ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊີໄອເອ ​ເຕືອນ​ເຖິງ​ ໄພອັນຕະລາຍ ຈາກ​ການ​ຮົ່ວ​ໄຫຼ ​ຂໍ້​ມູນ ທີ່ອົງການ WikiLeaks ນຳ​ອອກ​ເຜີຍ​ແຜ່


US WikiLeaks CIA
please wait
Embed

No media source currently available

0:00 0:02:01 0:00

ອົງການ​ສືບ​ລັບ​ທີ່​ສຳຄັນ​ສຸດຂອງ​ສະຫະລັດ ​ແມ່ນ​ຈະ​ເປີດ​ເຜີຍ​ໃຫ້​ປະຊາຊົນ​ຮູ້ ​ໃນ​ຄວາມ​
ເປັນ​ຫ່ວງ ກ່ຽວ​ກັບບັນດາ​ເອກ​ກະສາ​ນ ທີ່ນຳ​ອອກ​ເຜີຍ​ແຜ່​ ໂດຍ​ອົງການ WikiLeaks ​
ໂດຍ​ເຕືອນ​ໃຫ້​ຊາວ​ອາ​ເມຣິກັນ​ທັງຫຼາຍ​ ຄວນ​ທີ່​ຈະ​ເປັນ​ຫ່ວງ​ກັງວົນ​ ກ່ຽວ​ກັບ​ຜົນ​ກະທົບ
​ທີ່​ອາດ​ມີ​ຂຶ້ນ.

​ໂຄສົກ​ຂອງ​ອົງການ​ສືບ​ລັບ​ຊີ​ໄອ​ເອຂອງ​ສະຫະລັດ ​ໄດ້ປະຕິ​ເສດ​ບໍ່ໃຫ້ຄວາມ​ເຫັນໃດໆ​
ໃນ​ວັນ​ພຸດ​ວານ​ນີ້ ກ່ຽວ​ກັບ​ເອກ​ກະສາ​ນ 8 ພັນ 771 ໜ້າ ​ແຕ່​ກໍ​ໂຕ້​ແຍ້ງວ່າ ບໍ່​ມີ​ຄວາມ​ສົງ​
ໄສຫຍັງ​ຫຼາຍ ​ເຖິງ​ຈຸດປະສົງ​ຂອງອົງການ WikiLeaks “​ທີ່ຈະ​ສ້າງ ຄວາມເສຍ​ຫາຍ​
ໃຫ້​ແກ່​ຄວາມ​ສາມາດ ຂອງ​ປະຊາ​ຄົມ​ສືບລັບ ທີ່​ຈະ​ປົກ​ປ້ອງ​ຊາວ​ອາ​ເມຣິກັນ
ຈາກ​ພວກ​
ກໍ່​ການ​ຮ້າຍ​ ​ແລະ​ກຸ່ມ​ທີ່​ເປັນອັນຕະລາຍ​ອື່ນໆ.

ໂຄສົກທຳນຽບຂາວ ທ່ານ Sean Spicer ກ່າວ​ຕໍ່​ສື່​ມວນ​ຊົນ ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ປະຈຳ​ວັນ ທີ່​ທຳນຽບຂາວ, ວໍ​ຊີງ​ຕັນ, 8 ມີນາ, 2017.
ໂຄສົກທຳນຽບຂາວ ທ່ານ Sean Spicer ກ່າວ​ຕໍ່​ສື່​ມວນ​ຊົນ ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ປະຈຳ​ວັນ ທີ່​ທຳນຽບຂາວ, ວໍ​ຊີງ​ຕັນ, 8 ມີນາ, 2017.

ການ​ເປີດເຜີຍ​ແບບ​ນີ້ ບໍ່​ພຽງ​ແຕ່ເປັນ​ອັນຕະລາຍຕໍ່​ເຈົ້າ​ໜ້າ​ທີ່ແລະການ​ປະຕິບັດງານ
ຂອງ​ສະຫະລັດ, ​ແຕ່​ວ່າ ຍັງ​ຈະ​ມອບ​ເຄື່ອງມື​ ​ແລະ​ຂໍ້​ມູນ​ຕ່າງໆໃຫ້​ແກ່​ພວກ​ສັດຕູ​ຂອງ​ພວກເຮົາ ເພື່ອ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກ​ເຮົາ,” ນັ້ນ​ແມ່ນ​ຄຳ​ເວົ້າໂຄສົກ​ຂອງ
ອົງການ​ສືບ​ລັບ CIA ທ່ານ Jonathan Liu ທີ່​ໄດ້​ກ່າວ​ຢູ່​ໃນ​ຖະ ​ແຫຼງການສະບັບ​ນຶ່ງ.

​ໂຄສົກ​ທຳນຽບຂາວ ທ່ານ Sean Spicer ຍັງໄດ້​ສະ​ແດງ​ຄວາມ​ຕົກ​ໃຈໃນ​ວັນ​ພຸດ​ວານ​ນີ້ ​
ໂດຍ​ໄດ້​ບອກກັບ​ພວກ​ນັກ​ຂ່າວ​ວ່າ ສະຫະລັດ ຈະ​ຊອກ​ຫາ​ພວກ​ທີ່ເປີດ​ເຜີຍ​ຂໍ້​ມູນ​
ຄວາມ
ລັບເຫຼົ່ານີ້.

“ນີ້​ແມ່ນການ​ເປີດ​ເຜີຍ​ ​ທີ່​ບ່ອນ​ທຳລາຍ​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ ປະ​ເທດ​ຊາດ​
ຂອງ​ພວກ​ເຮົາ ​ແລະ​ຄວາມ​ຢູ່​ດີ​ກິນ​ດີຂອງ​ພວກ​ເຮົາ​,”
ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Spicer ​
ທີ່​ໄດ້​ກ່າວກັບ​ພວກ​ນັກ​ຂ່າວ​ ແລະ​ທ່ານ​ກ່າວ​ເພີ່ມ​ຕື່ມ​ວ່າ ປະທານາທິບໍດີ Donald
Trump​ ​ແມ່ນມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບ​ເລື່ອງ​ນີ້.

ຜູ້ອຳນວຍການ CIA ທ່ານ Michael Hayden ​ໃນນະຄອນ Munich, ວັນ​ທີ 3 ກຸມພາ, 2012.
ຜູ້ອຳນວຍການ CIA ທ່ານ Michael Hayden ​ໃນນະຄອນ Munich, ວັນ​ທີ 3 ກຸມພາ, 2012.

ດັ່ງ​ດຽວກັນ​ກັບ​ອົງການ​ສືບ​ລັບ CIA ທ່ານ Spicer ກໍປະຕິ​ເສດ​ທີ່​ຈະ​ຢືນຢັນ​ວ່າ​
​ເອກ​ກະສາ​ນ ຂອງກຸ່ມ WikiLeaks ​ເປັນ​ຂອງ​ຈິງ​ຫຼືບໍ່ ​ແຕ່​ພວກ​ນັກ​ຊ່ຽວຊານ​ດ້ານ
ຄວາມ​ປອດ​ໄພທາງcyber ​ແລະ​ອະດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບທີ່​ໄດ້​ກວດກາ​ເບິ່ງ​ເອກ​ກະສາ​ນ
ພວກ​ນີ້​ແລ້ວ​ ບອກ​ກັບ VOA ວ່າ ​ເບິ່ງ​ຄື​ວ່າມັນ​ເປັນ​ຂອງ​ຈິງ.

ອົງການ WikiLeaks ​ກ່າວ​ວ່າ ຕົນ​ໄດ້​ເອກ​ກະສາ​ນພວກ​ນີ້ ຈາກ​ອະດີດ​ນັກ​ເຈາະ​ຂໍ້​ມູນ​
ຂອງ​ລັດຖະບານ​ສະຫະລັດ ​ແລະ​ເຈົ້າ​ໜ້າ​ທີ່ສືບ​ລັບທ່ານ​ນຶ່ງໄດ້​ກ່າວ​ຕໍ່ VOA ​ໂດຍ​ຂໍ​
ສະຫງວນ​ຊື່ວ່າ ເບິ່ງ​ຄືວ່າ ພະນັກງານ​ສັນຍາ​ຈ້າງ​ຂອງອົງການ CIA ອາດ​ແມ່ນ​ແຫຼ່​ງທີ່​ມາ
​ຂອງ​ຂໍ້​ມູນ​ພວກ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG