ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວທົບ​ທວນ​ ແຜນການ​ ພັດທະນາ​ ເຂດ​ເສດຖະກິດ ​ພິ​ເສດ​ ໃນ​ທົ່ວ​ປະ​ເທດ


ເຂດເສດຖະກິດພິເສດສະຫວັນເຊໂນ
ເຂດເສດຖະກິດພິເສດສະຫວັນເຊໂນ
ລັດຖະບານ​ລາວທົບ​ທວນ​ແຜນການ​ພັດທະນາ​ແລະ​ການ​ສ້າງ​
ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ໃນ​ທົ່ວ​ປະ​ເທດ ​ໂດຍ​ຍັງ​ຈະບໍ່ອະນຸ
ຍາດໃຫ້​ສ້າງ​ຕັ້ງ​ເຂດ​ໃໝ່​ຂຶ້ນມາ​ໃນ​ລະຍະ​ນີ້ ທັງ​ຈະ​ບໍ່​ອະນຸຍາດ​
ໃຫ້​ມີ​ບ່ອນ​ກາສິໂນ​ອີກ​ດ້ວຍ.


ທ່ານ​ສົມ​ສະຫວາດ ​ເລັ່ງສະ​ຫວັດ ຮອງ​ນາ​ຍົດ​ລັດຖະມົນຕີ​ຜູ້​ຊີ້​
ນໍາ​ວຽກ​ງານ​ດ້ານ​ເສດຖະກິດ ຂອງ​ຄະນະ​ລັດຖະບານ​ລາວ ​
ແລະ​ປະທານ​ຄະນະ​ກໍາມະການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​
ເສດ ​ແລະ​ເຂດ​ເສດຖະກິດ​ສະ​ເພາະ​ແຫ່ງ​ຊາດ ​ໄດ້​ໃຫ້ການ​ຢືນຢັນ​ກັບ​ວີ​ໂອ​ເອ ທີ່​ນະ
ຄອນ​ວຽງ​ຈັນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ລັດຖະບານ​ລາວ​ກໍາລັງ​ດໍາ​ເນີນ​ການ​ທົບ​ທວນ​ແຜນການ​
ພັດທະນາ​ ​ແລະການ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ເສດຖະກິດ​ສະເພາະ
ຢ່າງຮອບ​ຄອບ​ຢູ່​ໃນ​ເວລາ​ນີ້.

​ສາ​ເຫດ​ທີ່​ເຮັດ​ໃຫ້​ຕ້ອງ​ມີ​ການ​ທົບ​ທວນ​ແຜນການ​ດັ່ງກ່າວ​ ກໍ​ຍ້ອນ​ວ່າ​ການ​ຄຸ້ມ​ຄອງ​ເຂດເສດ
ຖະກິດ​ພິ​ເສດ​ແລະ​ເຂດ​ເສດຖະກິດ​ສະ​ເພາະ​ທີ່​ມີ​ຢູ່​ທັງ​ໝົດ 10 ​ແຫ່ງ​ໃນ​ປັດຈຸບັນ​ນີ້ ​ໄດ້ດໍາ​
ເນີນ ​ໄປ​ພາຍ​ໃຕ້ສະພາວະ​ທີ່​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ໃນ​ບາງດ້ານ ຈຶ່ງ​ເຮັດ​ໃຫ້​ມີ​ບັນຫາ​ຍໍ້ທໍ້​ເກີດ​ຂຶ້ນຢູ່​ໃນ ບາງ​ເຂດ ຕົວຢ່າງ​ກໍ​ຄື ການ​ທີ່​ໄດ້​ອະນຸຍາດ​ໃຫ້​ມີ​ບ່ອນ​ກາສິ​ໂນ ຢູ່​ໃນ​ເຂດ​ເສ​ດຖະກິດ​ພິ​ເສດ​ບໍ່ ​ເຕັນ​ແດນ​ງາມ ທີ່​ຕັ້ງ​ຢູ່​ທີ່​ຊາຍ​ແດນ​ຈີນ​ກັບ​ລາວ ​ໃນ​ເຂດ​ແຂວງ​ຫຼວງ​ນໍ້າ​ທາ​ນັ້ນ ກໍ​ປາກົດ​ວ່າ​ມີ ບັນຫາ​ອາດຊະຍາ​ກໍາ​ຫຼາຍ​ຂຶ້ນນັບ​ມື້ ຊຶ່ງ​ກໍ​ເປັນສາ​ເຫດ ທີ່​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ສັ່ງ​ປິດ​ບ່ອນ​ກາສິ​ໂນ​ດັ່ງ​ກ່າວ ນັບ​ເປັນ​ເວລາ​ກວ່າ​ນຶ່ງ​ປີ​ມາ​ແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ບັນຫາ​ດັ່ງກ່າວ ຍັງ​ເຮັດ​ໃຫ້​ທາງ​ການ​ລາວ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ບໍ່​ອະນຸຍາດ ​ໃຫ້​ມີ​ບ່ອນ​ກາສິ​ໂນ​ຢູ່​ເຂດ​ເສດຖະກິດ​ພິ​ເສດ ທີ່​ຈະ​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ໃນ​ລະຍະ​ຕໍ່​ໄປ​ອີກ​ດ້ວຍ ​ໂດຍ ຈະ​ອະນຸຍາດ​ໃຫ້​ມີ​ບ່ອນ​ກາສິ​ໂນ​ສະ​ເພາະ​ເຂດ​ທີ່​ມີ​ຢູ່​ແລ້ວ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການຢືນຢັນ​ວ່າ:
ໂຮງກາຊີໂນ ຄິງ ໂຣມັນຂອງຈີນ
ໂຮງກາຊີໂນ ຄິງ ໂຣມັນຂອງຈີນ

“ບ່ອນ​ກາສິ​ໂນ ມັນ​ມີ​ເກີດ​ເລື່ອງກັນ ມີ​ການ​ຂ້າ​ກັນ ​
ແຕ່​ອີ​ສັງ​ກັນ​ແທ້ ​ແລ້​ວລັດຖະບານ​ເຫັນ​ວ່າ ​ເປັນ​ການ​
ກະທົບກະ​ເທືອນ​ເຖິງ​ການ​ພົວພັນ​ລາວ​ກັບ​ຈີນ ຈຶ່ງ​
ໄປ​ເຈລະຈາ​ກັບ​ຜູ້​ພັດທະນາ​ຫັ້ນ ​ແລະ​ໃນ​ທີ່​ສຸດ​ເຂົາ
​ກະ​ເຫັນ​ດີ​ຍົກ​ເລີກ​ບໍ່​ໃຫ້​ມີ​ກາສິ​ໂນ ສະ​ນັ້ນ ລັດຖະບານ​
ຈຶ່ງ​ເວົ້າ​ວ່າ​ ໃຫ້​ຢຸດ​ໄວ້ກ່ອນ​ວ່າ​ຈັ່ງ​ຊັ້ນ​ສາ ​ແຕ່​ວ່າ​ອັນ​
ທີ່​ມີ​ແລ້ວ​ກໍ​ຈໍາ​ເປັນ​ຕ້ອງ​ປະຕິບັດ​ຕາມ​ສັນຍາ ​ເມື່ອ
ໝົດ​ສັນຍາ​ແລ້ວ ​ແລ້ວ​ກະ​ເຊົາ ວ່າ​ແນວ​ນັ້ນ​ແຫຼະ
ບໍ່​ຂະຫຍາຍ​ໃໝ່.”


​ໃນ​ປັດຈຸບັນ​ ທາງ​ການ​ລາວ​ໄດ້​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ ແລະ​ເຂດ​ເສດຖະກິດ​ສະເພາະ
​ແລ້ວ 10 ​ແຫ່ງ ຈາກ​ແຜນການ​ທີ່​ຈະ​ສ້າງ​ຕັ້ງ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 20 ​ແຫ່ງ​ພາຍ​ໃນ​ປີ 2015
​ໂດຍ​ເຂດ​ທໍາ​ອິດ​ນັ້ນ ກໍ​ແມ່ນ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ​ໃນ​ແຂວງ​ສະຫວັນນະ
​ເຂດ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປ 2003 ຕິດຕາມ​ດ້ວຍ​ເຂດ​ເສ​ດຖະກິດ​ພິ​ເສດ​ບໍ່​ເຕັນ​ແດນ​ງາມ​ຢູ່​ແຂວງ​ຫຼວງ​ນໍ້າ​ທາ ທີ່​ສ້າງ​ຕັ້ງ​ຂື້ນ​ໃນ​ປີີດ​ຽວກັນ ​ແຕ່​ທີ່​ຖື​ວ່າ​ໄດ້​ມີ​ການ​ພັດທະ​ນ່າຢ່າງ​ໄວວາ
ທີ່​ສຸດ​ກໍ​ແມ່ນ​ເຂດເສດຖະກິດ​ພິ​ເສດ​ສາມຫຼ່ຽມ​ຄໍາ ທີ່​ເມືອງ​ຕົ້ນ​ເຜີ້ງ ​ແຂວງ​ບໍ່​ແກ້ວ.

ສ່ວນ​ນະຄອນ​ວຽງ​ຈັນ​ນັ້ນ ກໍ​ຖື​ເປັນ​ເຂດ​ທີ່​ມີ​ການ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ແລະ​ເຂດ​ເສດຖະກິດສະ​ເພາະ​ຫຼາຍ​ທີ່​ສຸດ ​ໂດຍ​ມີ​ຢູ່​ເຖິງ 5 ເຂດ​ດ້ວຍ​ກັນ ​ແລະ​ໃນ​ຈໍານວນ​ນີ້ ກໍ​ມີ​ຢູ່ 4 ພື້ນ​ທີ່ດ້ວຍ​ກັນ ​ທີ່​ເປັນ​ການ​ຍົກ​ລະດັບ​ຈາກ​ເຂດ​ພັດທະນາ​ທົ່ວ​ໂປ ຊຶ່ງ​ກໍ​ຄື​ເຂດ​ນິຄົມ​ອຸດ
ສະຫະກໍາ ແລະ​ການ​ຄ້າ​ວຽງ​ຈັນ-​ໂນນ​ທອງ ​ເຂດ​ເສ​ດຖະກິດສະ​ເພາະ​ດົງ​ໂພ​ສີ ​ເຂດ​ເສດຖະ
ກິດ​ສະ​ເພາະ ລ່ອງ​ແຖງ-ວຽງ​ຈັນ ​ແລະ​ເຂດພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ ສ່ວນ​ເຂດ​ທີ 5 ນັ້ນ ​ເປັນ​ເຂດ​ທີ່ ສ້າງ​ຕັ້ງ​ຂຶ້ນ​ໃໝ່ ກໍ​ຄື​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫຼວງ.

ທັງ​ນີ້​ ອໍານາດ​ການ​ປົກຄອງ​ເຂດ​ນະຄອນ​ວຽງ​ຈັນ ກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ເຂດ ​ເສດຖະກິດ​ສະ​ເພາະ​ທັງ 5 ​ເຂດ​ໃຫ້​ເກີດ​ຂຶ້ນຢ່າງ​ເປັນ​ຮູບ​ປະ​ທໍາ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນຈາກ​ຕ່າງປະ​ເທດ​ໃຫ້​ເຂົ້າມາ​ໃນ​ເຂດ​ນະຄອນ​ວຽງ​ຈັນ ​ໃຫ້​ຫຼາຍ​ຂຶ້ນຢ່າງ​ຕໍ່ເນື່ອງ
​ແລະ​ຖືເປັນ​ພາກສ່ວນ​ອັນ​ສໍາຄັນ​ທີ່​ຈະ​ພັດທະນາ ​ໃຫ້​ນະຄອນ​ວຽງ​ຈັນ​ເປັນ​ເຂດ​ອຸດສະຫະ
ກໍາ​ທີ່​ທັນ​ສະ​ໄໝ ​ໃນ​ອະນາຄົດ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສົມ​ສະຫວາດ​ ກໍ​ຍອມຮັບ​ວ່າ ການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ
​ໃນ​ລາວ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຊັກ​ຊ້າ ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ເສ​ດຖະກິດ​ພິ​ເສດສະຫວັນ-
​ເຊ​ໂນ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2003 ​ແຕ່​ກໍ​ຍັງ​ມີ​ການ​ພັດທະນາ​ທີ່​ຊັກ​ຊ້າຫຼາຍ ​ເມື່ອ​ທຽບກັບເຂດ​
ເສດຖະກິດ​ພິ​ເສດ​ສາມຫຼ່ຽມ​ຄໍາ ທີ່​ລົງທຶນ 100% ​ໂດຍ​ກຸ່ມ​ບໍລິສັດ​ທຸລະ​ກິດ​ຈາກ​ຈີນ.

ນອກຈາກ​ນີ້ ລັດຖະບານ​ລາວ​ໄດ້​ວາງ​ເປົ້າໝາຍ ​ທີ່​ຈະ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ແລະ​
ເຂດ​ເສດຖະກິດ​ສະ​ເພາະ​ໃນ​ເຂດ​ແຂວງ​ຕ່າງໆ ​ໃຫ້​ໄດ້​ທັງ​ໝົດ​ເຖິງ 41​ ​ແຫ່ງ​ໃນ​ທົ່ວ​ປະ​ເທດ
​ອີກດ້ວຍ ຫາກ​ແຕ່​ວ່າ​ກໍ​ຍັງ​ບໍ່​ມີ​ການ​ກໍານົດ​ຢ່າງ​ຊັດ​ເຈນ​ວ່າ​ຈະ​ດໍາ​ເນີນ​ການ​ໃຫ້​ບັນລຸ​ເປົ້າ
ໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ເມື່ອ​ໃດ​ແທ້.
XS
SM
MD
LG