ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານສະເປນ ຮັບຟັງ ຄະດີຟ້ອງຮ້ອງ ອະດີດປະທານ ປະເທດຈີນ


ທ່ານ ຫູ ຈິນເຖົາ (ຢືນ) ອະດີດປະທານປະເທດຈີນ
ທ່ານ ຫູ ຈິນເຖົາ (ຢືນ) ອະດີດປະທານປະເທດຈີນ
ສານ​ແຫ່ງ​ນຶ່ງ​ຂອງ​ສະ​ເປ​ນ ​ໄດ້ຕົກລົງ​ທີ່​ຈະ​ຮັບ​ຟັງຄະດີ​ຟ້ອງ​ຮ້ອງນຶ່ງ ທີ່​ກ່າວ​ຫາ​ວ່າ ອະ ດີດ​ ປະທານ​ປະ​ເທດ​ຈີນ ທ່ານ ຫູ ຈິນ​ເຖົາ ໄດ້ທໍາ​ການ​ຂ້າ​ລ້າງ​ເຊື້​ອຊາດຢູ່​ໃນ​ທິ​ເບ​ດ.

ຄະດີຟ້ອງ​ຮ້ອງດັ່ງກ່າວ ທີ່​ຍື່ນ​ໂດຍ​ຄະນະ​ກໍາມະການ​ສະໜັບສະໜຸນ​ທິ​ເບ​ດ ຢູ່​ໃນ​ນະ ຄອນຫຼວງ Madrid ​ກ່າວ​ຫາ​ວ່າ ທ່ານ ຫູ ຈິນ​ເຖົາ ​ເປັນ​ຜູ້ຮັບຜິດ ຊອບ​ຕໍ່​ໂຄງການ​ກົດ​ຂີ່​ປາບ​ປາມ​ຕ່າງໆ ​ເວລາ​ທ່ານ​ເປັນ​ເຈົ້າໜ້າ​ທີ່​ລະດັບ​ສູງ​ສຸດ​ຂອງ​ຈີນ​ຢູ່​ໃນ​ທິ​ເບ​ດ ຈາກ​ປີ 1988 ຫາ ປີ 1992. ສໍານວນຟ້ອງ​ນີ້​ຍັງ​ເວົ້າ​ວ່າ ​ໃນ​ຖານະ​ເປັນປະທານ​ປະ​ເທດ​ຈີນ ຈາກ ປີ 2003 ຫາ​ປີ 2013 ນັ້ນ ທ່ານ ຫູ ຈິນ​ເຖົາ ເປັນ​ຜູ້​ຮັບຜິດຊອບ​ຕໍ່ເຫດການກໍ່​ອາຊະຍາ​ກໍາ​ ຕ້ານຊາວ​ທິ​ເບ​ດ ຕື່​ມອີກ.

​ໃນ​ການ​ຕັດສິນ​ທີ່​ນໍາ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້ ສານ​ອຸທອນ ​ແຫ່ງ​ນຶ່ງ ​ເວົ້າ​ວ່າ ລະບົບ​ກົດໝາຍ​ສະ​ເປ​ນ ອະນຸຍາດ​ໃຫ້​ຮັບ​ຟັງ​ຄະດີ​ຟ້ອງ​ຮ້ອງ​ດັ່ງກ່າວ​ນີ້ ກໍຍ້ອນ​ວ່າ ຜູ້​ເຄາະຮ້າຍຄົນ​ນຶ່ງໃນເຫດການ​ຂ້າ​ລ້າງ​ເຊື້​ອ ຊາດ​ຄັ້ງນັ້ນ ເປັນ​ຊາວ​ສະ​ເປ​ນ.

ຝ່າຍ​ໂຈດ​ຂອງ​ຄະດີນີ້ ​ເປັນ​ພະ​ສົງອົງ​ນຶ່ງ ຊື່ Thubten Wangchen ຜູ້​ທີ່​ໄດ້​ໃຫ້​ສໍາ ພາດ​ກັບ​ວີ​ໂອ​ເອ ພະ​ແນ​ກພາສາ​ທິ​ເບ​ດ ​ເມື່ອ​ວັນ​ສຸກ​ຜ່ານ​ມາ.

ຈີນ​ໄດ້​ຕໍາ​ໜິຕິຕຽນ​ການ​ຕັດສິນ​ຂອງ​ສານສະ​ເປ​ນ ​ໂດຍ​ກ່າວ​ວ່າ ກິດຈະ​ກໍາ​ໃດໆ​ຂອງ​ທິ​ເບ​ດ ​ແມ່ນ​ບັນຫາຂອງ​ພາຍ​ໃນ​ປະ​ເທດ. ກະຊວງ​ຕ່າງປະ​ເທດ​ຈີນ ​ເວົ້າ​ວ່າ ຕົນ​ຄັດຄ້ານ​ຕໍ່​ການ​ແຊກ​ແຊງ​ໂດຍ​ປະ​ເທດ​ອື່ນ ​ເຂົ້າໃນ​ເລຶ່ອງ ພາຍ​ໃນ​ປະ​ເທດ​ຂອງ​ຕົນ.
XS
SM
MD
LG