ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ SpaceX ສົ່ງ​ຈະ​ຫຼວດ Falcon ຂຶ້ນ​ສູ່​ວົງ​ໂຄຈອນ ດ້ວຍ​ຜົນສຳ​ເລັດ​


SpaceX Achieves Long Sought Historic Feat in Rocket Launch
please wait

No media source currently available

0:00 0:00:42 0:00

6 ​ເດືອນ​ຫຼັງ​ຈາກ​ຈະ​ຫຼວດ​ລູກ​ນຶ່ງ​ຂອງ​ບໍລິສັດໄດ້​ລະ​ເບີດ​ ລຸນຫຼັງ​
ໄດ້​ຖືກສົ່ງຂຶ້ນຈາກ​ຖານຍິງ​ແລ້ວ ບໍລິ​ສັດອະວະກາດ​ເອກ​ກະ​ຊົນ
SpaceX ​ໄດ້​ກັບ​ຄືນ​ມາ​ປະ​ຕິ​ບັດ​ງານ​ຄືນ​ໃໝ່ ​ໃນ​ວັນຈັນ​ວານ​ນີ້
ຊຶ່ງ​ເປັນ​ການ​ສົ່ງ ​ໃນ​ຕອນຄ່ຳ​ຄືນ ​ແລະທ່ອນ​ທຳ​ອິດ​ຂອງ​ຈະ​ຫຼວດ
​ໄດ້​ລົງ​ຈອດໃສ່ຖານ​ຂອງ​ມັນ​ເປັນ​ທີ່​ຮຽບຮ້ອຍ​.

ຈະ​ຫຼວດ Falcon ​ໄດ້ທະຍານ​ຂຶ້ນ​ຈາກ​ຖານ​ສົ່ງ​ອະວະກາດ​ສະຫະລັດທີ່​ແຫຼມ Canaveral ​ໃນ​ລັດ Florida ​ໂດຍນຳ​ເອົາ​ດາວ​ທຽມນ້ອຍ ຈຳນວນ 11 ​ໜ່ວຍ ຂຶ້ນ​ໄປ​ສູ່​ວົງ​ໂຄຈອນ​ລະດັບ​ຕ່ຳ​ຂອງ​ໂລກໃຫ້​ແກ່ບໍລິ​ສັດສື່ສານ OrbComm. ປະມານ 2 ນາທີຫລັງ​ຈາກ​ທະຍານຂຶ້ນຈາກ​ຖານ​ສົ່ງ​ແລ້ວ ທ່ອນ​ທຳ​ອິດ​ຂອງ​ຈະ​ຫຼວດ ກໍ​ໄດ້​ແຍກ​ຕົວ​ອອກ​ຈາກ​ທ່ອນທີ 2 ​ແລະ​ກໍເລີ້ມ​ຖືກ​ບັງຄັບໃຫ້​ກັບ​ຄືນມາ​ສູ່​ໂລກ. ​ໃນ​ອີກ​ບໍ່​ເທົ່າ​ໃດ​ນາທີ​ຕໍ່​ມາ ພວກ​ທີ່ຢູ່​ສວນ​ກາງ​ຄວບ​ຄຸມ​ການບິນ ​ແລະ​ບັນດາ​ພະນັກງານ​ຂອງ​ບໍລິສັດ SpaceX ​ທີ່ລັດ California ​ໄດ້​ພາກັນ​ຕົບມື ​ໂຮ​ຮ້ອງ ​ໃນ​ຂະນະ​ທີ່ພາບ​ຖ່າຍ​ຈາ​ກກ້ອງ​ໂທລະພາບສະ​ແດງ​ໃຫ້​ເຫັນ​ວ່າ​ຈະ​ຫຼວດ ​ໄດ້​ ​ລົງ​ຈອດ​ທີ່ບ່ອນ​ເຄີຍ​ເປັນສູນ​ກາງ​ຍິງລູກ​ສອນ​ໄຟແຫ່ງ​ນຶ່ງ ຂອງ​ກອງ​ທັບ​ອາກາດ​ສະຫະລັດ ​ ຊຶ່ງ​ຕັ້ງ​ຢູ່​ປະມານ 9 ຫຼັກກິ​ໂລ​ແມັດ ຈາກ​ຖານ​ຍິງ​ສົ່ງ​ນັ້ນ.

ການ​ອອກ​ແບບ​ໃໝ່​ຂອງ ຈະ​ຫຼວດ SpaceX Falcon ມີ 9 ຈະ​ຫຼວດ ​ໃນ​ຖານ​ຂອງ​ມັນ ທີ່​ຕຽມສົ່ງ​ອອກ ທີ່ ຖານທັບ​ອາກາດ Cape Canaveral ​ເປັນການ​ສົ່ງ​ຂຶ້ນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່ ​ໄດ້​ມີ​ການ​ຜິດພາດ ​ໃນ Cape Canaveral, Florida, 20 ທັນວາ, 2015.
ການ​ອອກ​ແບບ​ໃໝ່​ຂອງ ຈະ​ຫຼວດ SpaceX Falcon ມີ 9 ຈະ​ຫຼວດ ​ໃນ​ຖານ​ຂອງ​ມັນ ທີ່​ຕຽມສົ່ງ​ອອກ ທີ່ ຖານທັບ​ອາກາດ Cape Canaveral ​ເປັນການ​ສົ່ງ​ຂຶ້ນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່ ​ໄດ້​ມີ​ການ​ຜິດພາດ ​ໃນ Cape Canaveral, Florida, 20 ທັນວາ, 2015.

ນີ້​ແມ່ນ​ຄັ້ງ​ທຳ​ອິດ ​ທີ່ຈະ​ຫຼວດຖືກຍິງ​ຂຶ້ນສູ່​ວົງ​ໂຄຈອນ​ແລ້ວ ​ໄດ້​ປະ​ສົບ​ຜົນສຳ​ເລັດ ​ແລະ​ສາມາດ​ຖືກບັງຄັບ ໃຫ້​ລົງ​ຈອດ​ໄດ້. ມີ​ບໍລິສັດ​ເອກ​ກະ​ຊົນ​ອີ​ກບໍ​ລິ​ສັດ​ນຶ່ງຊື່ວ່າ Blue Origin ທີ່ ທ່ານ Jeffrey Bezos ເຈົ້າ​ຂອງ​ແລະຜູ້​ສ້າງ​ຕັ້ງ​ບໍລິສັດ Amazon.com ​ ປະສົບ​ຜົນສຳ​ເລັດ​ເຊັ່ນ​ດຽວ​ກັນ ​ໃນ​ການນຳ​ເອົາ​ຈະ​ຫຼວດທ່ອນ​ທຳ​ອິດ​ລົງ​ຈອດ​ ​ໃນ​ເດືອນ​ແລ້ວ​ນີ້ ຫຼັງ​ຈາກ​ທີີໄດ້​ຍິງ​ຂຶ້ນ.

“Welcome back baby ຫຼື​ເວົ້າ​ເປັນ​ພາສາ​ລາວ​ວ່າ ຍິນ​ດີ​ຕ້ອນຮັບ​ເຈົ້າ​ກັບ​ຄືນ” ຊຶ່ງ​ເປັນ​ຄຳ​ເວົ້າ​ຂອງ​ທ່ານ Elon Musk ​ເຈົ້າ​ຂອງ​ຜູ້​ສ້າງ​ຕັ້ງ​ບໍລິສັດ SpaceX ​ໄດ້ຂຽນ​ລົງ​ໄປ​ໃນ tweeter ຫຼັງຈາກ​ທີ່​ຈະ​ຫຼວດ​ໄດ້​ລົງ​ຈອດ​ແລ້ວ​ນັ້ນ​. ການ​ນຳ​ເອົາ​ຈະ​ຫລວດ​ທ່ອນ​ທຳ​ອິດກັບ​ລົງມາຈອດທີ່​ພື້ນດິນນີ້ ​ແມ່ນ​ສ່ວນ​ນຶ່ງ​ໃນຈຸດປະສົງ​ຂອງ​ທ່ານ Elon Musk ​ທີ່​ຈະ​ນຳ​ໃຊ້ຈະ​ຫຼວດ ຊ້ຳ​ແລ້ວ ຊ້ຳ​ອີກ ​ເພື່ອ​ຫຼຸດຜ່ອນຄ່າ​ໃຊ້​ຈ່າ​ຍ​ໃນ​ການ​ເດີນທາງຂອງ​ຍານ​ອະວະກາດ​ລົງ.

XS
SM
MD
LG