ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທັງ Austria ​ແລະຮັງ​ກາຣີ ​ຮັບມືກັບ ການ​ຫຼັ່ງ​ໄຫຼ ຂ້າມ​ຊາຍ​ແດນ​ ຂອງອົບພະຍົບ


Europe Migrants
please wait
Embed

No media source currently available

0:00 0:00:47 0:00

ທັງ Austria ​ແລະຮັງ​ກາຣີ ​ໄດ້​ເປັນ​ສັກ​ຂີ​ພິຍານ​ດ້ວຍ​ກັນ ​ໃນ​ການ​ຫຼັ່ງ​ໄຫຼຂ້າມ​ຊາຍ​ແດນ​ເຂົ້າ​ມາ ຂອງພວກ​ອົບ​ພະຍົບຈຳນວນ​ຫຼວງຫຼາຍພຽງເວລາຂ້າມ​ຄືນ​ ຊຶ່ງ​ເປັນ​ຈຳນວນ​ຫຼາຍ​ເປັນ​ປະຫວັດ​ການ ​ສຳລັບປະເທດທັງສອງ ຊຶ່ງເປັນເຂດແນວໜ້າໃນວິ​ກິດ​ການ​ອົບ​ພະຍົບ ຢູໂຣບນັ້ນ.

ຮັງ​ກາຣີ ​ໄດ້​ກ່າວ​ວ່າ ມີ​ຫຼາຍ​ກວ່າ 3 ພັນ​ຄົນ ​ໄດ້​ຂ້າ​ຍຊາຍ​ແດນ​ເຂົ້າ​ມາ​ໃນຮັງ​ກາຣີ ຈາກ​ເຊີ​ເບຍ ​ໃນແລງວັນ​ພຸດ​ວານ​ນີ້ ຫາເຊົ້າວັນ​ພະຫັດມື້ນີ້ ​ໃນ​ຂະນະ​ທີ່ Austria ​ໄດ້​ກ່າວ​ວ່າ ມີ
ຈຳນວນ​ພໍໆກັນ​ນີ້ ​ໄດ້​ຂ້າມ​ເຂົ້າ​ໄປ​ໃນ Austria ຈາກ​ຮັງ​ກາ​ຣີ.

​ໃນເມືອງ Nickelsdorf ທາງພາກ​ຕາ​ເວັນ​ອອກ​ຂອງ Austria ຜູ້​ຄົນ​ຈຳນວນ​ຫຼາຍ​ພັນ​ຄົນ ລໍຖ້າ​ລົດ​ໄຟ​ໄປນະຄອນ​ວຽນ​ນາ ​ແລະ​ຈະ​ເດີນທາງຈາກ​ທີ່​ນັ້ນ ​ຕໍ່​ໄປ​ຍັງ​ເຢຍຣະມັນ ​ແລະ​ສະຖານ​ທີ່ແຫ່ງ​ອື່ນໆ​ອີກ.

ເດັນນ້ອຍອົບພະຍົບ ສະແດງອອກເຖິງຄວາມດີໃຈ ທີ່ຈະໄດ້ນຶ້ນລົດໄຟ ໃນສະຖານີລົດໄຟ Keleti ນະຄອນ Budapest, ຮັງກາຣີ, 10 ກັນຍາ 2015.
ເດັນນ້ອຍອົບພະຍົບ ສະແດງອອກເຖິງຄວາມດີໃຈ ທີ່ຈະໄດ້ນຶ້ນລົດໄຟ ໃນສະຖານີລົດໄຟ Keleti ນະຄອນ Budapest, ຮັງກາຣີ, 10 ກັນຍາ 2015.

​ເຈົ້າ​ໜ້າ​ທີ່ Austria ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ພົບ​ປະກັນ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ກັນ​ວ່າ ຈະ​ສົ່ງ​ລົດ​ໄຟ​ຖ້ຽວພິ​ເສດ​ໄປ​ຍັງ​ຊາຍ​ແດນ ​ເພື່ອ​ລຳລຽງພວກ​ອົບ​ພະຍົບ​ເຫຼົ່າ​ນີ້ ​ໄປ​ຍັງ​ນະຄອນຫຼວງ​ຂອງ Austria ຫລືບໍ່.

ພວກ​ອົບ​ພະຍົບຈຳນວນ​ຫຼາຍ​ພັນ​ຄົນ ​ໄດ້​ພາກັນ​ຫຼັ່ງ​ໄຫຼ​ເຂົ້າ​ໄປ​ຍັງ Austria ນັບ​ຕັ້ງ​ແຕ່
ທາງການ Austria ​ໄດ້​ປະກາດໃນ​ສັບປະດາ​ແລ້ວ​ນີ້ວ່າ ຕົນ​ຈະຮັບ​ເອົາ​ໃບ​ສະໝັກຂໍລີ້​ໄພ​ ​ແບບ​ດຽວ​ກັນ​ກັບ​ເຢຍຣະມັນ ​ໃນ​ຕົ້ນ​ອາທິດ​ຜ່ານ​ມາ​ນີ້. ຢູ​ໂຣບ ​ແມ່ນ​ພົບ​ເຫັນ​ການ​ຫຼັ່ງ​ໄຫຼຂອງພວກ​ອົບ​ພະຍົບເຂົ້າ​ໄປໃນປະເທດຂອງຕົນຢ່າງ​ຫຼວງ​ຫຼາຍ ນັບ​ຕັ້ງ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສິ້ນສຸດລົງເປັນ​ຕົ້ນ​ມາ ​ໃນ​ຂະນະ​ທີ່​ພວກ​ຜູ້​ຄົນພາກັນ​ຫຼົບໜີ​ຈາກ​ຄວາມ​ຮຸນ​ແຮງ ​ໃນ​ຊີ​ເຣຍ ອັຟກາ​ນິສຖານ ອີຣັກ ​ແລະ​ສະຖານ​ທີ່ອື່ນໆອີກ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ແລະ​ອາ​ຟຣິກາ​ເໜືອ.

ສະຫະລັດ ໄດ້ໃຫ້ຄຳໝັ້ນສັນຍາໃນ​ວັນ​ພຸດ​ວານ​ນີ້ວ່າ ຕົນ​ຈະ​ຮັບ​ເອົາ​ພວກ​ເອົາ​ພະຍົບຈາກ​ຊີ ​ເຣຍ ​ແລະບ່ອນ​ອື່ນໆຕື່ມອີກ ​ໃນ​ຂະນະ​ທີ່ຢູ​ໂຣບ​ ໄດ້​ເປີດ​ເຜີຍໂຄຕ້າຂອງ​ແຕ່ລະ​ປະ​ເທດ ທີ່ບັງຄັບໃຫ້ຮັບ​ເອົາພວກ​ອົບ​ພະຍົບ ຈຳນວນ 160 ພັນ ຄົນ ​ເພື່ອ​ການ​ຕັ້ງ​ຖິ່​ນຖານໃໝ່.


ຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບ​ສະມາຊິກ​ລັດຖະສະພາ​ແລ້ວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ວ່າ “ພວກ ​ເຮົາ​ໄດ້​ກວດກາ​ເບິ່ງ​ຢ່າງ​ລະອຽດ ​ເຖິງ​ຈຳນວນ​ພວກ​ອົບ​ພະຍົບ ທີ່​ພວກ​ເຮົາ​ສາມາດ​ຈັດການ​ໄດ້ ກ່ຽວ​ກັບ​ວິ​ກິດ​ການ​ຮ້າຍແຮງ​ໃນ​ຊີ​ເຣຍ ​ແລະ​ຢູ​ໂຣບ ຊຶ່ງ​ໄດ້ມີການກວດກາເບິ່ງແລ້ວ ​ໃນ​ຂະນະ​ນີ້.”

ເບິ່ງ: ອາສາສະມັກ ໃນສະຖານີລົດໄຟ Keleti ໃນ Budapest, ຮັງກາຣີ

Migrant Crisis Volunteers in Budapest, Hungary
please wait

No media source currently available

0:00 0:01:27 0:00

XS
SM
MD
LG