ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫວຽດນາມ ຕັດສິນໃຈ ບໍ່ຮັບເປັນເຈົ້າພາບ ຈັດເອຊ່ຽນເກມ ໃນປີ 2019


ເກົາຫຼີໃຕ້ໄດ້ທຳການກໍ່ສ້າງສະໜາມກິລາເພື່ອຕ້ອນຮັບການເປັນເຈົ້າພາບຈັດ ເອຊ່ຽນເກມ ໃນ​ເດືອນກັນຍາ ​ແລະ ຕຸລາປີນີ້.
ເກົາຫຼີໃຕ້ໄດ້ທຳການກໍ່ສ້າງສະໜາມກິລາເພື່ອຕ້ອນຮັບການເປັນເຈົ້າພາບຈັດ ເອຊ່ຽນເກມ ໃນ​ເດືອນກັນຍາ ​ແລະ ຕຸລາປີນີ້.
ເມື່ອສອງອາທິດຜ່ານມານີ້ ລັດຖະບານຫວຽດນາມ ໄດ້ເຮັດໃຫ້ ຫຼາຍໆຄົນແປກໃຈໃນການຕັດສິນໃຈບໍ່ຮັບເປັນເຈົ້າພາບຈັດ
ການແຂ່ງ ຂັນກິລາເອຊ່ຽນເກມ ໃນປີ 2019. ຢ່າງໃດກໍຕາມ
ຫຼາຍໆຄົນຢູ່ໃນປະ ເທດຫວຽດນາມ ກໍໄດ້ສະແດງຄວາມຍິນດີ ຕໍ່ການຕັດສິນໃຈດັ່ງກ່າວນີ້. Marianne Brown ມີລາຍງານ
ກ່ຽວກັບເລື່ອງນີ້ຈາກຮ່າໂນຍ ດັ່ງ ໄຊຈະເຣີນສຸກ ຈະນຳມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ເຖິງແມ່ນວ່າ ໄດ້ຖືກຈັດໃຫ້ຢູ່ອັນດັບທີ່ບໍ່ສູງປານໃດຄືທີ 116 ໃນ
ຕາຕະລາງ ຈັດລຽງລຳດັບຂອງສະຫະພັນເຕະບານນາໆຊາດ ຫຼື
FIFA World Ranking Table ກໍຕາມ ແຕ່ບັນດາແຟນໆ ຊາວ ຫວຽດນາມຢູ່ຕາມການແຂ່ງຂັນເຕະບານນັດໃຫຍ່ໆ ສາມາດຢືນ
ຢັນໄດ້ວ່າມີຄວາມພາກພູມໃຈຢ່າງສຸດຂີດ ຕໍ່ການສະໜັບສະໜຸນທິມຊາດຂອງຕົນໃນການ
ແຂ່ງຂັນລະດັບສາກົນ.

ກິລາເຕະບານມັກກະຕຸ້ນໃຫ້ເກີດຄວາມຫຼົງໄຫຼຫຼາຍທີ່ສຸດ ໂດຍປົກກະຕິ ແລ້ວ ຈະມີຮູບ
ສັນຍາລັກຈາກທິມດັງໆທັງຫຼາຍຄື ແມນແຈສເຕີ້ ຢູນາຍ ເຕັດ (Manchester United)
ອິນເຕີ ມີລານ (Inter Milan) ແລະ ບາເຊີໂລນ້າ (Barcelona) ຕິດເອ້ຍ້ອງຕາມລົດຈັກ
ໝວກກັນກະທົບ ແລະເຄື່ອງນຸ່ງທັງຫຼາຍ. ແຕ່ວ່າກິລາອື່ນໆ ເຊັ່ນ ຕີດອກປີກໄກ່ ແລະກິລາ
ປ້ອງກັນຕົວຕ່າງໆ ກໍເປັນທີ່ນິຍົມ ເຊັ່ນດຽວກັນ.

ນັ້ນຄືເຫດຜົນທີ່ວ່າເປັນຫຍັງລັດຖະບານຫວຽດນາມ ຈຶ່ງຕັດສິນໃຈບໍ່ຮັບ ເປັນເຈົ້າພາບຈັດ
ງານແຂ່ງຂັນກິລາ​ເອຊ່ຽນເກມປີ 2019 ຊຶ່ງໄດ້ເຮັດ ໃຫ້ຜູ້ສັງເກດການຫຼາຍໆ ຄົນແປກໃຈ
ລວມທັງສາດສະດາຈານ ທີ່ຊ່ຽວ ຊານກ່ຽວ​ກັບຫວຽດນາມ ທ່ານ Carl THAYER ຈາກ
ມະຫາວິທະຍາ ໄລລັດ New South Wales ໃນອອສເຕຣເລຍ.

ທ່ານ THAYER ເວົ້າວ່າ: “ນີ້ແມ່ນປະເທດ ທີ່ມັກເປັນຈຸດສູນກາງ ນັ້ນ ກໍຄືບ້າຄັ່ງ
ກັບກິລາທຸກປະເພດ. ມັນເຮັດໃຫ້ຂ້ອຍແປກໃຈຫຼາຍເພາະວ່າ ປົກກະຕິແລ້ວ ຫວຽດນາມ ຕ້ອງນຳໃຊ້ໂອກາດເຫຼົ່ານີ້ ເພື່ອສະແດງໃຫ້ ເຫັນຈຸດເດັ່ນຂອງຕົນ.”


ແຕ່ຢ່າງໃດກໍຕາມ ປະຕິກິລິຍາຈາກມວນຊົນໃນປະເທດ ໄດ້ຊີ້ໃຫ້ເຫັນ ວ່າ ຫຼາຍໆຄົນຮູ້
ແລ້ວວ່າມັນຕ້ອງເປັນແນວນັ້ນ.

ຢູ່ໃນຖະແຫຼງການທີ່ເປີດເຜີຍເມື່ອທ້າຍວັນພະຫັດກ່ອນນີ້ ນາຍົກລັດຖະມົນຕີ ທ່ານ
Nguyen Tan Dung ກ່າວວ່າຫວຽດນາມບໍ່ມີປະສົບປະການພຽງພໍທີ່ຈະຈັດການແຂ່ງ
ຂັນກິລາອັນໃຫຍ່ໂຕນີ້ ແລະນອກນັ້ນກໍ ຍັງກຳລັງປະເຊີນກັບບັນຫາຫຍຸ້ງຍາກທາງ
ດ້ານເສດຖະກິດສັງຄົມຢູ່.

ການຈັດການແຂ່ງຂັນກິລາລະດັບສາກົນສາມາດ “ປະກອບສ່ວນເຂົ້າໃນການພັດທະ
ນາເສດຖະກິດສັງຄົມ ສົ່ງເສີມພາບພົດຂອງປະເທດ ແລະເພີ້ມຖານະທີ່ໂດດເດັ່ນ
ໃນເວທີສາກົນນຳດ້ວຍ”
ອີງຕາມຖະແຫຼງ ດັ່ງກ່າວ. ແຕ່ຖ້າຫາກການຈັດການແຂ່ງຂັນ
ບໍ່ປະສົບຜົນສຳເລັດ “ຜົນ ກະທົບຈະຕ້ອງມີໃນທາງກົງກັນຂ້າມ.”

ຮ່າໂນຍໄດ້ຊະນະ ນະຄອນຊູຣາບາຍຢາ ຂອງອິນໂດເນເຊຍ ໃນການ ປະມູນເພື່ອເປັນ
ເຈົ້າພາບຈັດການແຂ່ງຂັນກິລາເມື່ອປີ 2012 ທີ່ຜ່ານມາ. ແຕ່ຫາກວ່າການຄາດຄະເນກ່ຽວ
ກັບຄ່າໃຊ້ຈ່າຍ ໄດ້ຖືກປະຊາຊົນ ຕຳໜິຕິຕຽນ ທ່າມກາງຄວາມກັງວົນ ໃນລະດັບການ
ຂະຫຍາຍຕົວຂອງ ເສດຖະກິດພາຍໃນປະເທດ ຊຶ່ງຢູ່ໃນລະດັບ 5 ເປີເຊັນຕໍ່ປີໂດຍໄດ້ຮັບ
ຜົນກະທົບຈາກການບໍລິຫານງານ ທີ່ບໍ່ມີປະສິດທິພາບຂອງບໍລິສັດລັດວິສາຫະກິດທັງຫຼາຍ
ແລະລະບົບທະນາຄານທີ່ປັ່ນປ່ວນ.

ຄ່າໃຊ້ຈ່າຍທັງໝົດຂອງການຈັດການແຂ່ງຂັນໄດ້ຄາດຄະເນ ປະມານ 150 ລ້ານໂດລາ
ອີງຕາມການລາຍງານຈາກສື່ຂ່າວໃນທ້ອງຖິ່ນຕ່າງໆ. ​ແຕ່​ວ່າ​ມີ​ບາງ​ພາກ​ສ່ວນໄດ້​ຕີລາຄາ​
ສູງ​ກວ່າ​ນັ້ນອີກຫຼາຍ​ເທົ້າ.

ການຍົກເລີກທີ່ວ່ານີ້ໄດ້ພາໃຫ້ບາງພາກສ່ວນສັນນິດຖານວ່າຫວຽດນາມໄດ້ລະມັດລະວັງ
ກ່ຽວກັບການໂຄສະນາບໍ່ດີທີ່ຕາມມາຫລັງຈາກຣັດເຊຍ ເປັນເຈົ້າພາບຈັດການແຂ່ງຂັນ
ກິລາໂອລິປິກລະດູໜາວ ຢູ່ເມືອງໂຊຈີ້ ທີ່ຜ່ານມາ.

ທ່ານ THAYER ກ່າວວ່າ ທ່ານບໍ່ຄິດເລີຍວ່າ ມັນເປັນຄືແນວນັ້ນ.

ທ່ານ THAYER ເວົ້າຕື່ມວ່າ:“ແມ່ນໃຜ ນອກເໜືອໄປຈາກຜູ້ຄົນໃນຈຳນວນພຽງບໍ່
ເທົ່າໃດ ຈະເປັນຫ່ວງ ກ່ຽວກັບຄ່າໃຊ້ຈ່າຍ?ລາງລົດໄຟຄວາມໄວສູງນັ້ນແມ່ນຄ່າ
ໃຊ້ຈ່າຍທີ່ ນາຍົກລັດຖະມົນຕີສູນເສຍ. ແຕ່​ກິລາເອຊ່ຽນເກມແລ້ວ ມັນເປັນພຽງ
ການຈັດການ​ສະແດງສຳລັບມວນຊົນ.”


ທ່ານ Hoang Quoc Vinh ຜູ້ອຳ​ນວຍ​ການ​ຂອງ ພະແນກ​ການ​ຮ່ວມ​ມື​ສາກົນທີ່ກົມກິລາ
​ຫວຽດນາມ ກ່າວ​ທາງອີ​ແມວ​ຕໍ່ວີ​ໂອ​ເອວ່າ ລັດຖະບານ ຫວຽດນາມ ​ໄດ້​ລົງ​ທຶນ​ເຂົ້າ​ໃນດ້ານ
​ນີ້​ຢ່າງຫຼວງຫຼາຍ ​ໂດຍ​ພິ​ເສດ​ແລ້ວ​ໃນ​ການ​ຊຸກຍູ້​ໃຫ້​ເຍົາວະ​ຊົນ​ທີ່​ມີ​ຄວາມສາມາດ.

ທ່ານ​ກ່າວ​ວ່າ ມັນ​ເປັນ​ທີ່​ “ໜ້າ​ເສຍດາຍ” ທີ່ຫວຽດນາມ ບໍ່​ໄດ້​ຈັດກິລາ ​ເອຊ່ຽນ​ເກ​ມ ແລະ​
ພັນ​ລະ​ນາກ່ຽວກັບ​ຄວາມ​ຮູ້ສຶກ​ຄືດັ່ງ​ນີ້ “​ໃນ​ເວລາ​ໝາກ​ບານ​ກຳລັງ​ຊິ​ເຂົ້າ​ໄປ​ໃນ​ຕາ​ໜ່າງປະຕູ ​ແຕ່​ມັນ​ປ່ຽນ​ທິດ​ທາງ​ໂດຍ​ກະທັນຫັນ ​ແລ້ວ​ສຸດ​ທ້າ​ຍ ມັນ​ຕົກລົງ​ນອກ
ຕາ​ໜ່າງ.”


ເຖິງ​ຢ່າງ​ໃດ​ກໍຕາມ ທ່ານ​ກ່າ​ວວ່າ ຄວາມ​ໝັ້ນ​ໃຈ ​ແລະ​ຄວາມ​ຫິວ​ໂຫຍ​ສຳລັບຍາດແຍ່ງ
ເອົາແຊ້ມປ້ຽນ ຍັງ​ຢູ່​ໃນ​ຈິດ​ໃຈ ​ຂອງ​ນັກ​ກິລາສະ​ເໝີ ທ່ານເວົ້າຕື່ມ​ວ່າ: “ຂ້າພະ​ເຈົ້າເຊື່ອ
ໝັ້ນວ່າ ນັກ​ກິລາ​ຫວຽດນາມ ຈະ​ມີ​ໂອ​ກາດ​ຢ່າງຫຼວງຫຼາຍ ທີ່​ຈະ​ໄດ້ຮັບໄຊຊະນະ ​
ໃນ​ອະນາ​ຄົດ.”


ຂ່າວ​ດັ່ງກ່າວນີ້ ໂດຍ​ທົ່ວ​ໄປແລ້ວ ແມ່ນໄດ້​ຖືກຕ້ອນຮັບ​ເປັນ​ຢ່າງ​ດີ​ຢູ່​ພາຍ​ໃນຫວຽດນາມ.
ນັກ​ເສດຖະສາດທ່ານ Nguyen Quang A ກ່າວ​ວ່າ ທ່ານ​ສະໜັບສະໜຸນ​ກາ​ນຕັດ​ສິນ ໂດຍກ່າວຕື່ມວ່າ ມັນ​ເປັນ​ການ​ຕັດສິນ​ໃຈທີ່ “ກ້າຫານຊານໄຊ”.

ທ່ານ​ກ່າວ​ວ່າ​ ລັດຖະບານ​ຍອມຮັບ​ວ່າ ການ​ຕັດສິນໃຈ​ທີ່ຈະຮັບ​ເປັນ​ເຈົ້າພາບ​ຈັດ​ງານ ​ເປັນ​ກາ​ນຕັດສິນ​ທີ່​ວ່ອງ​ໄວ​ເກີນ​ໄປ. ​ໃ​ນຂະນະ​ທີ່​ປະ​ເທດ​ຈະ​ມີຄວາມ​ສ່ຽ​ງຕໍ່​ການ​ເສຍ​ພາບ​ພົ​ດ​ໃນ​ເວລານີ້​ ແຕ່​ຫາກ​ວ່າ​ ສະ ຖານະ​ການມັນອາດ​ເສຍ​ຫາຍຫຼາຍ​ເທົ່າຖ້າ​ຫາກ​ວ່າໄດ້​ດຳ​ເນີ​ນຈັດການ​ແຂ່ງຂັນ​ຂຶ້ນ.

ສື່ມວນ​ຊົນຫວຽດນາມມີຄວາມເຫັນໄປໃນທາງບວກ ກ່ຽວກັບການ​ຕັດສິນ​ດັ່ງກ່າວ. ໜັງສືພິມ Tuoi Tre ຂຽນ​ວ່າ: “ຊາວ​ຫວຽດນາມ​ສ່ວນຫຼາຍ ​ໄດ້​ຍ້ອງຍໍຕໍ່​ການຕັດສິນ​ໃຈຂອງ
ນາຍົກລັດຖະມົນຕີ ທ່ານ ຫງວຽນ ຖານ ດຶງ ທີ່​ຂໍຍົກເລີກຈາກ​ການ​ເປັນເຈົ້າພາບ​
ຈັດການແຂ່ງຂັນກິລາ​ເອຊ່ຽນ​ເກ​ມ ຂອງຮາໂນ່ຍ ໃນປີ 2019.”


ກ່ອນ​ໜ້າ ​ທີ່​ຈະ​ມີການປະກາດກ່ຽວກັບການຕັດ​ສິນໃຈດັ່ງກ່າວ ໜັງສື ພິມສະບັບນີ້ ​ໄດ້​ທຳ​ການ​ສຳຫຼວດວ່າ ​ຫວຽດນາມ​ຄວນ​ຈັດການແຂ່ງ ຂັນຫຼືບໍ່. ຫຼາຍກວ່າ 13,600 ຄົນ​ຂອງ​ຜູ້​ຕອບ​ຄຳຖາມ ຄື 84 ​ເປີ​ເຊັນ ບໍ່​ເຫັນ​ດີ​ເຫັນພ້ອມກັບການຈັດການແຂ່ງຂັນນີ້.

ລາຍ​ງານ ທີ່ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າທີ່ ໃນ​ສະພາ​ໂອລິ​ມປິກເອເຊຍ ກ່າວ​ວ່າ ການຕັດສິນ​
ໃຈກ່ຽວກັບວ່າ ​ໃຜ​ຄວນຈະເປັນເຈົ້າພາບ​ຈັດການ​ແຂ່ງຂັນ​ແທນ​ຫວຽນ​ວຽດນາມ ໃນ​ປີ
2019 ນັ້ນ ຈະມີຂຶ້ນ​ໃນລະຫວ່າງ ການແຂ່ງຂັນເອຊ່ຽນເກ​ມຄັ້ງຕໍ່​ໄປ ທີ່​ນະຄອນ Incheon
ຂອງ​ເກົາຫຼີ​ໃຕ້ ​ໃນ​ເດືອນກັນຍາ ​ແລະຕຸລາປີນີ້.

ສອງ​ປະ​ເທດ ທີ່​ເຄີຍໄດ້ຖອນ​ໂຕ ​ຈາກ​ການເປັນເຈົ້າພາບ​ຈັດການ​ແຂ່ງ​ຂັນກິລາດັ່ງກ່າວ
​ຄືເກົາຫຼີ​ໃຕ້ ​ໃນ​ປີ 1970 ​ແລະ ປາ​ກິ​ສຖານ ​ໃນ​ປີ 1978.
XS
SM
MD
LG