ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບໍລິສັດ SpaceX ປະສົບ​ຜົນ​ສຳ​ເລັດ ໃນການ ​​ນຳ​ເອົາຈະ​ຫລວດ ທີ່​ໃຊ້​ແລ້ວ ​ລົງ​​ຈອດ​


ຮູບພາບນີ້ ໄດ້ສົ່ງທາງ Twitter ໂດຍບໍລິນສັດ SpaceX ສະແດງໃຫ້ເຫັນຈະຫລວດ Falcon 9 ລົງຈອດໃນວັນທີ 6 ພຶດສະພາ, 2016.
ຮູບພາບນີ້ ໄດ້ສົ່ງທາງ Twitter ໂດຍບໍລິນສັດ SpaceX ສະແດງໃຫ້ເຫັນຈະຫລວດ Falcon 9 ລົງຈອດໃນວັນທີ 6 ພຶດສະພາ, 2016.

ບໍລິສັດ SpaceX ອີກ​ຄັ້ງ​ນຶ່ງ ໄດ້ປະສົບກັບ​ຜົນ​ສຳ​ເລັດ ​ໃນ​ການ​ນຳ​ເອົາ​ຈະຫລວດທີ່​ໃຊ້​ແລ້ວ​ ລົງ​ສູ່​ຖານ​ຈອດ​ຢູ່​ໃນ​ທະ​ເລ. ຄວາມ​ສຳ​ເລັດ​ນີ້ ໄດ້​ບັນລຸ​ຫລັງ​ຈາກຈະ​ຫລວດ​ໄດ້ສົ່ງ​ດາວ​ທຽມ​ຢິ່ປຸ່ນ ​ເຂົ້າ​ສູ່​ວົງໂຄຈອນ.

ຈະ​ຫລວດ​ທີ່​ບໍ່​ມີ​ຄົນ​ຂັບ Falcon 9 ​ໄດ້​ລົງສູ່​ຖານຈອດໃນ​ຕອນ​ເຊົ້າ​ວັນສຸກມື້ນີ້​ ຢູ່​ມະຫາ ​ສະມຸດ Atlantic ນອກ​ຝັ່ງ​ລັດ Florida ທາງພາກ​ໃຕ້​ຂອງ​ສະຫະລັດ.

​ໃນ​ເດືອນ​ແລ້ວ​ນີ້​ ບໍລິສັດ SpaceX ຂອງ​ຜູ້​ບໍລິຫານ​ອິນ​ເຕີແນັດ ທ່ານ Elton Musk ກ່າວ ​ວ່າ ​ຜົນສຳ​ເລັດໃນການນຳເອົາຈະ​ຫລວດ​ລົງມາຈອດ ຫລັງ​ຈາ​ກ​ໄດ້​ສົ່ງ​ຍານ​ຂົນ​ສົ່ງ ທີ່​ບໍ່​ມີ​ ຄົນ​ຂັບ ​ໄປ​ສູ່​ສະຖານີ​ອະວະກາດ​ນາ​ໆ​ຊາດ.

ບໍລິສັດ SpaceX ພວມ​ຊອກ​ຫາ​ທາງ​ ຢາກເຮັດ​ໃຫ້ເທັກ​ນິກ​ໃ​ນການ​ນຳ​ເອົາຈະ​ຫຼວດທີ່​ໃຊ້ ​ແລ້ວນັ້ນມາ​ໃຊ້​ຄືນ​ໃໝ່​ຄື​ກັນ​ກັບ​ເຮືອບິນ​ແທນ​ທີ່​ຈະປະຖິ້ມອຸບປະກອນ​ລາຄາ​ແພງນັ້ນລົງ​ ສູ່​ທະ​ເລ ຫລັງ​ຈາກ​ການ​ສົ່ງໃນແຕ່່ລະ​ເທື່ອ.

US SpaceX
please wait
Embed

No media source currently available

0:00 0:00:40 0:00

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG