສົມຮູ້ຮ່ວມຄິດໃນການຄ້າມະນຸດຫລືກິດຈະດຳທີ່ພົວພັນກັບການຄ້າມະນຸດໃນປີທີ່ຜ່ານມາ.

ໃນ​ພາກສ່ວນ​ທີ່​ເວົ້າ​ເຖິງ​ການ​ໃຫ້ຄວາມປົກ​ປ້ອງ​ຄຸ້ມ​ຄອງ​ນັ້ນລາຍ​ງານ​ຂອງ​ກະຊວງການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ໃນ​ຂະ​ນະ​ທີ່ລັດຖະບານຍັງດຳເນີນຄວາມພະຍາຍາມທີ່ ບໍ່ພຽງພໍ ໃນການລະບຸໂຕ ພວກທີ່ຕົກເປັນເຫຍື່ອ ການຄ້າມະນຸດພາຍໃນປະເທດ ແລະພວກທີ່ຖືກສົ່ງກັບຄືນມາຈາກປະເທດອື່ນໆແລະໃຫ້ການຊ່ອຍເຫລືອພວກເຄາະຮ້າຍໃນຈຳນວນໜ້ອຍກວ່າປີທີ່ຜ່ານມາ. ລັດຖະບານ ບໍ່ໄດ້ປະຕິຕາມຂັ້ນຕອນ ມາດຕະຖານໃນການລະບຸໂຕພວກເຄາະຮ້າຍ ໃນບັນດາກຸ່ມທີ່ອ່ອນໄຫວ. ໃນຊ່ວງຂອງການລາຍງານນີ້ ລັດຖະບານຮ່ວມກັບບັນດາອົງການຈັດຕັ້ງນາໆຊາດໄດ້ສຳເລັດເສັດສິ້ນລະບຽບຊີ້ນຳສຳ ລັບພວກເຈົ້າໜ້າທີ່ ເພື່ອລະບຸໂຕພວກເຄາະຮ້າຍໃນທົ່ວປະເທດ ແຕ່ລະບຽບຊີ້ນຳເຫຼົ່ານີ້ ບໍ່ໄດ້ມີການຈັດຕັ້ງປະຕິບັດ. ພວກເຈົ້າໜ້າທີ່ ບໍ່ໄດ້ທຳການກວດສອບຢ່າງເປັນລະບົບ ຕໍ່ ພວກທີ່ຖືກສົ່ງກັບຄືນຈາກປະເທດໄທປ່ອຍໃຫ້ພວກເຄາະຮ້າຍບາງຄົນບໍ່ໄດ້ຖືກລະບຸໂຕ ແລະເຈົ້າໜ້າທີ່ແຖວໜ້າຈຶ່ງບໍ່ຮູ້ຈັກແລະມັກພາໃຫ້ນຳເອົາເລື້ອງການຄ້າມະນຸດແລະການຍົກຍ້າຍຖິ່ນຖານດ້ວຍຄວາມບໍ່ສະໝັກໃຈ ມາປົນກັນ ຊຶ່ງອາດຈະເປັນຜົນເຮັດໃຫ້ມີການລົງໂທດພວກເຄາະຮ້າຍ. ພວກນັກຊ່ຽວຊານທ້ອງຖິ່ນລາຍງານວ່າ ເຈົ້າໜ້າທີ່ບໍ່ໄດ້ນຳໃຊ້ຂັ້ນຕອນໃນການລະ ບຸໂຕພວກເຄາະຮ້າຍ ເຮັດໃຫ້ພວກເຄາະຮ້າຍຈາກການຄ້າມະນຸດພາຍໃນປະເທດ ສ່ວນໃຫຍ່ບໍ່ໄດ້ມີການລະບຸໂຕ. ລັດຖະບານຍັງສືບຕໍ່ ໃຫ້ການສະໜັບສະໜຸນພໍປະມານ ຕໍ່ພວກເຄາະຮ້າຍບາງຄົນ ຕົ້ນຕໍແລ້ວ ແມ່ນພວກທີ່ຖືກລະບຸໂຕໂດຍລັດຖະບານໄທແລະສົ່ງກັບຄືນມາລາວ. ມີລາຍງານວ່າ ທາງການລາວໄດ້ຮັບພວກເຄາະຮ້າຍ 143 ຄົນສົ່ງກັບຄືນມາຈາກຕ່າງປະເທດແລະລະບຸໂຕ 46 ຄົນວ່າເປັນຜູ້ເຄາະຮ້າຍ ພາຍໃນປະເທດ ຈາກຈຳນວນເຫຼົ່ານີ້ທາງການລາວໄດ້ໃຫ້ການຊ່ອຍເຫລືອຜູ້ເຄາະຮ້າຍທັງໝົດ 189​ ຄົນ ຫຼຸດລົງຈາກຈຳນວນຜູ້ທີ່ຖືກລະບຸໂຕ ແລະໄດ້ຮັບການຊ່ອຍເຫຼືອ 253 ຄົນໃນປີ 2014.

ການໃຫ້ຄວາມຊ່ອຍເຫລືອແກ່ພວກເຄາະຮ້າຍ ອາດຈະຮວມທັງການໃຫ້ບ່ອນພັກພາອາ ໄສຊົ່ວຄາວ ຄຳແນະນຳທາງດ້ານກົດໝາຍ ການຮັກສາສຸຂະພາບ ການສຶກສາຫຼືການຝຶກວຽກຊຶ່ງການບໍລິການສ່ວນໃຫຍ່ເຫຼົ່ານີ້ແມ່ນສະໜອງແລະໄດ້ຮັບທຶນສະໜັບສະໜຸນໂດຍບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະອົງການຈັດຕັ້ງນາໆຊາດ. ລັດຖະບານໄດ້ຮ່ວມມືກັບອົງການຈັດຕັ້ງນາໆຊາດ ຫຼາຍໆອົງການ ເພື່ອໃຫ້ບໍລິຫານງານສູນພັກເຊົາຊົ່ວຄາວທີ່ນະຄອນວຽງຈັນບ່ອນທີ່ພວກເຄາະຮ້າຍຊຶ່ງຖືກສົ່ງກັບຄືນຈາກໄທສາມາດພັກ ຢູ່ທີ່ນັ້ນໄດ້ເປັນເວລານຶ່ງອາທິດກ່ອນກັບຄືນໄປຍັງປະຊາຄົມບ້ານເກີດຂອງພວກເຂົາເຈົ້າ ແລະສະຫະພັນແມ່ຍິງຊຶ່ງເປັນອົງການຈັດຕັ້ງເຄິ່ງລັດຖະບານເປັນຜູ້ບໍລິຫານງານສູນພັກໄລຍະສັ້ນ ສຳລັບພວກເຄາະຮ້າຍທີ່ຖືກທາລຸນຂົ່ມເຫັງ ເຈົ້າໜ້າທີ່ໄດ້ສຳພາດພວກເຄາະຮ້າຍ ເພື່ອລະບຸໂຕພວກທີ່ຕົກເປັນເຫຍື່ອການຄ້າມະນຸດ ໃນບັນດາພວກທີ່ຖືກສົ່ງໄປຍັງສະຖານທີ່ເຫຼົ່ານີ້ເຖິງແມ່ນວ່າມີພວກເຄາະຮ້າຍຈຳນວນນຶ່ງໄດ້ຮັບການບໍລິການຈາກສູນເຫຼົ່ານີ້. ນອກຈາກນີ້ແລ້ວ ລັດຖະບານຍັງໄດ້ສົ່ງພວກເຄາະຮ້າຍອີກຈຳນວນນຶ່ງໄປ​ໃຫ້​ສູນ​ຮັບ​ຮອງຫລື​ໜ່ວຍ​ງານ​ໃຫ້​ການ​ດູ​ແລ​ທາງ​ການ​ແພດ ໜ່ວຍ​ງານ​ໃຫ້​ຄຳ​ປຶກ​ສາແລະ​ສູນ​ຝຶກ​ອາຊີບ​ອື່ນໆ. ການຂາດການໃຫ້ຄວາມສະໜັບສະໜຸນໄລຍະຍາວບໍ່ພຽງພໍເນື່ອງຈາກຊັບ ພະຍາກອນທີ່ ມີຢູ່ຢ່າງຈຳກັດເຮັດໃຫ້ພວກເຄາະຮ້າຍຕົກຢູ່ໃນອັນຕະລາຍ ທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດຄືນອີກ. ໃນປີ 2015 ພວກເຄາະຮ້າຍ ທີ່ຖືກລະບຸໂຕ ໃນຈຳ ນວນທີ່ສຳຄັນແມ່ນພວກຜູ້ຊາຍ ແຕ່ການບໍລິການສ່ວນໃຫຍ່ ແມ່ນມີໄວ້ ແຕ່ສຳລັບພວກແມ່ຍິງເທົ່ານັ້ນ. ອົງການຈັດຕັ້ງສາກົນຫຼາຍໆອົງການໄດ້ເປີດສູນຝຶກວິຊາຊີບ ສຳລັບທັງພວກຜູ້ຊາຍແລະແມ່ຍິງແລະເປີດສູນຟື້ນຟູຢູ່ພາກໃຕ້ລາວໂດຍບໍ່ໄດ້ຮັບການສະໜັບສະ ໜຸນຈາກລັດຖະບານ. ຢູ່ພາກເໜືອຂອງລາວ​ ຊຶ່ງເປັນທີ່ມາຂອງພວກເຄາະຮ້າຍຫຼາຍໆຄົນນັ້ນບໍ່ມີສູນພັກຊົ່ວຄາວເລີຍ.

ເຈົ້າໜ້າທີ່ ຂອງລັດຖະບານກາງ ໄດ້ມີຄຳສັ່ງໄປຍັງເຈົ້າໜ້າທີ່ແຂວງ ບໍ່ໃຫ້ປັບໃໝພວກເຄາະຮ້າຍ ທີ່ຖືກສົ່ງກັບຄືນ ຍ້ອນລະເມີດກົດໝາຍຄົນເຂົ້າເມືອງ. ແຕ່ແນວໃດກໍຕາມ​ ຍ້ອນການບໍ່ໄດ້ນຳໃຊ້ການລະບຸໂຕພວກເຄາະຮ້າຍນັ້ນອາດພາໃຫ້ພວກເຈົ້າໜ້າທີ່ຂົ່ມຂູ່ ຕໍ່ພວກເຄາະຮ້າຍຈຳນວນນຶ່ງວ່າ ເປັນຜູ້ລະເມີດກົດໝາຍ. ພວກທະນາຍຄວາມບໍ່ຄ່ອຍ ໄດ້ຮັບການຝຶກອົບຮົມຢ່າງເປັນທາງການ ແລະພວກເຄາະຮ້າຍ ກໍບໍ່ຮູ້ສະເໝີໄປກ່ຽວກັບສິດທິຕາມກົດໝາຍຂອງພວກເຂົາເຈົ້າ. ມີລາຍງານວ່າ ລັດຖະບານໄດ້ຊຸກຍູ້ໃຫ້ຜູ້ເຄາະຮ້າຍໃຫ້ການຮ່ວມມືໃນການຟ້ອງຮ້ອງ ແລະສະຫະ ພັນແມ່ຍິງລາວກໍໄດ້ດຳເນີນຄວາມພະຍາຍາມ ເພື່ອຊ່ອຍໃຫ້ພວກເຄາະຮ້າຍຮູ້ຈັກຂັ້ນຕອນໃນການດຳເນີນຄະດີ. ແຕ່ແນວໃດກໍຕາມ ໂດຍທົ່ວໄປແລ້ວ ການຂາດສິນນ້ຳໃຈ ຊັບພະຍາກອນ ແລະ ທະນາຍຄວາມ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການປະກອບສ່ວນໂດຍເຕັມເຂົ້າໃນຂະບວນການທາງກົດ ໝາຍຢ່າງເປັນທາງການ ຊຶ່ງສາມາດທີ່ຈະໃຊ້ເວລາຢ່າງຍືດຍາວ ແລະບໍ່ມີທ່າທາງວ່າຈະຮວມທັງການຊົດໃຊ້ຄວາມເສຍຫາຍໃດໆນັ້ນ. ສະຖານະການດັ່ງກ່າວນີ້ເຮັດໃຫ້ຜູ້ເຄາະຮ້າຍບາງຄົນ ເລືອກເອົາເສັ້ນທາງການໄກ່ເກ່ຍຕາມປະເພນີຢູ່ນອກສານ ເພື່ອເປັນການແກ້ໄຂທີ່ໄວກວ່າແລະໄດ້ຮັບຜົນປະໂຫຍດທີ່ດີກວ່າ. ລັດຖະບານບໍ່ໄດ້ໃຫ້ທາງເລືອກດ້ານກົດໝາຍຢ່າງເປັນທາງການ ເພື່ອບໍ່ສົ່ງ ພວກທີ່ຕົກເປັນເຫຍື່ອການຄ້າມະນຸດ ໄປຍັງປະ ເທດທີ່ພວກເຂົາເຈົ້າອາດຈະປະເຊີນກັບການຖືກແກ້ແຄ້ນຫຼືຄວາມຍາກລຳບາກ ແຕ່ກໍມີລາຍງານວ່າໄດ້ຮັບການພິຈາລະນາກ່ຽວກັບທາງເລືອກແບບນີ້ເປັນກໍລະນີໆໄປ.

​ກ່ຽວກັບ​ການ​ປ້ອງ​ກັນນັ້ນ ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວວ່າ ລັດຖະບານຍັງສືບຕໍ່ການດຳເນີນຄວາມພະຍາຍາມໃນດ້ານນີ້. ໜັງສືພິມ ໂທລະພາບ ແລະວິທະຍຸທີ່ລັດຖະບານຄວບຄຸມຍັງສືບຕໍ່ຊຸກຍູ້ປຸກລະດົມໃຫ້ມີການຕື່ນຕົວ ໃນການຕ້ານການຄ້າມະນຸດ ແລະພວກເຈົ້າໜ້າທີ່ ກໍໄດ້ແຈກຢາຍເອກະສານ ໄປໃຫ້ພວກຜູ້ນຳ ຂັ້ນແຂວງແລະສະມາຊິກປະຊາຄົມໃນເຂດທ້ອງຖິ່ນກ່ຽວກັບໄພອັນຂອງການຄ້າມະນຸດ. ລັດຖະບານຍັງສືບຕໍ່ຈັດຕັ້ງປະຕິບັດແຜນການແຫ່ງຊາດແຕ່ປີ 2012 ຫາ 2015. ລັດຖະ ບານໄດ້ເສັດສິ້ນການຮ່າງແຜນປະຕິບັດງານແຕ່ປີ 2016 ຫາ 2020 ຊຶ່ງລັດຖະບານໄດ້ກຳນົດຊັບພະຍາກອນດ້ານບຸກຄະລາກອນແລະກະຊວງຕ່າງໆຈະໃຊ້ເງິນເພື່ອໃຫ້ການສະໜັບສະໜຸນໃນການປະຕິບັດງານຂອງຕົນ. ມີລາຍງານວ່າລັດຖະບານໄດ້ເພີ້ມງົບປະ ມານການໃຊ້ຈ່າຍເພື່ອກິດຈະການຕ່າງໆໃນການຕ້ານການຄ້າມະນຸດ. ຄະນະກຳມະການ ແຫ່ງຊາດເພື່ອຊີ້ນຳໃນວຽກງານຕ້ານການຄ້າມະນຸດຂອງລັດຖະບານ ຍັງສືບຕໍ່ປະສານງານກິດຈະກຳຕ່າງໆ ແຕ່ແນວໃດກໍຕາມ ຍ້ອນການຂາດຄວາມໂປ່ງໃສ ການວາງແຜນແລະຊັບພະຍາກອນ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ທີ່ຈະປະສານວຽກງານ ກັບກະຊວງຕ່າງໆແລະຄູ່ຮ່ວມງານສາກົນ. ບັນດາອົງການຈັດຕັ້ງສັງຄົມພົນລະເຮືອນທີ່ມີຄວາມຊ່ຽວ ຊານດ້ານການຄ້າມະນຸດລາຍງານວ່າ ການຂາດຄວາມໂປ່ງໃສຂອງລັດຖະບານໃນບາງໂອກາດ ເຈົ້າໜ້າທີ່ອາດໄດ້ຖ່ວງເວລາ ວຽກງານຂອງອົງການ NGO​ ໂດຍບັງຄັບໃຫ້ໄດ້ຮັບການອະນຸມັດຈາກລັດຖະບານກ່ອນ ກ່ຽວກັບວຽກງານ ຕ້ານການຄ້າມະນຸດທັງໝົດ. ລັດຖະບານໄດ້ຈັດໃຫ້ມີການຝຶກອົບຮົມ ເພື່ອສ້າງຄວາມຕື່ນຕົວ ກ່ຽວກັບການຄ້າມະນຸດ ໃຫ້ແກ່ພາກສ່ວນການທ່ອງທ່ຽວ ແລະໄດ້ສືບສວນຫລາຍໆກໍລະນີແຕ່ບໍ່ໄດ້ດຳເນີນຄະດີ ຫຼືລົງໂທດພວກນັກທ່ອງທ່ຽວເພື່ອມີເພດສຳພັນ. ລັດຖະບານບໍ່ໄດ້ສະໜອງການຝຶກອົບ ຮົມ ຕ້ານການຄ້າມະນຸດໃຫ້ແກ່ພວກນັກການທູດຂອງຕົນ. ລັດຖະບານບໍ່ໄດ້ເອົາມາດຕະການທີ່ເປັນຮູບປະທຳໃດໆເພື່ອຫລຸດຜ່ອນຄວາມຕ້ອງການແຮງງານທີ່ຖືກບີິບບັງຄັບ ຫຼືການກະທຳທີ່ເປັນການຄ້າປະເວນີ.

XS
SM
MD
LG