ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈະຫຼວດ ຂອງບໍລິສັດ SpaceX ທະຍານ ຂຶ້ນສູ່ ທ້ອງຟ້າ ເພື່ອນຳເອົາອາຫານ ໄປສົ່ງໃຫ້ ສະຖານີອະວະກາດ


ຈະຫລວດ Falcon 9 ແລະຍານ Dragon ຂອງບໍລິສັດ SpaceX ທະຍານຂຶ້ນຈາກຖານສົ່ງ ທີ່ແຫລມ Canaveral ໃນລັດ Florida.
ຈະຫລວດ Falcon 9 ແລະຍານ Dragon ຂອງບໍລິສັດ SpaceX ທະຍານຂຶ້ນຈາກຖານສົ່ງ ທີ່ແຫລມ Canaveral ໃນລັດ Florida.

ຈະ​ຫລວດຂອງບໍລິສັດ SpaceX ພ້ອມດ້ວຍຍານອະວະກາດ
ທີ່​ບໍ່​ມີ​ຄົນ​ຂັບ Dragon ​ໄດ້​ທະຍານ​ຂື້ນສູ່ທ້ອງຟ້າ ເພື່ອເດີນ
ທາງໄປຍັງສະຖານີ​ອະວະກາດ​ນາ​ໆຊາດ ​ໃນ​ວັນ​ອັງຄານ​ວານ
​ນີ້ ໂດຍນຳ​ເອົາ​ອາຫານ ໜັກ 2,000 ກິ​ໂລ ເຄື່ອງ​ທົດ​ລອງ​ວິທະ
ຍາສາດ ອຸບປະກອນຕ່າງໆ​ ​ແລະ​ເຄື່ອງ​ເຮັດ​ກາ​ເຟ expresso
ອັນທຳອິດມຸ້ງ​ໜ້າ​ຂຶ້ນ​ສູ່​ວົງໂຄຈອນ.

​ແຕ່​ວ່າ ຄວາມ​ພະຍາຍາມເປັນເທື່ອ​ທີສາມ ​ຂອງບໍ​ລິ​ສັດ​ ທີ່​ຈະ​
ນຳເອົາ​ຈະຫຼວດທ່ອນ​ທຳອິດ ​ລົງ​ສູ່​ແທ່ນຈອດຢູ່​ມະຫາ​ສະມຸດ ​
ໄດ້​ປະສົບກັບຄວາມ​ລົ້ມ​ແຫລວ.

ຫົວໜ້າຂອງບໍລິສັດ SpaceX ທ່ານ Elon Musk ​ໄດ້​ສົ່ງຂໍ້ຄວາມ​ຜ່ານ​ທາງ Twitter
ວ່າ ທ່ອນ​ຈະ​ຫລວດ ​ໄດ້​ຕົກລົງ​ໃສ່​ແທ່ນຈອດ ​ແຕ່ຫລັງ​ຈາກ​ນັ້ນ​ໄດ້​ ປີ້ນຂວ້ຳ​ລົງ. ທ່ານ
ຕ້ອງ​ການ​ຢາກນຳໃຊ້​ ທ່ອນ​ຈະ​ຫລວດ​ດັ່ງກ່າວ​ຄືນ​ໃໝ່ ​ແທນ​ທີ່​ຈະ​ຖີ້ມ​ໄປດັ່ງ​ທີ່​ເຄີຍປະ
ຕິບັດ​ກັນມາເປັນປະຈຳ​ຢູ່ໃນ​ທົ່ວ​ໂລກ ​ເພື່​ອ​ເປັນ​ການ​ຫລຸດຜ່ອນ​ລາຄາໃນການສົ່ງຍານ
ອະວະກາດ.

ຄວາມ​ພະຍາຍາມ​ເທຶ່ອທຳ​ອິດ ​ໃນ​ເດືອນ​ມັງກອນ ​ໄດ້​ສີ້​ນສຸດ​ລົງ​ດ້ວຍແປວ​ໄຟ​ ​ເວລາ​ຈະ
​ຫລວດ​ໄດ້​ຕົກ ​ແລະ​ແຕກອອກເປັນຊິ້ນສ່ວນ. ຄວາມ​ພະຍາຍາມໃນ​ເດືອນກຸມພາ ​ໄດ້​ຖືກ
​ຍົກເລີກ​ເພາະວ່າ ທະເລປັ່ນປ່ວນ.

ເຄື່ອງ​ເຮັດ​ກາ​ເຟ expresso ທີ່​ອອກ​ແບບ​ພິ​ເສດໃຫ້​ແກ່​ນັກ​ບິນ​ອະວະກາດ ອີ​ຕາ​ລີ ທ່ານ
​ນາງ Samantha Cristoforetti ຜູ້​ທີ່​ໄດ້​ກິນແຕ່ກາ​ເຟອາ​ເມຣິກາ ທີ່​ດື່​ມ​ໄດ້​ໂລດ ຕັ້ງ​ແຕ່
​ທ້າຍ​ປີກາຍ​ນີ້ມາ.

SpaceX ແມ່ນ​ນຶ່ງ​ໃນ​ສອງບໍລິສັດ ທີ່​ໄດ້​ຈ້າງ​ໂດຍ ອົງການອະວະກາດ ສະຫະລັດ ຫລື NASA ​ເພື່ອ​ນຳ​ເອົາອາຫານການກິນ ແລະອຸບປະກອນຕ່າງໆ ໄປ​ຍັງສະຖານີ ​ອະວະ
ກາດນາໆຊາດ ຫລັງຈາກ​ຍານອະວະກາດໄປກັບ Space shuttle ຢຸດ ບິນແລ້ວ.

US SpaceX Lunch
please wait
Embed

No media source currently available

0:00 0:02:15 0:00

XS
SM
MD
LG