ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະເປນ ຕົກຢູ່ໃນສະພາວະ ເສດຖະກິດ ຖົດຖອຍ (ເບິ່ງວີດີໂອ)


ແຜນທີ່ສະເປນ.
ແຜນທີ່ສະເປນ.

















ເສດຖະກິດ​ຂອງ​ສະ​ເປ​ນ ຕົກ​ຢູ່​ໃນ​ສະພາບ​ຖົດຖອຍ.

ຂໍ້​ມູນ​ຂອງ​ສະ​ຖາ​ບັນ​ສະຖິຕິ​ຂອງ​ສະ​ເປ​ນສະ​ແດງ​ໃຫ້​ເຫັນໃນ​ວັນ​ຈັນມື້​ນີ້​ວ່າ ການ​ເສດຖະກິດ​ຂອງ​ປະ​ເທດ​ໄດ້​ຫົດ​ໂຕ​ເຂົ້າ 0.3​ ເປີ​ເຊັນ.

ໃນ​ໄຕ​ມາດ​ທໍາ​ອິດ​ຂອງ​ປີ 2012 ຫຼັງ​ຈາກ​ການ​ຫົດ​ໂຕ​ເຂົ້າໃນ​ທໍານອງ​ດຽວ​ກັນ​ນີ້​ໃນ​ໄລຍະ 3 ​ເດືອນ​ສຸດ​ທ້າຍ​ຂອງ​ປີ​ແລ້ວ​ນີ້.

ຂ່າວ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ອົງການ​ໃຫ້ຄະ​ແນນ​ຄວາມໜ້າ​ເຊື່ອ​ຖື​ ດ້ານການ​ເງິນ Standard & Poor’s ​ໄດ້ລົດ​ລະດັບຄວາມໜ້າ​ເຊື່ອ​ຖືຂອງ​ ​ທະນາຄານ​ຊັ້ນ​ນໍາ​ຫຼາຍ​ແຫ່ງ​ຂອງ​ສະ​ເປ​ນລົງ ຮວມທັງ​ທະ​ນາຄາ​ນ BBVA ​ແລະ Santander.

ພວກ​ທະນາ​ຄານ​ອື່ນໆ​ທີ່​ລົດ​ລະດັບ​ລົງ​ແມ່ນ​ຮວມທັງ​ທະ​ນາ​ຄານ Banesto, Banco Sabadell, Ibercaja, Banca Civica, Kutxabank, Bankinter ​ແລະ BBSA.

ໃນ​ສັບປະດາ​ຜ່ານ​ມາ​ນີ້ ອົງກາ​ນ S&P ຕັດ​ລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ສະ​ເປ​ນລົງ 2 ຈຸດ ​ໂດຍ​ກ່າວ​ວ່າ ພາບ​ພົດ​ແມ່ນ​ຢູ່​ໃນ​ທາງ​ລົບ.

ໃນ​ການ​ລົດ​ລະດັບ​ໜີ້​ສິນ​ຂອງ​ສະ​ເປ​ນ​ລົງ​ຈາກ​ລະດັບ A ລັງ​ມາ​ເປັນ​ລະດັບ BBB+, ອົງກາ​ນ S&P ​ໄດ້ອ້າງ​ອັນ​ທີ່​ເອີ້ນ​ວ່າ ການສ່ຽງ​ໄພທີ່ວ່າ​ໜີ້​ສິນ​ຂອງ​ສະ​ເປ​ນສາມາດ​ຂະຫຍາຍ​ອອກ​ໄດ້​ອີກ ໃນ​ຂະນະ​ທີ່​ການ​ເສດຖະກິດ​ຫົດ​ໂຕ​ເຂົ້າ​ນັ້ນ.

ອົງການ​ໃຫ້ຄະ​ແນນ​ຄວາມ​ເຊື່ອ​ຖື​ໃນ​ດ້ານ​ການ​ເງິນ​ທໍານາຍ​ວ່າ ​ເສດຖະກິດ​ຂອງ​ສະ​ເປ​ນຈະ​ຫົດ​ໂຕ​ເຂົ້າ 1.5 ​ເປີ​ເຊັນ​ໃນ​ປີ​ນີ້ ຫຼັງຈາກ​ທີ່​ໄດ້ທໍານາຍ ກ່ອນ​ໜ້າ​ນີ້ວ່າ ​ເສດຖະກິດ​ຈະເຕີບ​ໂຕ​ຂຶ້ນ​ເລັກ​ນ້ອຍ​ນັ້ນ.

ອົງການ S&P ກ່າວ​ວ່າ ລາຍ​ໄດ້​ຂອງ​ສ່ວນ​ບຸກຄົນທີ່​ຫລຸດ​ຕໍ່າລົງ ພວກ​ທຸລະ​ກິດ​ລົງທຶນໜ້ອຍ​ລົງ ການ​ຕັດ​ຄ່າ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ລົງເພື່ອເຮັດ​ໃຫ້​ງົບປະມານ​ມີ​ຄວາມ​ສົມ​ດູ​ນ ທັງ​ໝົດ​ນັ້ນ​ແມ່ນກໍາລັງລາກ​ດຶງໃຫ້ເສດຖະກິດ​ຂອງ​ສະ​ເປ​ນ​ ຕົກ​ຕໍ່າລົງ.

XS
SM
MD
LG