ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກິລາ ໂອລິມປິກພິເສດ ຈະໃຊ້ສື່ສັງຄົມ ໃຫ້ເປັນປະໂຫຍດ ຕໍ່ການແຂ່ງຂັນ


HashtagVOA: #SpecialOlympics
please wait

No media source currently available

0:00 0:29:59 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ນັກກິລາຈາກທົ່ວໂລກ ຈະໄປເຕົ້າໂຮມກັນ ເພື່ອເຂົ້າຮ່ວມ​ໃນການ
ແຂ່ງຂັນງານມະຫາກຳ ກິລາໂລກໂອລິມປິກພິເສດ ທີ່ຈະຈັດຂຶ້ນ
ໃນເດືອນໜ້ານີ້ ໃນນະຄອນ Los Angeles. ນັກກິລາຈາກຫຼາຍ
ກວ່າ 170 ປະເທດຈະແຂ່ງຂັນກັນ ​ແຕ່ວັນທີ 25 ກໍລະກົດ ຫາ 2
ສິງຫາ. ສຳລັບການແຂ່ງຂັນໃນປີນີ້ ເປັນການແຂ່ງຂັນສຳລັບຄົນ
ໜຸ່ມນ້ອຍພິການ ເຊິ່ງໄດ້ມີການຈັດການແຂ່ງມາເກືອບຮອດ 50 ປີ
ແລ້ວ. ນັກຂ່າວ ວີໂອເອ Jason Walker ສົ່ງເລື່ອງນີ້ມາໃຫ້ພວກ
ເຮົາ ເຊິ່ງ ພຸດທະສອນ ຈະນຳສະເໜີລາຍອຽດໃຫ້ເຮົາໄດ້ຮັບຊາບ.

ກິລາ ໂອລິມປີກພິເສດ “ແປວໄຟແຫ່ງຄວາມຫວັງ” ແມ່ນກຳລັງເດີນທາງໄປສູ່ນະຄອນ Los Angeles. ບ່ອນທີ່ບັນດານັກກິລາຈາກ 170 ປະເທດ ເຂົ້າຮ່ວມໃນການແຂ່ງຂັນກິລາທັງໝົດ 25 ປະເພດທີ່ແຕກຕ່າງກັນ. ນັກກິລາ ອາເມຣິກັນໄດ້ພາກັນລຽນແຖວແລ່ນທວນໄຟເພື່ອ
ສະແດງໃຫ້​ເຫັນເຖິງການສະໜັບສະໜູນນັກກິລາ Team USA, ເຊິ່ງມີສະມາ​ຊິກລວມທັງໝົດ ເກືອບ 500 ຄົນ. ແລະນັ້ນກໍເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ.

ປະທານງານມະກຳກິລາໂອລິມປິກພິເສດ ທ່ານ Tim Shiver ໄດ້ກ່າວຕໍ່ລາຍການ Hashtag VOA ວ່າການແຂ່ງຂັນໃນປີນີ້ແມ່ນຈະນຳໃຊ້ສື່ສັງຄົມຫຼື Social media ເພື່ອຂະຫຍາຍການ ເຄື່ອນໄຫວຂອງກິລາ.

ທ່ານ Shiver ໄດ້ກ່າວວ່າ “ມັນບໍ່ມີຫຍັງທີ່​ກັນຄືກັບການປະຕິ​ຮູ​ບ ໃນສື່​ສັງຄົມ ເພື່ອຊ່ວຍ ເຫຼືອໃຫ້ພວກເຮົານຳເອົາສິ່ງທີ່ທ້າທາຍດັ່ງກ່າວນັ້ນອອກສູ່ປະຊາຊົນ. ແຕ່ກໍ່ຍັງໄດ້ເຊື້ອ ເຊີນໃຫ້ພວກເຂົາເຈົ້າແລກປ່ຽນຄວາມທ້າທາຍຂອງຕົນເອງ, ເພື່ອເຊີນໃຫ້ພວກເຂົາ ເຈົ້າຖ່າຍຮູບການເຂົ້າ​ຮ່ວ​ມຂອງພວກ​ເຂົາ​ເອງ, ເພື່ອບອກ ເລົ່າ ເລື່ອງຂອງພວກ​ເຂົາເອງ ກ່ຽວກັບ ວິທີທີ່ພວກເຂົາໄດ້ເອົາຊະນະຄວາມ ຢ້ານກົວ ແລະ ຄວາມລຳອຽງ.”

ທ້າວ Demetrius Cutchin ຈາກ Washington DC ແມ່ນໄດ້ເລີ່ມຝຶກຊ້ອມການຍິງປະຕູ ສຳລັບການແຂ່ງຂັນບານ​ເຕະ. ເມື່ອບໍ່ດົນມານີ້ ລາວໄດ້ບອກທ້າວ Sonny Young ນັກຂ່າວ ຂອງວີໂອເອ ວ່າລາວພ້ອມແລ້ວສຳລັບການແຂ່ງຂັນ.

ທ້າວ Sonny Young ໄດ້ກ່າວວ່າ “ຂ້ອຍຄິດວ່າພວກເຮົາຈະຊ້ອມຍິງລູກໂທດກິລາ​ບານເຕະ​ກ່ອນ… ຂ້ອຍຈະພະຍາຍາມ ປ້ອງກັນລູກ​ຍິງຂອງເຈົ້າ. ເຈົ້າຄິດວ່າຂ້ອຍ ຈະຢຸດລູກຍິງຂອງເຈົ້າໄດ້ບໍ?”

ທ້າວ Demetrius Cutchin ກ່າວວ່າ “ບໍ່ ເຈົ້າຢຸດຂ້ອຍບໍ່ໄດ້ດອກ. ຂ້ອຍໄວໂພດ, ຍ້ອນແນວນັ້ນແຫຼະ.”

ເຄືອຂ່າຍຂ່າວກິລາ ESPN ຂອງສະຫະລັດ ຈະລາຍງານຂ່າວທາງໂທລະພາບຂອງການ ແຂ່ງຂັນຮອບດ້ານ. ທ່ານ Tim Shriver ເອີ້ນມັນວ່າ “ການຈົບການສຶກສາຄັ້ງໃຫຍ່” ສຳລັບອົງການດັ່ງກ່າວ.

ທ່ານ Tim Shriver ໄດ້ເວົ້າວ່າ “ພວກເຮົາຈະນຳເອົາຄວາມຄິດແບບທີ່ວ່າ ກິລາ ໂອລິມປິກພິເສດແມ່ນໜ້າຮັກ ຫຼື ງົດງາມ ຫຼື ອ່ອນຫວານ. ແລະ ພວກເຮົາກໍຄົ້ນພົບ ໂຕເອງ ຢູ່ໃນເຄື່ອຂ່າຍໂທລະພາບ ທີ່ສະແດງໃຫ້ເຫັນວ່າກິລາ ເປັນດັ່ງຄວາມກ້າ ຫານ ແລະ ຄວາມຄ່ອງແຄ່ວ ແລະ ຕື່ນເຕັ້ນ ແລະ ຫຼາຍວິທີທາງໃນການເຮັດໃຫ້ ປະທັບໃຈ.”

ເຊິ່ງຮຽບຮ້ອຍແລ້ວ, ນັກກິລາປະມານ 5 ລ້ານຄົນເຂົ້າແຂ່ງຂັນຢ່າງໜ້ອຍເທື່ອໜຶ່ງໃນກິລາ ໂອລິມປີກພິເສດຂອງແຕ່ລະປີ. ອະດີດນັກກິລາພິເສດ ທ່ານ David Egan, ເຊິ່ງປະຈຸບັນ ນີ້ເປັນຜູ້ສົ່ງຂ່າວໂລກ ຂອງສາກົນ ສຳລັບການເຄື່ອນໄຫວດັ່ງກ່າວ, ເວົ້າວ່າ ລາວຫວັງວ່າ ຈາກການເຜີຍແຜ່ທີ່ເພີ່ມຂຶ້ນມັນຈະເປັນແຮງບັນດານໃຈ ແລະ ໃຫ້ການສຶກສາ:

ທ່ານ David Egan ເວົ້າວ່າ “ກິລາໂອລິມປິກພິເສດ ໄດ້ປ່ຽນ ຊີວິດຂອງຂ້ອຍ, ແລະ ມັນກໍສາມາດປ່ຽນຊີວິດຂອງເຈົ້າໄດ້ຄືກັນ. ເຈົ້າເບິ່ງໂຄງການພວກນັກກິລາໜຸ່ມແມ, ເຈົ້າຈະເຫັນໃບໜ້າອັນເບີກບານມ່ວນຊື່ນຂອງພວກເຂົາ. ມັນແມ່ນສຳລັບຄົນທຸກ ໄວ, ທຸກຄວາມສາມາດ…ມັນແມ່ນແບບຢ່າງທີ່ດີຫຼາຍສຳລັບການທີ່ພວກເຂົາສາມາດເປັນ ສະມາຊິກໃນການປະກອບສ່ວນ ຂອງສັງຄົມ.”

Athletes from around the globe are coming together next month for the 2015 Special Olympics World Games in Los Angeles.Athletes from more than 170 countries will compete from July 25th to August 2nd. But this year's games will be a graduation of sorts for an organization that's served young people with disabilities for nearly 50 years. VOA's John Walker has a preview.

The Special Olympics "flame of hope" is on the road to Los Angeles.That's where athletes from some 170 countries will compete in 25 different sports.Americans have lined the torch route to show support for team USA, which has nearly 500 members.And that's just the beginning.
.
Special Olympics chairman Tim Shriver told Hashtag VOA that this year's event is using social media to expand the movement.

"There is nothing like the revolution in social media to help us bring that challenge to people, but also to invite them to share their own challenge, to invite them to take their own photos of inclusion, to tell their own stories of how they've overcome fears and prejudices."

Demetrius Cutchin of Washington DC is already practicing his kicks for the soccer competition.He recently told VOA's Sonny Young that he's ready for action.

"I think we're going to do a little penalty kick shooting in soccer... I'm going to try stop your shot? Do you think I can stop your shot?"

"No, you can't stop me. I'm too quick, that's why!"
((Sonny:)) "okay". (laughter)

In another first, the US sports network ESPN will carry comprehensive TV coverage of the games. Tim Shriver calls that "a big graduation" for the organization.

"We're getting out of the idea that the Special Olympics is just cute or nice or sweet, and we're finding ourselves on the television network that features sports as courageous and brave and skillful and dramatic and in so many ways captivating"

Already, some 5 million athletes compete in at least one Special Olympics event annually.Former special athlete David Egan, who's now an international global messenger for the movement, says he hopes the increased exposure will inspire and educate:

""Special Olympics changed my life, and it can change yours. Look at the young athletes program, // you see the joy on their faces. It's for all ages, all abilities...It's a great example for how they can be contributing members of society."

XS
SM
MD
LG