ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກຕີກັອຟ ສະເປນ Sergio Garcia ຊະນະ ລາຍການກັອຟໃຫຍ່ Masters ຂອງ ສຫລ


ທ້າວ Sergio Garcia ນັກຕີກັອຟ ຈາກສະເປນ ຖືຂັນລາງວັນ ອັນດັບທີນຶ່ງ ໃນຂະນະທີ່ໃສ່ເສື້ອໃຫຍ່ ສີຂຽວ ຫຼັງຈາກທີ່ໄດ້
ເອົາຊະນະຕຳແໜ່ງ ຂອງ Masters ໃນການຕັດສິນ ດ້ວຍ
ການຕີຫລຸມນຶ່ງເພີ່ມຕື່ມ, ວັນທີ 9 ເມສາ 2017, ໃນນະຄອນ Augusta ລັດ Georgia.
ທ້າວ Sergio Garcia ນັກຕີກັອຟ ຈາກສະເປນ ຖືຂັນລາງວັນ ອັນດັບທີນຶ່ງ ໃນຂະນະທີ່ໃສ່ເສື້ອໃຫຍ່ ສີຂຽວ ຫຼັງຈາກທີ່ໄດ້ ເອົາຊະນະຕຳແໜ່ງ ຂອງ Masters ໃນການຕັດສິນ ດ້ວຍ ການຕີຫລຸມນຶ່ງເພີ່ມຕື່ມ, ວັນທີ 9 ເມສາ 2017, ໃນນະຄອນ Augusta ລັດ Georgia.

ນັກຕີກັອຟ ອະວຸໂສ ຊາວສະເປນ ທ້າວ Sergio Garcia ໄດ້ຄົ້ວເອົາຕຳແໜ່ງລາຍການ
ໃຫຍ່ຂອງກັອຟ ເປັນຄັ້ງທຳອິດຂອງຜູ້ກ່ຽວ ໃນທີ່ສຸດ ໂດຍການເອົາຊະນະ ນັກຕີກັອຟ
ຈາກອັງກິດ ທ້າວ Justin Rose ໃນລາຍການ Masters Championship ຢູ່ທີ່
ນະຄອນ Augusta ລັດ Georgia ໃນການຕີຫລຸມຕັດສິນຊີ້ຂາດ ເມື່ອວັນອາທິດວານນີ້.

Sergio Garcia, ຊ້າຍ, ຈັບມືກັບ Justin Rose, ຫຼັງຈາກທີ່ໄດ້ putt ເຂົ້າໄດ້ເບີດດີ້ ໃນຫລຸມທີ 18 ຖືວ່າເປັນຜູ້ຊະນະ ລາຍການກັອຟໃຫຍ່ the Masters ຂອງສະຫະລັດ
Sergio Garcia, ຊ້າຍ, ຈັບມືກັບ Justin Rose, ຫຼັງຈາກທີ່ໄດ້ putt ເຂົ້າໄດ້ເບີດດີ້ ໃນຫລຸມທີ 18 ຖືວ່າເປັນຜູ້ຊະນະ ລາຍການກັອຟໃຫຍ່ the Masters ຂອງສະຫະລັດ

ນັກຕີກັອຟທັງສອງຄົນ ເປັນເພື່ອນກັນມາໄດ້ດົນນານແລ້ວ ແລະ ພວກເຂົາເຈັ້າທັງສອງ
ໄດ້ຕີເປັນທີ່ສຳເລັດ ຕາມກົດລະບຽບ ໂດຍມີຄະແນນ ຕີໄດ້ຕ່ຳກວ່າ ກຳນົດຂອງ par ຄື
ລົບ 9. ໃນອີກຫລຸມນຶ່ງເພີ່ມຕື່ມ ບ່ອນທີ່ພວກເຂົາເຈົ້າ ໄດ້ກັບຄືນໄປຕີ ຫລຸມທີ 18 par 4
ອີກເທື່ອນຶ່ງນັ້ນ ທ້າວ Rose ຕີລູກທຳອິດ ຂອງລາວ ເຂົ້າໄປໃນ ບ່ອນຫົກເຮື້ອ ແລະ
ຜູ້ກ່ຽວບໍ່ສາມາດຕີໄປຮອດ ພື້ນທີ່ຂອງຂຸມ ຫຼືເອີ້ນວ່າ green ນັ້ນ ໃນເທື່ອທີສອງໄດ້. ລາວຈຶ່ງຕີໄດ້ 1 ໂບກກີ້ (boggie) ຫຼື 5 par.

ສ່ວນທ້າວ Garcia ພຽງແຕ່ຕ້ອງການເດາະ ຫຼື putt ສອງບາດຢູ່ເທິງ green ກໍຈະ
ຊະນະ ລາວ ໄດ້ ແຕ່ທ້າວ Garcia ໄດ້ putt ເຂົ້າໄລຍະ 4 ແມັດ ຈຶ່ງໄດ້ ເບີດດີ້ (birdie)
ຫຼື ລົບ 1 ໝາຍຄວາມວ່າຕີເຂົ້າ 3 ເທື່ອ. ລາວໄດ້ putt ໃນຫລຸມດຽວກັນນີ້ ພາດໄປ
ໃນໄລຍະທໍ່ກັນ ທີ່ຈະເຮັດໃຫ້ລາວຊະນະ ໃນການຕີຄົບຕາມລະບຽບການ.

Sergio Garcia ມີອາການດີໃຈ ທີ່ ໄດ້ເບີດດີ້ ໃນຫລຸມທີ 18 ໃນການຊະນະ the Masters, ວັນທີ 9 ເມສາ 2017.
Sergio Garcia ມີອາການດີໃຈ ທີ່ ໄດ້ເບີດດີ້ ໃນຫລຸມທີ 18 ໃນການຊະນະ the Masters, ວັນທີ 9 ເມສາ 2017.

ຫຼັງຈາກ ທ້າວ Garcia ໄດ້ກອດຜູ້ຊ່ວຍແນະນຳ ພາຍຖົງກັອຟ ຫຼືເອີ້ນວ່າ caddie ແລ້ວ
ຝູງຜູ້ຊົມ ໄດ້ຮ້ອງໂຮອອກມາຢ່າງສະໜັ່ນຫວັ່ນໄຫວ ວ່າ “Sergio Sergio Sergio!”
ທ້າວ Garcia ໄດ້ກຳກ່ຳປັ້ນທັງສອງແຂນຂອງລາວ ແລະ ທຸບລົງດິນຂອງ green ດ້ວຍ
ຄວາມດີອົກດີໃຈ ແລະ ຕໍ່ຈາກນັ້ນ ຄູ່ໝັ້ນຂອງລາວ ກໍໄດ້ເຂົ້າໄປຫາລາວຢູ່ໃນ green
ແລ້ວອ້ອມກອດລາວຢ່າງແໜ້ນ ແລະໄດ້ຫອມແກ້ມລາວ.

ມັນເປັນເວລາທີ່ຄອຍຖ້າມາດົນນານແລ້ວນັ້ນແມ່ນຄຳເວົ້າຂອງ ທ່າວ Garcia
ອາຍຸ 37 ປີ ຫຼັງຈາກການຄອຍຖ້າ ສອງທັດສະວັດ ຜ່ານມາ ຊຶ່ງ ລາວໄດ້ຕີກັອຟ ໃນ 73
ລາຍການໃຫຍ່ໆ. ລາວເວົ້າຕໍ່ໄປວ່າ ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າ ໄດ້ມັນແລ້ວ ໃນ
ຫລຸມທີ 18 ຄົບຕາມບຽບການ. ຂ້າພະເຈົ້າຮູ້ສຶກວ່າ ມື້ນີ້ ຄວາມສະຫງົບອາລົມ ທີ່ຂ້າ
ພະເຈົ້າມີ ຂ້າພະເຈົ້າບໍ່ເຄີຍຮູ້ສຶກມາກ່ອນ ໃນລາຍການໃຫຍ່ນີ້ ໃນວັນອາທິດ.
ແມ່ນກະທັງ ຫຼັງຈາກທີ່ໄດ້ ໂບກກີ້ ສອງອັນ ຂ້າພະເຈົ້າກໍຍັງຮູ້ສຶກດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG