ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາ​ຜູ້ອຸບປະຖຳ​ ຮຽກຮ້ອງ​ໃຫ້ FIFA ປ່ຽນ​​ແປງ ຫຼັງຈາກ ທີ່ໄດ້ຖືກຟ້ອງຮ້ອງ


ບັນດາ​ຜູ້ໃຫ້ຄວາມ​ອຸບປະຖຳ​ຮຽກຮ້ອງ​ໃຫ້ອົງການ​ຄຸ້ມ​ຄອງເຕະ
ບານໂລກຫຼື FIFA ມີ​ການ​ປ່ຽນແປງ ໃນ​ຂະນະ​ທີ່​ສະຫະພັນເຕະ
ບານໂລກປະຈຳຂົງ​ເຂດ ອະພິປາຍກັນກ່ຽວກັບ​ອະນາ​ຄົດ​ຂອງ
ຜູ້ນຳອົງການດັ່ງກ່າວ ທີ່ມັກຖືກຕຳໜິຕິຕຽນເລື້ອຍໆ ຫຼັງ​ຈາກ​ສະ
ຫະລັດ ​ແລະ Switzerland ໄດ້​ເປີດເຜີຍກ່ຽວກັບການຄໍລັບຊັ່ນ
ທີ່ສຳຄັນ.

ບໍ​ລິ​ສັດບັດ Credit Visa ​ໄດ້ອອກຖະແຫຼງການຢ່າງແຂງ​ຂັນ
ຫຼັງ​ຈາກ​ທີ່ກະຊວງຍຸຕິ​ທຳ ​ສະຫະລັດ ​ໄດ້​ເປີດ​ເຜີຍຄະດີ​ຟ້ອງ
​ຮ້ອງ ​ໃນ​ວັນ​ພຸດ​ວານ​ນີ້ ທີ່​ໄດ້​ກ່າວຫາເຈົ້າ​ໜ້າ​ທີ່ 14 ຄົນ
ຮວມທັງການຂູ່ເຂັນເອົາເງິນ ສົ່ງ​ຂໍ້​ມູນ​ຜິດໆ​ແລະ​ການ​ຟອກ​ເງິນ.

ບໍ​ລິ​ສັດບັດ Visa ​ໄດ້​ສະແດງຄວາມເສຍໃຈ ຢ່າງ “​ເລິກເຊິ່ງ” ​ແລະ​ໄດ້​ກ່າວ​ວ່າ ຖ້າ​ຫາກ​ວ່າ​ບໍ່​ມີ​ການ​ປະຕິ​ຮູບ​ແລ້ວ ທາງບໍ​ລິ​ສັດຈະຊັ່ງຊາຄືນໃໝ່ ໃນການ​ເປັນ​ຜູ້ໃຫ້ຄວາມ​ອຸບປະຖຳ ຕໍ່ອົງການ FIFA.

ເບິ່ງວີດີໂອ ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານນາງ Loretta Lynch ໃຫ້ມີການປ່ຽນແປງ

Attorney General Loretta Lynch Says Indicted FIFA Officials 'Corrupted' Soccer
please wait

No media source currently available

0:00 0:00:50 0:00


ບໍລິສັດ Visa ກ່າວໃນຖະແຫຼງການວ່າ “ໃນຖານະທີ່ເປັນ​ຜູ້​ອຸບປະຖຳ, ພວກເຮົາຄາດ​ຫວັງວ່າ ອົງການ FIFA ຈະເອົາບາດກ້າວ ຢ່າງໄວວາແລະໃນທັນທີ ເພື່ອແກ້ໄຂບັນຫາ
ຕ່າງໆທີ່ ຢູ່ພາຍໃນອົງການ. ນີ້ເລີ້ມຕົ້ນດ້ວຍການສ້າງສາປະເພນີຄືນໃໝ່ ດ້ວຍການມີ
ຈັນຍາບັນທີ່ມີການປະຕິບັດຢ່າງເຂັ້ມແຂງ ເພື່ອຈະໄດ້ຟື້ນຟູຊື່ສຽງ ກັບຄືນມາໃນການ
ແຂ່ງຂັນຕ່າງໆແລະຜູ້ຊົມໃນທຸກສະຖານທີ່.”

ບໍ​ລິ​ສັດ Coca Cola ກໍກ່າວວ່າ ຕົນໄດ້ສະແດງຄວາມເປັນຫວ່ງເປັນໄຍ ນຳການຟ້ອງ​ຮ້ອ
ແລະຄາດຫວັງວ່າ ອົງການ FIFA ຈະແກ້ໄຂບັນຫານີ້ຢ່າງຖີ່ຖ້ວນ ໃນຂະນະທີ່ບໍ​ລິ​ສັດ Adidas ຮຽກຮ້ອງໃຫ້ອົງການ FIFA “ໃຫ້ມີມາດຕະຖານຄວາມ​ໂປງໃສ ​ໃນ​ທຸກ​ສິ່ງ​ຢ່າງ​ທີ່​ພວກ​ເຂົາ​ເຈົ້າ​ກະທຳ.”

ໃນ​ຂະນະ​ດຽວ​ກັນ​ນັ້ນ ສະຫະພັນ​ເຕະບານ​ເອ​ເຊຍ ໃນວັນພະຫັດມື້ນີ້ ກ່າວວ່າ ການລົງຄະ ແນນສຽງໃນວັນສຸກມື້ອື່ນ ທີ່ມີໝາຍກຳນົດໄວ້ນັ້ນ ເພື່ອເລືອກເອົາປະທານຂອງອົງການ FIFA ຄວນຈະດຳເນີນໄປຕາມແຜນການທີ່ວາງໄວ້ ແລະຕົນໃຫ້ການສະໜັບສະໜຸນທ່ານ Sepp Blatter ປະທານຄົນປະຈຸບັນນີ້.

ປະທານຂອງ FIFA ທ່ານ Sepp Blatter
ປະທານຂອງ FIFA ທ່ານ Sepp Blatter

​ທ່ານ Blatter ແມ່ນໄດ້ພະຍາຍາມທີ່ຈະໃຫ້ເຂົ້າກຳແໜ່ງ ສະໄໝທີ 5 ທີ່ມີເຈົ້າຊາຍ Ali Bin Al Hussein ຂອງ Jordan ເປັນຄູ່ແຂ່ງນັ້ນ.

ສະຫະພັນເຕະບານຢູໂຣບ ຫຼື UEFA ໄດ້ຮຽກຮ້ອງໃຫ້ເລື່ອນການເລືອກຕັ້ງນີ້ອອກໄປອີກ
6 ເດືອນຂ້າງໜ້ານີ້ ໂດຍກ່າວວ່າ “ມັນຍັງມີຄວາມຈຳເປັນຢ່າງໃຫຍ່ ໃນການປ່ຽນແປງ​ການເປັນຜູ້ນຳຂອງອົງການ FIFA.”

ທ່ານ Blatter ບໍ່ແມ່ນ 1 ໃນ 9 ຂອງບັນດາເຈົ້າໜ້າທີ່ອະວຸໂສຂອງອົງການ FIFA ທັງໃນ
ປະຈຸບັນແລະອະດີດ ທີ່ໄດ້ຖືກຟ້ອງຮ້ອງໃນວັນພຸດວານນີ້. ທ່ານໄດ້ລະບຸໃນລາຍງານ
ຂອງທ່ານວ່າ ທ່ານປະຕິຍານວ່າ ພວກທີ່ມີສ່ວນພົວພັນໃນການປະພຶດທີ່ບໍ່ຖືກຕ້ອງນັ້ນ ຈະບໍ່ມີສ່ວນກ່່ຽວຂ້ອງໃນການແຂ່ງຂັນຕ່າງໆຕໍ່ໄປ.

US FIFA Corruption
please wait
Embed

No media source currently available

0:00 0:03:12 0:00

XS
SM
MD
LG