ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນ 100 ຄົນເສຍຊີວິດ ຈາກໄພນໍ້າຖ້ວມ ແລະ ດິນເຈື່ອນໃນປະເທດ ສີລັງກາ


ຜູ້ຖືກເຄາະຮ້າຍທີ່ຕິດຄ້າງໃນໄພນໍ້າຖ້ວມ ລໍຖ້າອົບພະຍົບ
ອອກຈາກບ້ານ Wehangalla, ເມືອງ Kalutara, ປະເທດ ສີລັງກາ. 27 ພຶດສະພາ, 2017.
ຜູ້ຖືກເຄາະຮ້າຍທີ່ຕິດຄ້າງໃນໄພນໍ້າຖ້ວມ ລໍຖ້າອົບພະຍົບ ອອກຈາກບ້ານ Wehangalla, ເມືອງ Kalutara, ປະເທດ ສີລັງກາ. 27 ພຶດສະພາ, 2017.

ປະເທດ ສີລັງກາ ໄດ້ຂໍຮ້ອງອົງການສະຫະປະຊາຊາດ ແລະ ປະຊາຄົມນານາຊາດ ສຳ
ລັບ ການຊ່ວຍເຫຼືອ ໃນຂະນະທີ່ພວກເຂົາເຈົ້າໄດ້ພະຍາຍາມຕໍ່ສູ້ກັບໄພນໍ້າຖ້ວມ ແລະ
ດິນເຈື່ອນ ທີ່ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 100 ຄົນ. ບັນດາເຈົ້າໜ້າທີ່ກ່າວວ່າ ປະຊາ
ຊົນອີກ 100 ຄົນກໍໄດ້ຫາຍສາບສູນໄປເຊັ່ນກັນ.

ບັນດາເຈົ້າໜ້າທີ່ກ່າວວ່າ ປະຊາຊົນ 60,000 ຄົນ ໃນ 14 ເມືອງ ຈາກທັງໝົດ 25 ເມືອງ
ຂອງປະເທດ ແມ່ນໄດ້ຮັບຜົນກະທົບໂດຍໄພນໍ້າຖ້ວມ ແລະ ດິນເຈື່ອນ.

ສູນອົບພະຍົບໄດ້ຖືກຕັ້ງຂຶ້ນມາ ສຳລັບປະຊາຊົນຜູ່ທີ່ບໍ່ມີທີ່ຢູ່ອາໄສ.

ໄພນໍ້າຖ້ວມ ແລະ ດິນເຈື່ອນ ໄດ້ກາຍເປັນບັນຫາທົ່ວໄປ ໃນລະຫວ່າງລະດູມໍລະສຸມ ໃນ
ເກາະເຂດຮ້ອນທີ່ຕັ້ງຢູ່ມະຫາສະໝຸດ ອິນເດຍ ນັ້ນ.

Sri Lanka has appealed to the United Nations and the international community for help as it struggles with the floods and mudslides that have killed 100 people.Officials sayabout another 100people are missing.

Authorities say 60,000 people in 14 of the country's 25 districts have been affected by the floods and landslides.

Evacuation centers are set up for the displaced.

The floods and landslides have become common during the monsoon season on the tropical Indian Ocean island.

XS
SM
MD
LG