ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍານ​ Dragon ​ອອກ​ຈາກ​ ສະຖານີອະວະກາດ ນາໆ​ຊາດ​ແລ້ວ (ວີດີໂອ)


ຍານອະວະກາດ Dragon ຊຶ່ງເປັນຍານລໍາລຽງສໍາພາລະລໍາທໍາອິດທີ່ສ້າງແລະເປັນເຈົ້າຂອງໂດຍເອກະຊົນໃນສະຫະລັດ
ຍານອະວະກາດ Dragon ຊຶ່ງເປັນຍານລໍາລຽງສໍາພາລະລໍາທໍາອິດທີ່ສ້າງແລະເປັນເຈົ້າຂອງໂດຍເອກະຊົນໃນສະຫະລັດ

ຍານ​ອະວະກາດ​ລຳລຽງ​ສຳພາລະ ທີ່ເອກະຊົນ​ສ້າງແລະ​ເປັນຂອງ​ເອກະ​ຊົນ ກໍ​າລັງເດີນທາງ​ກັບ​ຄືນ​ສູ່​ໂລກມະນຸດ ຫຼັງຈາກ​ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ທົດ​ລອງບິນໄປ​ຍັງ​ສະຖາ​ນີອະວະກາດນາໆ​ຊາດ.

ພວກນັກ​ບິນ​ອະວະກາດ ປະ​ຈໍາ​ສ​ະຖາ​ນີອະວະກາດ​ນາໆ​ຊາດ ໄດ້​ປ່ອຍຍານ Dragon ​ໃນ​ຕອນເຊົ້າຂອງວັນ​ພະຫັດ​ມື້ນີ້ ຈາກເຄື່ອງຈັບທີ່​ເປັນ​ຫຸ່ນ​ຍົນ​ຂອງ​ສະຖານີ ເພື່ອ​ໃຫ້​ຍານ​ລຳ​ນີ້ເລີ່​ມການບິນ​ທົດ​ລອງ​ຄັ້ງປະຫວັດສາດ​ຊ່ວງສຸດ​ທ້າຍ​ຂອງ​ຕົນ. ການ​ປ່ອຍ​ຍາ​ນດັ່ງກ່າວ​ແມ່ນ​ໄດ້ໃຊ້​ເວລາ​ຊົ່ວ​ໂມງ​ກວ່າໆ ຫຼັງຈາກ​ພວກ​ນັກ​ບິນ​ອະວະກາດ​ເທິງ​ສະຖານີອະ​ວະ​ກາດ​ນາໆ​ຊາດ ປົດ​ຍານອອກ​ຈາກ​ບ່ອນຈອດ ​ແລະ​ກໍ​ໄດ້ຍູ້​ຍານ​ອອກ​ໄປຈາກ​ສະຖານີ ທີ່ ກຳລັງ​ໂຄຈອນ​ອ້ອມ​ໂລກຢູ່​ນັ້ນ.

​ຖ້າ​ຫາກ​ບໍ່​ມີ​ອຸບັດ​ເຫດໃດໆ​ແລ້ວ ຍານ​ອະວະກາດທີ່​ບໍ່​ມີ​ຄົນ​ຂັບ​ລຳ​ນີ້ກໍຈະກັບຄືນ​ເຂົ້າສູ່​ບັນຍາ​ກາດຂອງ​ໂລກ​ແລະ​ຕົກລົງ​ໃສ່​ມະຫາ​ສະມຸດ​ປາຊິ​ຟິກ ນອກ​ຝັ່ງ​ລັດ​ແຄ​ລິຟໍ​ເນຍ ພາຍໃນ​ຕອນ​ເກືອບທ່ຽງ ຕາມເວລາທ້ອງ​ຖິ່ນຄື 11 ໂມງ​ 44 ນາທີ ມື້ນີ້.

ຍານ​ອະວະກາດ Dragon ​ໄດ້​ອອກ​ຈາກ​ສະຖານີ​ອະວະກາດນາໆ​ຊາດ​ໃນ​ໄລຍ​ະບໍ່​ເຖິງ​ນຶ່ງ​ອາທິດຫຼັງຈາກ​ໄດ້​ກາຍ​ເປັນ​ຍານ​ອະວະກາດ​ລໍາທໍາ​ອິດ​ທີ່​ ​ເອກະ​ຊົນ​ເປັນ​ເຈົ້າຂອງ ບັນທຸກ​ສະບຽງ​ສໍາພາລະ​ຕ່າງໆ​ໄປ​ຍັງ​ສະຖານີອະ ວະກາດນາໆ​ຊາດ. ອົງການອະວະກາດ​ຂອງ​ສະຫະລັດ​ຫຼື​ນາ​ຊາໄດ້​ບັນລຸ​ຂໍ້​ຕົກລົງ​ກັບ​ບັນ​ດາ​ບໍລິສັດ​ເອກະ​ຊົນ​ຈໍານວນ​ນຶ່ງ ​ເພື່ອ​ເຂົ້າຮັບ​ໜ້າທີ່ຕ່າງໆ​ແທນ​ຍານອະວະກາດ​ໄປ​ກັບທີ່​ປົດ​ກະສຽນ​ແລ້ວ​ ​ເພື່ອ​ນໍາ​ສົ່ງ​ສຳພາລະແລະ​ ໃນ​ທີ່​ສຸດ​ ກໍ​ບັນດານັກບິນ​ອະວະກາດ​ໄປ​ຍັງ​ສະຖານີ​ອະວະກາດນາໆ​ຊາດ​ນັ້ນນຳ.

ຖ້ຽວ​ບິນ​ຂອງຍານອະວະກາດ Dragon ນັບ​ວ່າ​ເປັນຖ້ຽວ​ບິນທໍາ​ອິດ​ພາຍ​ໃຕ້​ສັນຍາມູນຄ່າ 1 ພັນ 600 ລ້ານ​ໂດ​ລາທີ່​ບໍລິສັດ​ເທ​ກ​ໂນ​ໂລ​ຈີ​ສໍາຫຼວດ ອະວະກາດ ຫຼື SpaceX ທີ່​ມີ​ສຳນັກງານ​ຢູ່​ລັດ​ຄາ​ລີ​ຟໍ​ເນຍ​ໄດ້​ເຊັ​ນກັບ​ອົງ ການນາ​ຊາ ​ເພື່ອ​ນໍາ​ສົ່ງ​ສະບຽງ​ສໍາພາລະ​ຕ່າງໆໄປ​ຍັງ​ສະຖານີ​ອະວະກາດ​ນາໆ​ຊາດ. ນອກ​ນີ້​ກໍ​ປະກົດ​ວ່າ ຍັງ​ມີ​ບໍລິສັດ​ຜະຈົນ​ໄພ​ອະວະກາດ Orbital Sciences ທີ່​ມີ​ສໍານັກງານ​ຢູ່​ລັດ​ເວີ​ຈິ​ເນຍ ຊຶ່ງ​ມີ​ກໍານົດ​ຈະ ສົ່ງ​ຍານ​ລຳທໍາ​ອິດຂອງຕົນຂຶ້ນສູ່​ອະວະກາດໃນ​ທ້າຍ​ປີນີ້.

ສະຫະລັດ​ໄດ້​ເພີ່ງ​ພາຣັດ​ເຊຍ ຍີ່ປຸ່ນ ​ແລະ​ຢູ​ໂຣບ ​ເພື່ອ​ສົ່ງ​ສຳພາລະ​ໄປ​ຍັງ ສະຖານີອະວະກາດນາໆ​ຊາດນັບ​ຕັ້ງ​ແຕ່​ໄດ້​ປົດ​ກະສຽນ​ຍານອະວະກາດ​ໄປກັບ​ຂອງ​ຕົນ ​ເມື່ອ​ປີ​ແລ້ວນີ້.


Streaming Live by Ustream

XS
SM
MD
LG