ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ້າວ Spieth ນັກກອຟ ສຫລ ຕີຜິດພາດ ຊ່ອຍໃຫ້ ນັກກອຟ ອັງກິດ ຊະນະ Masters


ທ້າວ Danny Willet ເປັນນັກຕີກອຟອັງກິດ, ສະຫຼອງ ຢູ່ທີ່ຂຸມທີ 18 ຫຼັງຈາກທີ່ໄດ້ສຳເລັດ ຮອບສຸດທ້າຍ ຂອງການແຂ່ງຂັນກອຟ Masters ໃນວັນອາທິດ ທີ 10 ເມສາ 2016, ໃນນະຄອນ Augusta ລັດ Georgia.
ທ້າວ Danny Willet ເປັນນັກຕີກອຟອັງກິດ, ສະຫຼອງ ຢູ່ທີ່ຂຸມທີ 18 ຫຼັງຈາກທີ່ໄດ້ສຳເລັດ ຮອບສຸດທ້າຍ ຂອງການແຂ່ງຂັນກອຟ Masters ໃນວັນອາທິດ ທີ 10 ເມສາ 2016, ໃນນະຄອນ Augusta ລັດ Georgia.

ທ້າວ Danny Willet ເປັນພຽງຄົນທີສອງ ຈາກອັງກິດ ທີ່ໄດ້ຊະນະ ການແຂ່ງຂັນຕີ ກລັອຟ ລາຍການ The Masters ໃນນະຄອນ Augusta ຂອງລັດ Georgia.

ທ້າວ Willet ເປັນນັກຕີກລັອຟ ຄົນໜຶ່ງ ໃນຈຳນວນສອງຄົນ ທີ່ສາມາດຕີກລັອຟ ໃນ ຮອບມື້ສຸດທ້າຍ ຄືວັນອາທິດວານນີ້ ໂດຍບໍ່ໄດ້ ໂບກກີ້ ຫຼື ຕີກາຍກຳນົດຂອງແຕ່ລະຂຸມ ຈັກຂຸມເລີຍ ໂດຍຕີໄດ້ ລົບ 5 ພາຣ໌ ລວມແລ້ວ ໄດ້ 67 ພາຣ໌ ຈາກທັງໝົດ 72 ພາຣ໌ ຂອງ 18 ຂຸມ. ລວມຄະແນນທັງໝົດ 4 ຮອບ ຂອງທ້າວ Willet ແມ່ນວ່າ ລາວຕີອອກ ລົບ 5 ພາຣ໌ ຕ່ຳກວ່າກຳນົດ ຫຼັງຈາກທີ່ລາວໄດ້ຕີ 3 ຮອບທຳອິດ ເທົ່າກັບກຳນົດ 72 ພາຣ໌ ຫຼື ທີ່ເອີ້ນວ່າ even par ນັ້ນ.

ແຕ່ມັນໄດ້ກາຍເປັນການພັງທະລາຍລົງ ຢ່າງໃຫຍ່ຫຼວງ ຂອງຜູ້ປ້ອງກັນແຊ້ມ ທ້າວ Jordan Spieth ຂອງສະຫະລັດ ຜູ້ທີ່ໄດ້ນຳໜ້າມາຕະຫຼອດ 3 ຮອບ ຫຼັງຈາກແຕ່ລະ ຮອບ ທີ່ຮັບປະກັນຢ່າງແນ່ນອນວ່າ ຈະເປັນການກ່າວຂານເຖິງ ໃນຫຼາຍປີຂ້າງໜ້າ.

ທ້າວ Spieth ນັກກລັອຟ ອັນດັບສອງຂອງໂລກ ໄດ້ປາກົດວ່າ ຄວບຄຸມເກມໄດ້ດີ ແລະ ກຳລັງຈະໄປສູ່ເສັ້ນທາງ ທີ່ຈະໄດ້ຕຳແໜ່ງ Masters ເທື່ອທີສອງລຽນຕິດ ຫຼັງຈາກທີ່ຕີ ໄດ້ 4 birdies ຫຼື ລົບ 4 ລຽນຕິດ ຢູ່ໃນບັດນັບຄະແນນຂອງລາວ ຖືວ່າເປັນການຕີລົງ 9 ຂຸມ ໜ້າທຳອິດ ຂອງຮອບສຸດທ້າຍ ຮຽບຮ້ອຍແລ້ວ. ອັນນັ້ນ ໄດ້ເຮັດໃຫ້ລາວ ມີຄະແນນ ລົບ 7 ພາຣ໌ ແລະ ເຮັດໃຫ້ລາວ ນຳໜ້າ ດ້ວຍ 5 ພາຣ໌ ເໜືອກວ່າ ທ້າວ Willet ນັກກລັອຟ ອັນດັບທີ 12 ດ້ວຍ 9 ຂຸມ ທີ່ຈະຕ້ອງໄດ້ຫຼິ້ນຕໍ່ໄປ.

ແຕ່ທ້າວ Spieth ໄດ້ໂບກກີ້ ຫຼື ຕີກາຍພາຣ໌ ໃນຂຸມທີ 10 ແລະ 11 ຕໍ່ຈາກນັ້ນ ໄດ້ຜິດ ພາດຢ່າງຮ້າຍແຮງ ໂດຍຕີໄດ້ 4 ໂບກກີ້ ຫຼື quadruple bogey ໃນຂຸມທີ 12 ພາຣ໌ 3 ລວມແລ້ວອອກ 7 ພາຣ໌ ຫຼັງຈາກທີ່ລາວຕີ ລູກກລັອຟຂອງລາວ ລົງນ້ຳສອງເທື່ອ. ລາວ ຟື້ນຕົວໄດ້ຄືນໜ້ອຍໜຶ່ງ ໂດຍຕີໄດ້ເບີດດີ້ ໃນຂຸມທີ 13 ແລະ 15 ແຕ່ໄດ້ໂບກກີ້ ຕື່ມອີກ ຢູ່ຂຸມທີ 17 ເຮັດໃຫ້ລາວໄດ້ໝົດໂອກາດ ຫຼັງຈາກທີ່ທ້າວ Willet ໄດ້ 3 ເບີດດີ້ ສາມຂຸມ ຂອງ 6 ຂຸມສຸດທ້າຍ.

ອ່ານຂ່າວເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG